ບໍລິສັດ ເອັນພີ ມອບເຄື່ອງກິລາ 44 ຊຸດ ໃຫ້ກົມຕຳຫຼວດສືບສວນ-ສອບສວນ ຈັດກິດຈະກຳກິລາສະຫຼອງວັນຊາດ ຄົບຮອບ 48 ປີ
24/11/2023

ບໍລິສັດ ເອັນພີ ທີ່ປຶກສາ ຈຳກັດ ຜູ້ດຽວ ໃຫ້ການສະໜັບສະໜູນມອບເຄື່ອງນຸ່ງກິລາ ຈຳນວນ 44 ຊຸດ ລວມມູນຄ່າ 7 ລ້ານກວ່າກີບ ໃຫ້ແກ່ກົມຕຳຫຼວດ ສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອຄວາມສະດວກໃນການຈັດກິດຈະກຳຮ່ວມກັບບັນດາພາກສ່ວນທັງພາກລັດ-ພາກເອກະຊົນ ເນື່ອງໃນໂອກາດສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນມໍ່ໆນີ້.
ພິທີມອບ-ຮັບເສື້ອກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 22 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນກຽດມອບໂດຍທ່ານ ນາງ ພັນນາລີ ແກ້ວສະກຸນວຽງ ປະທານບໍລິສັດ ເອັນພີ ທີ່ປຶກສາ ຈຳກັດ ຜູ້ດຽວ ແລະ ກ່າວຮັບແມ່ນທ່ານ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ທັງເປັນເຈົ້າຂອງສະໜາມຫຍ້າທຽມ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະ ແລະ ບັນດາພະນັກງານ ກໍຄື ສະມາຊິກນັກກິລາບານເຕະຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພິຍານ.
ພາຍຫຼັງພິທີມອບ-ຮັບສຳເລັດແລ້ວ ໃນບັນຍາກາດດັ່ງກ່າວ ກໍໄດ້ມີການແຂ່ງຂັນກິລາເຕະບານນັດພິເສດ ມິດຕະພາບ ລະຫວ່າງ ທີມ ເບ ສະຫວັນ ເອັບຊີ ພົບກັບ ທີມກົມຕຳຫຼວດ ສືບສວນ-ສອບສວນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີໃຫ້ແກ່ນັກກິລາຂອງທັງສອງທີມດ້ວຍກັນໃຫ້ນັບມື້ກວ້າງຂວາງຂຶ້ນເລື້ອຍໆ ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປແບບສຸດມ່ວນ 2-2 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



