ຈັບສະຫຼາກປະສົບຄູ່ແລ້ວ ເຕະບານເອີໂຣ 2024 ຮອບເພອັອບ ຄັດເລືອກເອົາ 3 ທີມເຂົ້າສູ່ຮອບສຸດທ້າຍ

ສະຫະພັນບານເຕະເອີຣົບ ຫຼື ຢູຟາ ໄດ້ຈັດພິທີຈັບສະຫຼາກປະກົບຄູ່ແຂ່ງຂັນຮອບເພອັອບ ເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ເອີໂຣ 2024 ຢ່າງເປັນທາງການ ໂດຍແບ່ງອອກເປັນ 3 ເສັ້ນທາງ ເພື່ອຄົ້ນຫາອີກ 3 ທີມ ຜ່ານເຂົ້າສູ່ຮອບສຸດທ້າຍ ທີ່ປະເທດເຢຍລະມັນ ເປັນເຈົ້າພາບ ໃນປີ 2024.
ສຳລັບທີມທີ່ໄດ້ສິດມາແຂ່ງຂັນໃນຮອບເພອັອບ ເປັນທີມທີ່ຕົກຮອບຄັດເລືອກເຕະບານເອີໂຣ 2023 ຕາມຕາຕະລາງແຂ່ງຂັນແບບປົກກະຕິ ແຕ່ສ້າງຜົນງານໄດ້ດີທີ່ສຸດຕາມລີກຂອງຕົນເອງໃນການແຂ່ງຂັນເຕະບານ ຢູຟາ ເນຊັນລີກ ລະດູການ 2022-2023 ຊຶ່ງໃນຮອບເພອັອບນີ້ຈະແຂ່ງແບບນັດດຽວຈົບໃນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ.
ຜົນປະກົດວ່າໃນເສັ້ນທາງ ເອ ຮອບຮອງຊະນະເລີດ ທີມຊາດເວວ ຈະເປີດບ້ານພົບກັບ ທີມຊາດແຟງລັງ (ຟິນແລນ) ແລະ ທີມຊາດໂປໂລຍ (ໂປແລນ ເປີດບ້ານພົບກັບ ແອັດສະໂຕນີ (ເອັດໂນເນຍ), ເສັ້ນທາງ ບີ ທີມຊາດບອດນີ ພົບກັບ ທີມຊາດອູແກຣນ (ຢູເຄຣນ) ແລະ ທີມຊາດອິດສະຣາແອນ ພົບກັບ ທີມຊາດໄອສະແລນ, ເສັ້ນທາງຊີ ທີມຊາດຈໍເຈຍ ພົບກັບ ທີມຊາດລຸກຊຳບວກ (ລັກເຊມເບິກ) ແລະ ທີມຊາດເກຣັກ ພົບກັບ ທີມຊາດຄາຊັກສະຖານ.
ສ່ວນນັດຊີງຊະນະເລີດ ເສັ້ນທາງເອ ຜູ້ຊະນະລະຫວ່າງ ເວວ-ແຟງລັງ ຈະໄດ້ເປັນເຈົ້າບ້ານ, ເສັ້ນທາງບີ ຜູ້ຊະນະລະຫວ່າງ ບອດນີ-ອູແກຣນ ຈະໄດ້ເປັນເຈົ້າບ້ານ ແລະ ເສັ້ນທາງຊີ ຜູ້ຊະນະລະຫວ່າງ ຈໍເຈຍ-ລຸກຊຳບວກ ຈະໄດ້ເປັນເຈົ້າບ້ານ. ຊຶ່ງເກມຮອບຮອງຊະນະເລີດ ຈະແຂ່ງຂັນວັນດຽວກັນໝົດຄືໃນວັນທີ 21 ມີນາ 2024 ແລະ ຮອບຊີງຊະນະເລີດ ຈະແຂ່ງຂັນໃນວັນທີ 26 ມີນາ 2024.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
