ບໍລິສັດ ໄລອ໋ອນ ມອບເຄື່ອງກິລາໃຫ້ກອງບັນນາທິການໜັງສືພິມກອງທັບ

ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈໍາກັດຜູ້ດຽວ ນໍາໂດຍ ທ່ານ ສີໄພວັນ ໂພທິສັດ ຜູ້ອຳນວຍການ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງກິລາ ຈຳນວນ 20 ຊຸດ ລວມມູນຄ່າ 1.400.000 ກີບ ມາມອບໃຫ້ກອງບັນນາທິການໜັງສືພິມກອງທັບ ຊຶ່ງກ່າວຮັບໂດຍ ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສີໄພວັນ ໂພທິສັດ ໄດ້ກ່າວວ່າ: ການມອບເຄື່ອງກິລາໃນຄັ້ງນີ້ ເປັນການປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ໜັງສືພິມກອງທັບ ເນື່ອງໃນໂອກາດສ້າງຂະບວນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ບໍລິສັດໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ກັບ ກອງບັນນາທິການໜັງສືພິມກອງທັບ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ.
ໂອກາດນີ້, ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ໄດ້ຕາງໜ້າກ່າວສະແດງຄໍາຂອບໃຈມາຍັງ ບໍລິສັດໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມໝາຍສຳຄັນຂອງຂະບວນການກິລາຢູ່ກອງໜັງສືພິມກອງທັບ ຈຶ່ງໄດ້ນໍາເອົາວັດຖຸປັດໄຈມາມອບໃຫ້ໃນຄັ້ງນີ້ ພ້ອມທັງສັນຍາວ່າຈະນໍາເອົາເຄື່ອງກິລາດັ່ງກ່າວນີ້ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ພາບ-ຂ່າວ: ໜັງສືພິມກອງທັບ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
