ເບ ສະຫວັນ ຄວ້າແຊ໋ມຟຸດຊໍ ລາວລີກ 2023 ມາຄອງຢ່າງຍິ່ງໃຫຍ່ ພ້ອມສະຖິຕິບໍ່ເສຍໃຫ້ທີມໃດ
20/11/2023

ສະໂມສອນ ເບ ສະຫວັນ ເອັບຊີ ສ້າງສະຖິຕິໃໝ່ບໍ່ເສຍໃຫ້ທີມໃດຈັກນັດ ລົງສະໜາມ 11 ນັດ ຊະນະ 9 ນັດ ສະເໝີ 2 ນັດ ມີ 31 ຄະແນນ ຄວ້າຂັນຊະນະເລີດ ພ້ອມຫຼຽນລາງວັນ, ລາງວັນຄູຝຶກດີເດັ່ນ ແລະ ເງິນສົດ 20 ລ້ານກີບ ໄປຄອງ ໃນການແຂ່ງຂັນເຕະບານ ຟຸດຊໍ ລາວລີກ ປະຈຳປີ 2023 ຢ່າງຍິ່ງໃຫຍ່ ຂະນະທີ່ ອັນດັບທີ 2 ຕົກເປັນຂອງ ສະໂມສອນ ຄິງດອມ ຢູໄນເຕັດ ໄດ້ຮັບເງິນສົດ 15 ລ້ານກີບ ພ້ອມລາງວັນດາວຍິງສູງສຸດ.
ພິທີມອບ-ຮັບຂັນລາງວັນຊະນະເລີດ ໃນການແຂ່ງຂັນກິລາເຕະບານຟຸດ ລາວລີກ 2023 ໄດ້ມີຂຶ້ນເມື່ອວັນທີ 19 ພະຈິກ 2023 ທີ່ສະໜາມຟຸດຊໍ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ຄຳໄພ່ ປຣະເສີດ ຮອງປະທານ ສຕລ ທັງເປັນຫົວໜ້າອະນຸກຳມະການຈັດການແຂ່ງຂັນ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ, ນັກກິລາ ແລະ ກອງເຊຍຢ່າງຫຼວງຫຼາຍ.
ກ່ອນພິທີປິດການແຂ່ງຂັນ ກໍໄດ້ມີການແຂ່ງຂັນຄູ່ປິດລະດູການແຂ່ງຂັນເຕະບານ ຟຸດຊໍ ລາວລີກ 2023 ເປັນການພົບກັນລະຫວ່າງ ສະໂມສອນ ເບ ສະຫວັນ ເອັບຊີ ທີມນຳຕາຕະລາງ ພົບກັບ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ທີມອັນດັບ 6 ຂອງຕາຕະລາງ. ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມ ບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປແບບສຸດມັນ 4-4 ປະຕູ ສົ່ງຜົນໃຫ້ ເບ ສະຫວັນ ລົງສະໜາມ 11 ນັດ ຊະນະ 9 ນັດ ສະເໝີ 2 ນັດ ມີ 31 ຄະແນນ ຄວ້າຂັນຊະນະເລີດ ສ່ວນ ມັດສະດາ ລາວ ຈີບີ ເອັບຊີ ລົງສະໜາມ 11 ນັດ ຊະນະ 5 ນັດ ສະເໝີ 2 ນັດ ເສຍ 5 ນັດ ມີ 17 ຄະແນນ ໄດ້ອັນດັບທີ 5 ໄປຄອງ.
ການແຂ່ງຂັນເຕະບານ ຟຸດຊໍ ລາວລີກ 2023 ແມ່ນໄດ້ດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 9 ກັນຍາ 2023 ຊຶ່ງມີທີມເຂົ້າຮ່ວມຊີງໄຊທັງໝົດ12 ສະໂມສອນ ແຂ່ງຂັນລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຮອບຂາກັບ ປະກອບມີ: ເບ ສະຫວັນ ເອັບຊີ, ຄິງດ້ອມ ຢູໄນເຕັດ, ເໜືອ-ໃຕ້, ບຸນມີ ເຟີນິເຈີ, ມັດສະດາ ລາວ ຈີບີ ເອັບຊີ, ທີເອັມ ເອັບຊີ, ວີເຊິນ ເອັບຊີ, ນະຄອນຫຼວງ ເອັບຊີ, ເລີບສະປາ ເອັບຊີ, ອາສາ ພາວເວີ້, ຊີທີເອ ພາວເວີ້ ແລະ ເອັບເອແອວ.
ສະຫຼຸບການແຂ່ງຂັນເຕະບານຟຸດຊໍ ລາວລີກ 2023 ປີນີ້ ແຊ໋ມຕົກເປັນຂອງ ສະໂມສອນ ເບສະຫວັນ ເອັບຊີ ລົງສະໜາມ 11 ນັດ ຊະນະ 9 ນັດ ສະເໝີ 2 ນັດ ມີ 31 ຄະແນນ ເປັນທີມດຽວທີ່ສ້າງສະຖິຕິບໍ່ເສຍໃຫ້ທີມໃດຈັກນັດ ໄດ້ຮັບຂັນແຊ໋ມ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ເເລະ ເງິນລາງວັນ ຈຳນວນ 20 ລ້ານກີບ ສ່ວນຮອງຊະນະເລີດ ຕົກເປັນຂອງ ສະໂມສອນ ຄິງດ້ອມ ຢູໄນເຕັດ ລົງສະໜາມ 11 ນັດ ຊະນະ 9 ນັດ ສະເໝີ 1 ນັດ ແລະ ເສຍ 1 ນັດ ລວມມີ 28 ຄະແນນ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ອັນດັບທີ 3 ສະໂມສອນ ເໜືອ-ໃຕ້ ລົງສະໜາມ 11 ນັດ ຊະນະ 7 ນັດ ສະເໝີ 2 ນັດ ແລະ ເສຍ 2 ນັດ ລວມມີ 23 ຄະແນນ ໄດ້ຮັບເງິນລາງວັນ 10 ລ້ານກີບ. ຂະນະທີ່ ລາງວັນຜູ້ຍິງປະຕູສູງສຸດ ຕົກເປັນຂອງ ໂຕນ່າ ບຸນມາໄລ ຈາກສະໂມສອນ ຄິງດ້ອມ ຢູໄນເຕັດ ລົງສະໜາມ 11 ນັດ ຍິງໄປຄົນດຽວ 42 ປະຕູ ສ່ວນລາງວັນຜູ້ຮັກສາປະຕູດີເດັ່ນເປັນຂອງ ລັດຕະກອນ ແກ້ວບົວ ຈາກສະໂມສອນ ເໜືອ-ໃຕ້ ລົງສະໜາມ 11 ນັດ ເສຍ 31 ປະຕູ ແລະ ສາມາດຍິງໄດ້ 3 ປະຕູ, ລາງວັນນັກກິລາດີເດັ່ນ ເປັນຂອງ ສະຫຼັດ ວິໄລພັນ ຈາກສະໂມສອນ ເລີບສະປາ ລົງສະໜາມ 11 ນັດ ຍິງໄດ້ 38 ປະຕູ ແລະ ລາງວັນຄູຝຶກດີເດັ່ນເປັນຂອງ ທ່ານ ອຳໄພວັນ ຈັນທະລາວົງ ຈາກສະໂມສອນ ເບ ສະຫວັນ ເອັບຊີ.
ໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
