ເບ ສະຫວັນ ຄວ້າແຊ໋ມ ຟຸດຊໍ ລາວລີກ 2023 ແນ່ນອນແລ້ວ ເຖິງຈະເຫຼືອອີກ 1 ນັດກໍຕາມ
17/11/2023

ສະໂມສອນ ຟຸດຊໍ ເບ ສະຫວັນ ເອັບຊີ ໄດ້ຍົກຂັນແຊ໋ມການແຂ່ງຂັນກິລາ ຟຸດຊໍ ລາວລີກ ປະຈຳປີ 2023 ເປັນທີ່ແນ່ນອນແລ້ວ ຫຼັງສະເໝີ ສະໂມສອນ ເໜືອ-ໃຕ້ ໄປແບບສຸດເດືອດ 2-2 ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ສ່ວນ ເໜືອ-ໃຕ້ ຍັງຈັ້ງຢູ່ອັນດັບທີ 3 ຂອງຕາຕະລາງ ຈາກການລົງສະໜາມ 10 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 20 ຄະແນນ.
ການແຂ່ງຂັນ ຟຸດຊໍ ລາວລີກ 2023 ໄດ້ສືບຕໍ່ດຳເນີນແຂ່ງຂັນລະຫວ່າງວັນທີ 11-12 ພະຈິກ 2023 ທີ່ສະໜາມກິລາຟຸດຊໍ ສູນຝຶກກິລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງມີການລົງສະໜາມແຂ່ງຂັນປົກກະຕິ 6 ຄູ່ ກໍຄື ວັນເສົາ 3 ຄູ່ ແລະ ວັນອາທິດ 3 ຄູ່ ໂດຍສະເພາະຄູ່ເອກ ເປັນການໂຄຈອນມາພົບກັນລະຫວ່າງທີມທີ່ຢູ່ອັນດັບຫົວແຖວຕາຕະລາງ ສະໂມສອນ ເບ ສະຫວັນ ເອັບຊີ ພົບກັບ ສະໂມສອນ ເໜືອ-ໃຕ້ ຈັດຂຶ້ນ ໃນວັນອາທິດ ມີບັນດາແຟນພັນແທ້ຟຸດຊໍລາວ ກໍຄືຂອງສະໂມສອນດັ່ງກ່າວເຂົ້າຮ່ວມຊົມ ແລະ ເຊຍ ຢ່າງຫຼວງຫຼາຍ.
ຜ່ານການແຂ່ງຂັນຜົນປະກົດວ່າທັງສອງທີມກິນກັນບໍ່ລົງ ເບ ສະຫວັນ ສະເໝີ ເໜືອ-ໃຕ້ ໄປແບບສຸດເດືອດ 2-2 ປະຕູ ແບ່ງກັນໄປທີມລະ 1 ຄະແນນ ສົ່ງຜົນໃຫ້ ເບ ສະຫວັນ ເກັບເພີ່ມເປັນ 28 ຄະແນນ ຈາກການລົງສະໜາມ 10 ນັດ ສ່ວນ ເໜືອ-ໃຕ້ ຍັງຈັ້ງຢູ່ອັນດັບທີ 3 ຂອງຕາຕະລາງ ຈາກການລົງສະໜາມ 10 ນັດ ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 2 ນັດ ມີ 20 ຄະແນນ ຂະນະທີ່ ອັນດັບທີ 2 ສະໂມສອນ ຄິງດອມ ລົງສະໜາມແຂ່ງຂັນ ຊະນະ 8 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 25 ຄະແນນ.
ຕໍ່ຜົນງານຂອງ ເບ ສະຫວັນ ເອັບຊີ ທີ່ໄດ້ລົງສະໜາມນັດທີ 10 ຊະນະ 9 ນັດ ແລະ ສະເໝີ 1 ນັດ ລວມມີ 28 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິຍັງບໍ່ເສຍໃຫ້ທີມໃດເທື່ອ ແລະ ຖືເປັນທີ່ແນ່ນອນແລ້ວ ທີ່ຈະໄດ້ຍົກຂັນແຊ໋ມລາຍການດັ່ງກ່າວ ໄປຄອງເຖິງຈະຍັງເຫຼືອພຽງ 1 ນັດກໍຕາມ ເຮັດໃຫ້ ຄິງດອມ ໄລ່ຫຼັງບໍ່ທັນ ແລະ ສຳລັບທີມເເຊ໋ມປີນີ້ ກໍຈະໄດ້ຮັບຂັນແຊ໋ມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ 20.000.000 ກີບ, ຮອງຊະນະເລີດ ໄດ້ຮັບຫຼຽນ ແລະ ເງິນລາງວັນ 15.000.000 ກີບ ແລະ ອັນດັບທີ 3 ຈະໄດ້ຫຼຽນ ແລະ ເງິນລາງວັນ 10.000.000ກີບ. ນອກຈາກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ນັກກິລາດີເດັ່ນ ເເລະ ຄູຝຶກດີເດັ່ນ ລາຍການກ່າວມີ 12 ສະໂມສອນເຂົ້າຮ່ວມ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
