ຮຮ ກິນນອນຊົນເຜົ່ານ້ຳບາກ ສຳເລັດການແຂ່ງຂັນກິລາ ຄັ້ງທີ 1 ປະຈຳສົກຮຽນ 2023-2024

ໂຮງຮຽນ (ຮຮ) ສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ມີພິທີປິດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ຄັ້ງທີ 1 ປະຈຳສົກຮຽນ 2023-2024 ໂດຍການເປັນປະທານຂອງ ທ່ານ ບຸນທັນ ຈັນທະສີດາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ, ມີທ່ານ ສົມພອນ ສິດທິພອນ ຮັກສາການຜູ້ອໍານວຍການໂຮງຮຽນກິນນອນຊົນເຜ່ົານ້ຳບາກ ແລະ ທ່ານ ຄໍາພັນ ແສງອາລຸນ ຮອງຜູ້ອໍານວຍການໂຮງຮຽນ ມສ ນໍ້າບາກ ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນ ພ້ອມດ້ວຍນັກກິລາຢ່າງພ້ອມພຽງ.
ງານແຂ່ງຂັນກິລາໃນຄັ້ງນີ້ ແມ່ນເລີ່ມຈັດຂຶ້ນລະຫວ່າງວັນທີ 30 ຕຸລາ 2023 ຫາວັນທີ 23 ພະຈິກ 2023 ກໍສຳເລັດ ທັງນີ້ກໍເພື່ອເຮັດໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ; ເພື່ອສ້າງຄວາມສາມັກຄີ-ໄມຕີຈິດມິດຕະພາບລະຫວ່າງນ້ອງນັກຮຽນດ້ວຍກັນ; ເພື່ອເປັນການຄັດເລືອກເອົາຕົວແທນນັກກິລາຂອງໂຮງຮຽນ; ເພື່ອກຽມຄວາມພ້ອມໃນການຈັດງານແຂ່ງຂັນກິລາ 4 ມສ ໃນທົ່ວເມືອງ ທີ່ທາງໂຮງຮຽນສາມັນກິນນອນຊົນເຜົ່າ ໄດ້ຮັບກຽດເປັນເຈົ້າພາບ ໃນຕໍ່ໜ້ານີ້. ຊຶ່ງການແຂ່ງຂັນກິລາດັ່ງກ່າວ ປະກອບມີ ເຕະບານຍິງ-ຊາຍ ຊັ້ນ ມ.ປາຍ, ເຕະບານຍິງ-ຊາຍ ຊັ້ນ ມ.ຕົ້ນ, ບານສົ່ງຍິງ-ຊາຍ ຊັ້ນ ມ.ປາຍ, ບານສົ່ງຍິງ-ຊາຍ ຊັ້ນ ມ.ຕົ້ນ, ກະຕໍ້ຍິງ-ຊາຍ ຊັ້ນ ມ.ປາຍ, ກະຕໍ້ຍິງ-ຊາຍ ຊັ້ນ ມ.ຕົ້ນ, ແລ່ນ 100 ແມັດຍິງ-ຊາຍ ຊັ້ນ ມ.ຕົ້ນ ແລະ ມ.ປາຍ, ແລ່ນ 800 ແມັດຍິງ-ຊາຍ ຊັ້ນ ມ.ປາຍ, ໜ້າເກັກຍິງ-ຊາຍ ຊັ້ນ ມ.ປາຍ ແລະ ໝາກຂ່າງຍິງ-ຊາຍ ຊັ້ນ ມ.ປາຍ ແລະ ມ.ຕົ້ນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ເຕະບານຍິງ ມ.ຕົ້ນ ລະຫວ່າງ ມ.3-ມ.4 ຊະນະເລີດ ຂັ້ນ ມ.4 ແລະ ເຕະບານຍິງ ມ.1-ມ.2 ຊະນະເລີດ ຂັ້ນ ມ.2, ເຕະບານຊາຍ ມ.1-ມ.2 ຊະນະເລີດ ຂັ້ນ ມ.2 ແລະ ເຕະບານຊາຍ ມ.3-ມ.4 ຊະນະເລີດ ຂັ້ນ ມ.4; ບານສົ່ງຍິງ ມ.3-ມ.4 ຊະນະເລີດ ຂັ້ນ ມ.4 ແລະ ບານສົ່ງຊາຍ ມ.3-ມ.4 ຊະນະເລີດ ຂັ້ນ ມ.4; ກະຕໍ້ ຍິງ ມ.3-ມ.4 ຊະນະເລີດ ຂັ້ນ ມ.3 ແລະ ກະຕໍ້ຊາຍ ຊະນະເລີດ ຂັ້ນ ມ.4; ກະຕໍ້ຍິງ ມ.1-ມ.2 ຊະນະເລີດ ຂັ້ນ ມ.1 ແລະ ກະຕໍ້ຊາຍ ມ.1-ມ.2 ຊະນະເລີດ ຂັ້ນ ມ.2; ແລ່ນ 100 ແມັດຍິງ ຊະນະເລີດ ນາງ ຕັກສຸດາ ຂັ້ນ ມ.3 ແລະ ແລ່ນ 100 ແມັດຊາຍ ຊະນະເລີດ ທ້າວ ຈືເນັງ ຂັ້ນ ມ.2.
ສ່ວນຊັ້ນ ມ.ປາຍ ເຕະບານຍິງ ຊະນະເລີດ ຂັ້ນ ມ.5 ແລະ ເຕະບານຊາຍ ຊະນະເລີດ ຂັ້ນ ມ.7; ບານສົ່ງຍິງ ຊະນະເລີດ ຂັ້ນ ມ.6 ແລະ ບານສົ່ງຊາຍ ຊະນະເລີດ ຂັ້ນ ມ.7; ກະຕໍ້ຍິງ ຊະນະເລີດ ຂັ້ນ ມ.6 ແລະ ກະຕໍ້ຊາຍ ຊະນະເລີດ ຂັ້ນ ມ.6; ບານສົ່ງຍິງ ຊະນະເລີດ ຂັ້ນ ມ.6 ແລະ ບານສົ່ງຊາຍ ຊະນະເລີດ ຂັ້ນ ມ.7; ກະຕໍ້ຍິງ ຊະນະເລີດ ຂັ້ນ ມ.6 ແລະ ກະຕໍ້ຊາຍ ຊະນະເລີດ ຂັ້ນ ມ.6; ແລ່ນ 100 ແມັດຊາຍ ຊະນະເລີດ ທ້າວ ມີ ຂັ້ນ ມ.7, ແລ່ນ 800 ແມັດຍິງ ຊະນະເລີດ ນາງ ນ້ອຍນຸດ ຂັ້ນ ມ.4 ແລະ ແລ່ນ 800 ແມັດຊາຍ ຊະນະເລີດ ທ້າວ ຮັກ ຂັ້ນ ມ.6; ໝາກຂ່າງຊາຍ ຊະນະເລີດ ທ້າວ ເຈຍຮື, ທ້າວ ລີປໍ ແລະ ທ້າວ ເຈີລີ ຂັ້ນ ມ.6.
ພາບ-ຂ່າວ: ໂຮງຮຽນກິນນອນຊົນເຜ່ົານ້ຳບາກ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026





