ເຮືອບ້ານທ່າໂຂ່ງ ຄອງແຊ໋ມການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ທີ່ເມືອງເຊໂປນ
17/11/2023

ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ໃນລະຫວ່າງວັນທີ 10-11 ພະຈິກ 2023 ທີ່ທ່ານໍ້າວັງສູນ ບ້ານວົງວິໄລ ເມືອງເຊໂປນ ແຂວງສະຫວັນນະເຂດ ຊຶ່ງໃນປີນີ້ເຫັນໄດ້ວ່າບັນຍາກາດແມ່ນຄຶກຄື້ນກວ່າທຸກໆປີ ເພາະພາຍໃນງານຍັງໄດ້ມີການສະແດງສິລະປະ-ວັນນະຄະດີ ມາຈາກ 4 ບ້ານ 3 ໂຮງຮຽນ ລວມມີ 7 ລາຍການ ຄື: ບົດຟ້ອນປະກອບສຽງເພງຂັບ 4 ຈັງຫວະ, ບົດຟ້ອນກອງຕຸ້ມກອງຫາງ, ບົດຟ້ອນປະກອບສຽງພິນ, ບົດຟ້ອນຊ້ອນກຸ້ງ, ບົດຟ້ອນຂັບນາກສະດຸ້ງ, ບົດຟ້ອນຊາວລາວມ່ວນຊື່ນ, ບົດຟ້ອນສັນລະເສີນພັກ-ລັດ ແລະ ບົດຟ້ອນເຊີ້ງບຸນຊ່ວງເຮືອ.
ການແຂ່ງຂັນຊ່ວງເຮືອໃນປີນີ້ ແມ່ນມີເຮືອຈາກ 10 ບ້ານເຂົ້າຮ່ວມແຂ່ງຂັນ ໃນນີ້ເຮືອທີມຊາຍ ມີ 10 ບ້ານ ແລະ ເຮືອທີມຍິງ ມີ 8 ບ້ານ ຊຶ່ງການແຂ່ງຂັນແມ່ນເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ຄວາມຍຸຕິທໍາ. ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອປະເພດຊາຍ ຊະນະເລີດ ເຮືອບ້ານທ່າໂຂ່ງ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນລາງ 5 ລ້ານກີບ ແລະ ເງິນອັດສີດຈາກທ່ານໂລ່ຍທະວີ ແສນຫຸມພັນ 2 ລ້ານກີບ, ໄດ້ອັນດັບທີ 2 ເຮືອບ້ານວົງວິໄລ ໄດ້ຮັບເງິນລາງວັນ 4 ລ້ານກີບ, ອັນດັບທີ 3 ເຮືອບ້ານແກ້ງຢາງ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ອັນດັບທີ 4 ຫ້ອງການເກັບກູ້ລະເບີດຮາໂລທັດ ໄດ້ຮັບເງິນລາງວັນ 2 ລ້ານກີບ.
ສ່ວນເຮືອປະເພດຍິງ ຊະນະເລີດ ເຮືອບ້ານອຸດົມສຸກ ໄດ້ຮັບຂັນເງິນ 1ໜ່ວຍ ພ້ອມເງິນລາງວັນ 5 ລ້ານກີບ ແລະ ເງິນອັດສີດຈາກທ່ານ ລັດສະໝີ ພຸດທະວົງ ຕາງໜ້າກຸ່ມນັກທຸລະກິດ 2 ລ້ານກີບ, ອັນດັບທີ 2 ເຮືອບ້ານແກ້ງຢາງ ໄດ້ຮັບເງິນລາງວັນ 4 ລ້ານກີບ, ອັນດັບທີ 3 ເຮືອບ້ານທ່າໂຂ່ງ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ອັນດັບທີ 04 ເຮືອບ້ານຫ້ວຍສານ ໄດ້ຮັບເງິນລາງວັນ 2 ລ້ານກີບ. ໃນນັ້ນຍັງໄດ້ມອບລາງວັນຕີຊ້າງນໍ້ານອງ ເຮືອບ້ານແກ້ງຢາງ ໄດ້ຮັບເງິນລາງວັນ 1ລ້ານກີບ, ລາງວັນຊົມເຊີຍປະເພດເຮືອຊ່ວງທີມຍິງ ຈຳນວນ 4 ບ້ານ ແມ່ນມີ ບ້ານສອນມີໄຊ, ບ້ານວົງວິໄລ, ບ້ານເຟືອງ ແລະ ຫ້ອງການເກັບກູ້ລະເບີດຮາໂລທັດ ໄດ້ຮັບເງິນລາງວັນທີມລະ 1 ລ້ານກີບ ແລະ ລາງວັນຊົມເຊີຍປະເພດເຮືອຊ່ວງທີມຊາຍ ຈຳນວນ 6 ບ້ານ ຄື: ບ້ານສອນມີໄຊ, ບ້ານເຟືອງ, ບ້ານດົງສະຫວັນ, ບ້ານດົງໃຫຍ່, ບ້ານອຸດົມສຸກ, ບ້ານຫ້ວຍສານ ທີມລະ 1 ລ້ານກີບ.
ພາບ-ຂ່າວ: ຖວທ ເຊໂປນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



