ສູນກິລາພີພີໜອງຄາຍ-ຮ້ານດີພີສະປອດ ຊຸກຍູ້ອຸປະກອນກິລາໃຫ້ຊາວໜຸ່ມ ສວສ ເພື່ອມອບຕໍ່ໃຫ້ໂຮງຮຽນປະຖົມລ້ອງລານ
20/11/2023

ສູນກິລາພີພີໜອງຄາຍ ຜູ້ຜະລິດ ແລະ ຈຳໜ່າຍອຸປະກອນກິລາລາຍໃຫຍ່ຈາກແຂວງໜອງຄາຍ ປະເທດໄທ ໄດ້ມອບອຸປະກອນກິລາຍີ່ຫໍ້ຄິງໄທເກີ (King Tiger) ປະເພດບານເຕະ, ບານສົ່ງ ແລະ ກະຕໍ້ ແລະ ຮ້ານຂາຍເຄື່ອງກິລາດີພີສະປອດ ມອບກະຕໍ້ ແລະ ຕາໜ່າງບານສົ່ງ-ກະຕໍ້ ໃຫ້ກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິບັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໄປມອບຕໍ່ໃຫ້ກັບໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄຳ ແຂວງຊຽງຂວາງ ແນໃສ່ເຮັດໃຫ້ນ້ອງໆນັກຮຽນມີອຸປະກອນກິລາທີ່ດີ ແລະ ມີຄຸນນະພາບ ນຳໃຊ້ເຂົ້າກິດຈະກຳກິລາຂອງໂຮງຮຽນ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ, ສະໝອງປອດໂປ່ງ ແລະ ມີຜົນການຮຽນທີ່ດີ.
ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 18 ພະຈິກ 2023 ທີ່ສະໜາມກິລາໜອງປາເຂັງ ນະຄອນຫຼວງວຽງຈັນ ໂດຍເປັນກຽດກ່າວມອບຂອງ ທ່ານ ວິຊຽນ ໂລ້ວັນ ຫົວໜ້າໜ່ວຍງານກິລາ-ກາຍະກຳ ຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນຜູ້ປະສານງານສູນກິລາພີພີ ໜອງຄາຍ ແລະ ກ່າວຮັບແມ່ນ ທ່ານ ຈັນທະຄາດ ອິນທະດາລິນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ວິຊຽນ ໂລ້ວັນ ກ່າວວ່າ: ສຳລັບອຸປະກອນກິລາທີ່ທາງສູນກິລາພີພີໜອງຄາຍ ນຳມາມອບໃຫ້ກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຄັ້ງນີ້ ປະກອບມີ ບານເຕະ 2 ໜ່ວຍ, ບານສົ່ງ 2 ໜ່ວຍ ແລະ ກະຕໍ້ 1 ໜ່ວຍ ເພື່ອນຳໄປມອບຕໍ່ໃຫ້ກັບໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄຳ ແຂວງຊຽງຂວາງ ແນໃສ່ເຮັດໃຫ້ນ້ອງໆນັກຮຽນມີອຸປະກອນກິລາທີ່ດີ ແລະ ມີຄຸນນະພາບ ນຳໃຊ້ເຂົ້າກິດຈະກຳກິລາຂອງໂຮງຮຽນ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ, ສະໝອງປອດໂປ່ງ ແລະ ມີຜົນການຮຽນທີ່ດີ. ຄຽງຄູ່ກັນນີ້ກໍເພື່ອເປັນການປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ພ້ອມດຽວກັນນີ້, ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາດີພີສະປອດ (DP Sports) ຊຶ່ງເປັນສູນຈຳໜ່າຍເຄື່ອງກິລາຄຸນນະພາບຄົງວົງຈອນ ຈາກນະຄອນປາກເຊ ແຂວງຈຳປາສັກ ຍັງໄດ້ມອບອຸປະກອນກິລາ ປະເພດກະຕໍ້ 1 ໜ່ວຍ, ຕາໜ່າງບານສົ່ງ 1 ດາງ ແລະ ຕາໜ່າງກະຕໍ້ 1 ດາງ ໃຫ້ກັບຄະນະຊາວໜຸ່ມຮາກຖານ ສວສ ເພື່ອນຳໄປມອບຕໍ່ໃຫ້ກັບນ້ອງໆນັກຮຽນໂຮງຮຽນປະຖົມສົມບູນລ້ອງລານອີກດ້ວຍ.
ໂອກາດດຽວກັນ, ທ່ານ ຈັນທະຄາດ ອິນທະດາລິນ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານຊາວໜຸ່ມ ຮາກຖານ ສວສ ຕະຫຼອດເຖິງພະນັກງານ, ຄູອາຈານ ແລະ ນ້ອງໆນັກຮຽນໂຮງຮຽນປະຖົມສົມບູນລ້ອງລານ ເມືອງຄຳ ແຂວງຊຽງຂວາງ ໝົດທຸກຄົນທີ່ໄດ້ຮັບເຄື່ອງໃນຄັ້ງນີ້ ສະແດງຄວາມຂອບໃຈ, ຮູ້ບຸນຄຸນເປັນຢ່າງສູງ ແລະ ອວຍພອນໄຊອັນປະເສີດມາຍັງສູນກິລາພີພີໜອງຄາຍ ແລະ ຮ້ານຂາຍເຄື່ອງກິລາດີພີສະປອດ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທັງສ່ວນຕົວ ແລະ ຄອບຄົວ, ດຳເນີນທຸລະກິດມີຜົນສຳເລັດ, ຄ້າຂາຍລໍ້າລວຍ ແລະ ມີໂຊກມີກຳໄລຕະຫຼອດໄປ ພ້ອມຫວັງວ່າຈະໄດ້ຮັບການຊຸກຍູ້ຊ່ວຍເຫຼືອຕື່ມອີກຈາກບັນດາທ່ານໃນອະນາຄົດ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


