Skip to main content

ຍີ່ປຸ່ນ ຊ່ວຍເຫຼືອລ້າ 4.171 ຕື້ເຢນ ປັບປຸງສະໜາມກິລາເຈົ້າອານຸວົງ

17/11/2023

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ ມູນຄ່າ 4.171 ຕື້ເຢນ (ສະກຸນເງິນຍີ່ປຸ່ນ) ເພື່ອນຳໃຊ້ເຂົ້າໃນໂຄງການປັບປຸງອາຄານ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະໜາມກິລາເຈົ້າອານຸວົງ ທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ແນໃສ່ສ້າງຄວາມສະດວກສະບາຍໃຫ້ກັບນັກກິລາ ແລະ ປະຊາຊົນ ໄດ້ເຂົ້າມາຊົມໃຊ້ຢ່າງກວ້າງຂວາງ ພ້ອມທັງເປັນການປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມໃນສັງຄົມຂອງຜູ້ພິການ ແລະ ສົ່ງເສີມກິດຈະກຳດ້ານກິລາ ແລະ ວັດທະນະທຳ ໃນ ສປປ ລາວ.

ພິທີລົງນາມ ແລະ ມອບ-ຮັບສັນຍາການຊ່ວຍເຫຼ້າລ້າທາງດ້ານວັດທະນະທຳ ຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງອາຄານສະໜາມກິລາເຈົ້າອານຸວົງໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 10 ພະຈິກ 2023 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລະຫວ່າງ ທ່ານ ນາງ ຄາມິກາວະ ໂຢໂກະ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸ່ນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ສຳລັບໂຄງການປັບປຸງອາຄານສະໜາມກິລາເຈົ້າອານຸວົງ ມູນຄ່າ 4.171 ຕື້ເຢນ ໃນຄັ້ງນີ້ ແມ່ນເພື່ອປັບປຸງອາຄານ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນສະໜາມກິລາເຈົ້າອານຸວົງ ທີ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ພ້ອມທັງມອບອຸປະກອນທີ່ຈຳເປັນໃຫ້ແກ່ສະໜາມກິລາດັ່ງກ່າວອີກດ້ວຍ. ໂຄງການນີ້ຈະຊ່ວຍຊຸກຍູ້ໃຫ້ນັກກິລາ ແລະ ປະຊາຊົນ ເຂົ້າມາຊົມໃຊ້ຢ່າງກວ້າງຂວາງ ໂດຍຜ່ານການສ້າງຄວາມເຂັ້ມແຂງທາງດ້ານການນຳໃຊ້ ເຊັ່ນ: ການກຳຈັດສິ່ງກີດຂວາງສຳລັບຜູ້ພິການ ແລະ ປັບປຸງຄວາມປອດໄພຂອງສິ່ງອຳນວຍຄວາມສະດວກ ຊຶ່ງຈະຊ່ວຍປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມໃນສັງຄົມຂອງຜູ້ພິການ ແລະ ສົ່ງເສີມກິດຈະກຳດ້ານກິລາ ແລະ ວັດທະນະທຳ ໃນ ສປປ ລາວ. ນອກຈາກນັ້ນ, ໂຄງການນີ້ຍັງມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການແກ້ໄຂຄວາມແຕກໂຕນ ໂດຍຜ່ານການພັດທະນາເຂດຕົວເມືອງ ແລະ ຊົນນະບົດຢ່າງດຸ່ນດ່ຽງ ໂດຍຄຳນຶງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ວັດທະນະທຳ ເພື່ອແນໃສ່ເປົ້າໝາຍການປັບປຸງສະພາບແວດລ້ອມຂອງຕົວເມືອງຕາມນະໂຍບາຍການຊ່ວຍເຫຼືອປະເທດລາວຂອງຍີ່ປຸ່ນ.

ນັບແຕ່ເປີດນຳໃຊ້ໃນປີ 1950 ສະໜາມກິລາເຈົ້າອານຸວົງ ໄດ້ມີບົດບາດສຳຄັນ ໃນການພັດທະນາວົງການກິລາໃນ ສປປ ລາວ ເນື່ອງຈາສະໜາມກິລາມີທີ່ຕັ້ງຢູ່ຈຸດທີ່ສະດວກສະບາຍ ໃນໃຈກາງນະຄອນຫຼວງວຽງຈັນ, ສະໜາມກິລາແຫ່ງນີ້ ຈຶ່ງຖືກຊົມໃຊ້ເປັນສະຖານທີ່ຈັດງານແຂ່ງຂັນກິລາ ແລະ ກິດຈະກຳຕ່າງໆເປັນປະຈຳ ແຕ່ໃນປັດຈຸບັນ, ສິ່ງອຳນວຍຄວາມສະດວກດັ່ງກ່າວ ໄດ້ຊຸດໂຊມ.
ໂອກາດນີ້, ທ່ານ ນາງ ຄາມິກາວະ ໂຢໂກະ ກ່າວວ່າ: ໃນລະຫວ່າງການເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນກ່ອນ, ທ່ານໄດ້ໄປຢ້ຽມຊົມສະໜາມກິລາດັ່ງກ່າວ, ໄດ້ໂອ້ລົມກັບນັກກິລາ ລວມທັງນັກກິລາພາຣາແລມປິກ ແລະ ຮັບຮູ້ວ່າ ປະຊາຊົນລາວເຂົ້າມາຊົມໃຊ້ສະໜາມກິລາຢ່າງກວ້າງຂວາງ ແລະ ມີຄວາມຜູກພັນກັບສະຖານທີ່ແຫ່ງນີ້ ໂດຍຄາດວ່າ ການປັບປຸງອາຄານສະໜາມກິລາເຈົ້າອານຸວົງໃນເທື່ອນີ້ ຈະຊ່ວຍສົ່ງເສີມກິດຈະກຳທາງດ້ານກິລາ ແລະ ວັດທະນະທຳ ໃນ ສປປ ລາວ ພ້ອມທັງຫວັງວ່າສະໜາມກິລາແຫ່ງນີ້ ຈະກາຍເປັນສັນຍະລັກແຫ່ງມິດຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເປັນເວລາຍາວນານ ເຊັ່ນດຽວກັບດອກຊາກຸຣະຍີ່ປຸ່ນ ທີ່ປູກຢູ່ແຂວງຫົວພັນ ແລະ ຊ້າງ ທີ່ປະເທດລາວ ໄດ້ມອບໃຫ້ແກ່ສວນສັດ ນະຄອນກຽວໂຕ.

ຂ່າວ-ພາບ: ຂປລ