Skip to main content

ສາລະວັນ ຈັດກອງປະຊຸມລະດັບຊາດຄັ້ງທຳອິດ ຫາລືກຽມຄວາມພ້ອມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7

17/11/2023

ແຂວງສາລະວັນ ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນວັນທີ 15 ພະຈິກ 2023 ທີ່ສະໂມສອນແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າພະແນກການ, ອົງການ, ຄະນະຮັບຜິດຊອບລະດັບຊາດ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້, ທ່ານ ປອ ດາວວົງ ພອນແກ້ວ ກ່າວວ່າ: ເພື່ອສຸມໃສ່ການຫ້າງຫາກະກຽມ ຈັດງານມະຫະກຳກິລາ ນັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024, ເພື່ອເປັນການສືບຕໍ່ກະກຽມໃຫ້ສຳເລັດໃນແຕ່ລະດ້ານ ຊຶ່ງກອງປະຊຸມລະດັບຊາດ ຄັ້ງທີ I ພວກເຮົາຈະໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆ ພ້ອມທັງຮ່ວມກັນປະກອບຄໍາເຫັນໃສ່ບັນດານິຕິກໍາກ່ຽວກັບການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ກວດກາຄືນການຈັດຕັ້ງປະຕິບັດວຽກງານຫ້າງຫາກະກຽມຄວາມພ້ອມ ໃນໄລຍະຜ່ານມາເຖິງປັດຈຸບັນ, ມີວຽກໃດແດ່ທີ່ສຳເລັດແລ້ວ, ວຽກໃດທີ່ບໍ່ທັນສຳເລັດ ແລະ ບັນຫາໃດທີ່ຈະຕ້ອງໄດ້ແກ້ໄຂເພື່ອ ຂໍທິດຊີ້ນຳຈາກກອງປະຊຸມ. ພ້ອມກັນນັ້ນ ກໍຈະໄດ້ກຳນົດບັນດາໜ້າວຽກທີ່ຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ສຳເລັດທຸກດ້ານ ກ່ອນກ້າວສູ່ການເປີດງານແຂ່ງຂັນຢ່າງເປັນທາງການ. ພ້ອມນັ້ນທ່ານຍັງໄດ້ທັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມ ຈົ່ງຊ່ວຍຄົ້ນຄວ້າ ແລະ ປະກອບຄໍາຄິດ-ຄໍາເຫັນ ຕໍ່ເນື້ອໃນເອກະສານຂອງການກະກຽມຈັດງານດ້ວຍຄວາມເປັນເຈົ້າການ ເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ມີເນື້ອໃນຄວາມໝາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ.

ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 128/ນຍ, ລົງວັນທີ 25 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ກະກຽມຈັດງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ, ຮັບຟັງການລາຍງານການກະກຽມຄວາມພ້ອມຮອບດ້ານ ແລະ ວາລະດໍາເນີນງານ, ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ສິດໜ້າທີ່ຂອງ 11 ອະນຸກຳມະການ, ລາຍງານການກໍ່ສ້າງສະໜາມພິທີເປີດ-ປີດ, ການກໍານົດສະໜາມຝຶກຊ້ອມ, ສະໜາມແຂ່ງຂັນ ແລະ ສະຖານທີ່ພັກຂອງຄະນະນັກກິລາ, ຜ່ານເຄື່ອງໝາຍໂລໂກ້ງານ, ສັດນໍາໂຊກ ພ້ອມດ້ວຍອະທິບາຍຄວາມໝາຍ. ຜ່ານຮ່າງຂໍ້ກຳນົດ ວ່າດ້ວຍການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ, ຜ່ານຮ່າງຕາຕະລາງກຳນົດມື້ແຂ່ງຂັນ ແລະ ສະຖານທີ່ແຂ່ງຂັນ 12 ປະເພດ, ຜ່ານຕາຕະລາງລາຍການແຂ່ງຂັນທັງໝົດຂອງກິລາ 12 ປະເພດ, ຜ່ານຮ່າງຕາຕະລາງກຳນົດເປົ້າໝາຍຜູ້ເຂົ້າຮ່ວມຂອງກິລາ 12 ປະເພດ, ຜ່ານຕາຕະລາງການກໍານົດສະນິດຫຼຽນຕື່ມອີກ. ພ້ອມນັ້ນຄະນະຜູ້ແທນກອງປະຊຸມກໍໄດ້ມີການລົງໄປເບິ່ງສະຖານທີ່ສະໜາມກິລາຕົວຈິງ ເພື່ອຕິດຕາມກວດກາຄືນຄວາມພ້ອມດ້ານ ພື້ນຖານໂຄງລ່າງຈຳນວນໜຶ່ງ.

ພາບ-ຂ່າວ: ແຫຼງຄຳ ບຸດນາໂຄ