ທັບນັກກິລາກະຕໍ້ທີມຊາດລາວ ສ້າງຜົນງານເດັ່ນຄວ້າ 1 ຫຼຽນເງິນ ແລະ 3 ຫຼຽນທອງ ລາຍການນານາຊາດ ທີ່ ສປ ຈີນ
24/11/2023

ທັບນັກກິລາກະຕໍ້ທີມຊາດລາວ ຊຶ່ງເປັນນັກສຶກສາ-ນັກຮຽນ ຈາກສະຖາບັນກິລາ-ກາຍະກຳ ແລະ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ສ້າງຜົນງານພົ້ນເດັ່ນ ຄວ້າ 1 ຫຼຽນເງິນ ແລະ 3 ຫຼຽນທອງ ໃນການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ເມືອງກຸຍຢາງ ແລະ ສືບຕໍ່ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ທີ່ເມືອງຢູນນານ ທີ່ ສປ ຈີນ ເປັນເຈົ້າພາບ.
ພາຍຫຼັງທີ່ທັບນັກກິລາກະຕໍ້ລາວ ໄດ້ອອກເດີນທາງ ເມື່ອວັນທີ 17 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ຊີງແຊ໋ມນານາຊາດ 2 ລາຍການໃຫຍ່ ທີ່ ສປ ຈີນ ຮັບກຽດເປັນເຈົ້າພາບ ຄື: ການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-21 ພະຈິກ 2023 ແລະ ການແຂ່ງຂັນກິລາກະຕໍ້ ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ-ກາຍະກຳ ເປັນຜູ້ຈັດການທີມ.
ສຳລັບຜົນງານໃນການແຂ່ງຂັນງານທຳອິດ ກໍຄືການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຈັດຂຶ້ນ ລະຫວ່າງວັນທີ 17-21 ພະຈິກ ຜ່ານມາ ທີ່ເມືອງກຸຍຢາງ ສປ ຈີນ ຊຶ່ງມີນັກກິລາຈາກ 6 ປະເທດເຂົ້າຮ່ວມ ປະກອບມີ ເຈົ້າພາບ ສປ ຈີນ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ສປປ ລາວ ຊຶ່ງນັກກິລາກະຕໍ້ທີມຊາດລາວຊຸດນີ້ສ່ວນໃຫຍ່ແມ່ນເປັນນັກສຶກສາທີ່ມາຈາກສະຖາບັນກິລາ-ກາຍະກຳ ຊຶ່ງເປັນນັກກິລາກະຕໍ້ທີມຊາດລາວຊຸດໃຫຍ່ ປະສົມປະສານກັບນັກກິລາຮຸ່ນສືບທອດຂອງໂຮງຮຽນພອນສະຫວັນກິລາ-ກາຍະກຳ ມີທັງໝົດ 12 ຄົນ, ຍິງ 6 ຄົນ, ຄະນະນຳ 2 ຄົນ, ຄູຝຶກ 2 ຄົນ ແລະ ນັກກິລາ 12 ຄົນ ສາມາດຍາດໄດ້ຜົນງານ 1 ຫຼຽນເງິນ ໄດ້ມາຈາກປະເພດ ທີມດ່ຽວຊາຍ ແລະ 3 ຫຼຽນທອງ ໄດ້ມາຈາກປະເພດ ທີມ 4 ຊາຍ, ທີມດ່ຽວຍິງ ແລະ ທີມ 4 ຍິງ ພາຍຫຼັງຈົບລາຍການແຂ່ງຂັນນີ້ແລ້ວ ທັບນັກກິລາກະຕໍ້ລາວ ກໍຈະໄດ້ສືບຕໍ່ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຊຶ່ງເປັນລາຍການທີ່ 2 ຈະຈັດຂຶ້ນທີ່ເມືອງຢູນນານ ສປ ຈີນ ເປັນເຈົ້າພາບ ລະຫວ່າງວັນທີ 23-27 ພະຈິກນີ້. ຫຼັງຈາກນັ້ນ, ກໍຈະໄດ້ເດີນທາງກັບບ້ານເກີດ ສປປ ລາວ.
ຂ່າວໂດຍ: ສົງການ ພັນແພງດີ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


