ທີມນ້ອງມັງກອນ ເອັບຊີ ຄອງແຊ໋ມເປຕັງ ເຊໂນ ໂອເພັນ 2023 ພ້ອມຮັບຂັນ ແລະ ເງິນລາງວັນ 30 ລ້ານກີບ

ທີມນ້ອງມັງກອນ ເອັບຊີ ຈາກແຂວງເຊກອງ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການປະກາດສັກດາຄວ້າແຊ໋ມການແຂ່ງຂັນກິລາເປຕັງ ເຊໂນ ໂອເພັນ ຄັ້ງທີ 1 ປະຈຳປີ 2023 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 30 ລ້ານກີບ ໄປຄອງ. ຂະນະທີ່ປະເພດອາວຸໂສ ແຊ໋ມຕົກເປັນຂອງ ທີມຂົນສົ່ງສະຫວັນນະເຂດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2,500.000 ລ້ານກີບ.
ງານແຂ່ງຂັນກິລາເປຕັງ ເຊໂນ ໂອເພັນ ຄັ້ງທີ 1 ປະຈຳປີ 2023 ເນື່ອງໃນໂອກາດກະກຽມເປີດບໍລິສັດ PK ອະສັງຫາເສ່ຍແຂກເຊໂນ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2023 ທີ່ສະໜາມກິລາເປຕັງ (ຫຼັກ 4) ແຂວງສະຫວັນນະເຂດໂດຍການເປັນປະທານຂອງ ທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ທັງເປັນປະທານສະຫະພັນກິລາເປຕັງແຂວງສະຫວັນນະເຂດ, ມີທ່ານ ແຂກ ເຊໂນ ປະທານ ບໍລິສັດ PK ອະສັງຫາເສ່ຍແຂກເຊໂນ ແລະ ທ່ານ ບຸນມີ ສຸກສະຫວັນ ຜູ້ຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍຄະນະກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ແຂກ ເຊໂນ ປະທານ ບໍລິສັດ PK ອະສັງຫາເສ່ຍແຂກເຊໂນ ກ່າວວ່າ: ການຈັດງານແຂ່ງຂັນກິລາເປຕັງຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງເນື່ອງໃນໂອກາດກະກຽມເປີດບໍລິສັດໃໝ່ຂອງຂ້າພະເຈົ້າເອງ ກໍຄື ບໍລິສັດ PK ອະສັງຫາເສ່ຍແຂກເຊໂນ ພ້ອມທັງເປັນການສົ່ງເສີມກິລາເປຕັງລາວ ເວົ້າລວມ, ເວົ້າສະເພາະແມ່ນນັກກິລາເປຕັງພາຍໃນແຂວງສະຫວັນນະເຂດຂອງພວກເຮົາ ໃຫ້ມີການພັດທະນາທາງດ້ານທັກສະດີຂຶ້ນ ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ. ດັ່ງນັ້ນທາງບໍລິສັດ ຈຶ່ງໄດ້ເຊື້ອເຊີນ ທ່ານ ນີວ ນັກກິລາເປຕັງມື 1 ຂອງໂລກ ຈາກປະເທດໄທ ເຂົ້າຮ່ວມເພື່ອໃຫ້ຄຳປຶກສາແນະນຳດ້ານທັກສະໃນການຫຼິ້ນ ແລະ ທາງບໍລິສັດກໍໄດ້ຈັດສັນແບ່ງງົບປະມານຈຳນວນໜຶ່ງເພື່ອເປັນຂອງຂວັນລາງວັນໃຫ້ກັບນັກກິລາ. ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມຈາກຫຼາຍພາກສ່ວນ ມີທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຈຳນວນ 70 ກວ່າທີມ, ແບ່ງອອກເປັນ 2 ຮຸ່ນ ຄື: ຮຸ່ນອາວຸໂສ (ການນຳ) ມີ 14 ທີມ ແລະ ຮຸ່ນຊາວໜຸ່ມທົ່ວໄປ ມີ 57 ທີມ.
ຜ່ານການແຂ່ງຂັນເປັນເວລາ 2 ວັນເຕັມ ລະຫວ່າງວັນທີ 11-12 ພະຈິກ 2023 ຜົນປະກົດວ່າ: ຮຸ່ນຊາວໜຸ່ມທົ່ວໄປ ຊະນະເລີດ ທີມນ້ອງມັງກອນ ເອັບຊີ ຈາກແຂວງເຊກອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 30.000.000 ກີບ, ອັນດັນທີ 2 ທີມບໍລິສັດ ພອນສະຫວັນ ກໍ່ສ້າງ ຈາກນະຄອນຫຼວງວຽງຈັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 15.000.000 ກີບ, ອັນດັນທີ 3 ທີມບາງແນນ ຈາກຊຽງຣາຍ (ປະເທດໄທ) ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ6.000.000 ກີບ ແລະ ອັນດັນທີ 4 ທີມຕ໋ອງທາງໂຄ້ງ ຈາກແຂວງສະຫວັນນະເຂດ ໄດ້ຮັບເງິນລາງວັນ 4.000.000 ກີບ. ສ່ວນຮຸ່ນອາວຸໂສ (ການນຳ) ທີມຂົນສົ່ງສະຫວັນນະເຂດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 2.500.000 ກີບ, ອັນດັນທີ 2 ທີມປະທານໜູ ຈາກກຸງເທບ (ປະເທດໄທ) ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 1.500.000 ກີບ ແລະ ອັນດັບທີ 3 ທີມປາກຊ່ອງ ຊິຕີ ຈາກເມືອງສອງຄອນ ໄດ້ຮັບເງິນລາງວັນ 1.000.000 ກີບ.
ຂ່າວໂດຍ: ຄຳແພງເພັດ (ຂ.ສະຫວັນນະເຂດ)
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
