Skip to main content

ສບກ ຄອງເຈົ້າຫຼຽນຄຳ ງານແຂ່ງຂັນກິລາຢູໂດ ທົ່ວປະເທດ ຄັ້ງທຳອິດ

17/11/2023

ທັບນັກກິລາຢູໂດ ທີ່ເປັນນັກສຶກສາຂອງສະຖາບັນກິລາ-ກາຍະກຳ ຫຼື ສບກ ກະຊວງສຶກສາທິການ ແລະ ກິລາ ສາມາດແຈ້ງເກີດກວາດມາໄດ້ເຖິງ 11 ຫຼຽນຄຳ, 4 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 18 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາຢູໂດ ທົ່ວປະເທດ ຄັ້ງທີ 12 ປະຈຳປີ 2023 ຫຼື “Lao JUDO Championship 2023” ເປັນຄັ້ງທຳອິດໃນປະຫວັດສາດຂອງສະຖາບັນ. ຂະນະທີ່ຮອງເຈົ້າຫຼຽນຄຳ ເປັນຂອງສະໂມສອນ ອິບປອນ ຢູໂດ ຄລັບ ຍາດໄດ້ 8 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.


ການແຂ່ງຂັນກິລາຢູໂດ ລາຍການ Lao JUDO Championship 2023 ຈັດຂຶ້ນ ລະຫວ່າງວັນທີ 11-12 ພະຈິກ ທີ່ສະໂມສອນກິລາໃນຮົ່ມ ບູໂດເຊັນເຕີ ຂ້າງສະໜາມກິລາເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນກິລາຢູໂດແຫ່ງຊາດລາວ ພ້ອມດ້ວຍບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳແຕ່ລະສະໂມສອນ ໂດຍສະເພາະມາຈາກ ໄທ 2 ພາກສ່ວນ ແລະ ແຂວງສະຫວັນນະເຂດ ຕະຫຼອດຮອດກອງເຊຍຢ່າງຫຼວງຫຼາຍ.

ລາຍການນີ້, ຈັດຂຶ້ນກໍເພື່ອເປັນເວທີໃຫ້ນັກກິລາໄດ້ມີແຂ່ງຂັນ ເພື່ອທົດສອບຄວາມສາມາດ, ເທັກນິກ, ຍຸດທະວິທີ ແລະ ລະບຽບກາຕິກາໃໝ່ໆ ແນໃສ່ຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອເປັນນັກກິລາທີມຊາດໃນອະນາຄົດ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ໂດຍສະເພາະງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ລາຍການດັ່ງກ່າວມີການຊີງໄຊທັງໝົດ 5 ລາຍການ ຈາກປະເພດຕໍ່ສູ້ 4 ລາຍການ ປະກອບມີ ຮຸ່ນອະນຸຊົນ ອາຍຸບໍ່ເກີນ 12 ປີ ມີ 7 ຮຸ່ນ, ຮຸ່ນເຍົາວະຊົນ ອາຍຸ 13-15 ປີ ມີ 8 ຮຸ່ນ, ຮຸ່ນເຍົາວະຊົນອາຍຸ 16-20 ປີ ມີ 9 ຮຸ່ນ ແລະ ຮຸ່ນທົ່ວໄປ ແຕ່ອາຍຸ 21 ປີ ຂຶ້ນໄປ ມີ 10 ຮຸ່ນ ສ່ວນປະເພດຟ້ອນກະຕະ ກໍມີການຊີງໄຊ 2 ລາຍການ ຈາກກະຕະນາເງໂນ ຊາຍ ແລະ ຈູ່ໂນກະຕະ ຍິງ ມີນັກກິລາເຂົ້າຮ່ວມທັງໝົດ 183 ຄົນ ຈາກ 10 ສະໂມສອນ.

ຜ່ານການແຂ່ງຂັນໃນໄລຍະສອງວັນດັ່ງກ່າວ ຜົນປະກົດວ່າ ທີມທີ່ສາມາດເຈົ້າຫຼຽນຄຳ ຕົກເປັນຂອງສະຖາບັນກິລາ-ກາຍະກຳ ສາມາດກວາດມາໄດ້ 11 ຫຼຽນຄຳ, 4 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 18 ຫຼຽນ, ອັນດັບທີ 2 ແມ່ນສະໂມສອນ ອິບປອນ ຢູໂດ ຄລັບ ຍາດໄດ້ 8 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 12 ຫຼຽນ, ອັນດັບທີ 3 ແຂວງສະຫວັນນະເຂດ ຍາດໄດ້ 7 ຫຼຽນຄຳ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 20 ຫຼຽນ, ອັນດັບທີ 4 ກອງທັບ ຍາດໄດ້ 4 ຫຼຽນຄຳ ແລະ 1 ຫຼຽນເງິນ ລວມ 5 ຫຼຽນ, ອັນດັບທີ 5 ວຽງຈັນ ຢູໂດ ຄລັບ ທີມເອ ຍາດໄດ້ 3 ຫຼຽນຄຳ, 13 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 22 ຫຼຽນ, ອັນດັບທີ 6 ສະໂມສອນ ບລູ ທຣີ ພູເກັດ ຈາກແຂວງພູເກັດ ໄທ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນທອງ ລວມ 3 ຫຼຽນ, ອັນດັບທີ 7 ວຽງຈັນ ຢູໂດ ຄລັບ ທີມບີ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ລວມ 2 ຫຼຽນ ແລະ ອັນດັບທີ 8 ກອນ ຢູໂດ ຍາດໄດ້ 1 ຫຼຽນຄຳ.

ຂ່າວໂດຍ: ສົງການ ພັນແພງດີ