ມສ ສາລະພູມ ເປີດງານແຂ່ງຂັນກິລາ ປະຈໍາສົກຮຽນ 2023-2024
20/11/2023

ໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ສາລະພູມ ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ເປີດງານແຂ່ງຂັນກິລາ ປະຈໍາສົກຮຽນ 2023-2024 ໃນຕອນບ່າວັນທີ 16 ພະຈິກ 2023 ທີ່ເດີ່ນກິລາຂອງໂຮງຮຽນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ຢ່າງເປັນຂະບວນການຟົດຟື້ນ.
ໃນພິທີ, ທ່ານ ແກ້ວອຸດອນ ຄຸດທະວົງ ຜູ້ອໍານວຍການໂຮງຮຽນ ມສ ສາລະພູມ ກ່າວໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກິລາພາຍໃນໂຮງຮຽນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳສົກຮຽນ 2023-2024 ໃນຂະແໜງສຶກສາ ແລະ ກິລາ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ທັງເປັນການປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ດັ່ງນັ້ນ, ໂຮງຮຽນ ມສ ສາລະພູມ ພ້ອມດ້ວຍອົງການປົກຄອງບ້ານນາແດງ ຈຶ່ງໄດ້ຈັດກິດຈະກໍານີ້ຂຶ້ນຢ່າງເປັນທາງການ.
ໃນພິທີຍັງໄດ້ຮັບຊົມຂະບວນກ້ອນກໍາລັງຂອງນ້ອງນັກຮຽນ ແຕ່ຊັ້ນ ມ.1 ຮອດ ມ.7 ຊຶ່ງມີທັງໝົດ 17 ກ້ອນກໍາລັງ ທີ່ມາພ້ອມປ້າຍຄໍາຂວັນຂອງແຕ່ລະຫ້ອງ, ຮັບຊົມການສະແດງສິລະປະ-ວັນນະຄະດີຈາກນ້ອງນັກຮຽນທັງໝົດ 4 ບົດຟ້ອນ, ຊົມການເຕັ້ນແອໂຣບິກ, ຊົມການສະແດງສິລະປະມວຍພື້ນບ້ານ, ຊົມການແຂ່ງຂັນກິລາເປຕັງ ແລະ ການສະແດງກິລາເທຄວັນໂດ.
ສໍາລັບການແຂ່ງກັນກິລາເຕະບານປະສົມອາວຸໂສບ້ານນາແດງ ພົບກັບ ທີມປະສົມ ຫ້ອງການສຶກສາທິການ ແລະ ກິລາເມືອງ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມປະສົມອາວຸໂສບ້ານນາແດງ ເອົາຊະນະ ທີມປະສົມ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄປໄດ້ 2-1 ປະຕູ.
ພາບ-ຂ່າວ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



