ສກຂ ສະຫວັນນະເຂດ ສຳເລັດການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023
29/11/2023

ຂະແໜງກິລາ-ກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ໃນວັນທີ 28 ພະຈິກ 2023 ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍມີ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຂະແໜງ 10 ຂະແໜງ ແລະ ຄະນະອໍານວຍການໂຮງຮຽນອ້ອມຂ້າງ, ພະນັກງານວິຊາການພາຍໃນພະແນກ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສົມສິດ ຫວັນນະບົວທອງ ຫົວໜ້າຂະແໜງກິລາ-ກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານບົດສະຫຼຸບການແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2023 ໃຫ້ຮູ້ວ່າ: ດັ່ງທີ່ພວກເຮົາຮັບຮູ້ນໍາກັນວ່າ ຢາເສບຕິດເປັນບັນຫາໃຫຍ່ໜຶ່ງ ທີ່ສົ່ງຜົນຮ້າຍຕໍ່ບ້ານເມືອງ, ຄວາມໝັ້ນຄົງຂອງຊາດ, ເສດຖະກິດ-ສັງຄົມ, ການຄ້າມະນຸດ ແລະ ການກໍ່ອາຊະຍາກໍາຕ່າງໆໃນທົ່ວໂລກ ເວົ້າລວມ, ເວົ້າສະເພາະ ສປປລາວ ກໍຄືແຂວງສະຫວັນນະເຂດ ຢາເສບຕິດໄດ້ແຜ່ລະບາດເປັນວົງກວ້າງໃນຮູບແບບເກົ່າ ແລະ ແບບໃໝ່ເປັນຕົ້ນ: ຢາບ້າ, ຢາສູບໄຟຟ້າ, ນໍ້າກະທ້ອມ, ກາເຟປະສົມສານເສບຕິດ, ຄໍລາເຈນ, ເກມອອນລາຍ ແລະ ການພະນັນອອນລາຍ ໃນກຸ່ມໄວໜຸ່ມ ແລະ ກຸ່ມຄົນທົ່ວໄປ ຊຶ່ງປະກົດໃຫ້ເຫັນຢູ່ຕາມສະຖານທີ່ບັນເທີງຕ່າງໆ ແລະ ສະຖານທີ່ສາທາລະນະ. ສະນັ້ນ ທຸກພາກສ່ວນໃນສັງຄົມ ກໍໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ໄດ້ມີງົບປະມານຈໍານວນໜຶ່ງໃຫ້ກັບຂະແໜງສຶກສາ ເພື່ອນໍາໄປເຄື່ອນໄຫວກິດຈະກໍາກິລາ, ສິລະປະ-ວັນນະຄະດີ, ລົງກວດນໍ້າປັດສະວະຫາສານເສບຕິດຂອງພະນັກງານ, ຄູອາຈານຂັ້ນເມືອງ, ນະຄອນໄກສອນພົມວິຫານ ແລະ ໂຮງຮຽນເປົ້າໝາຍພ້ອມນັ້ນຍັງໄດ້ລົງຕິດຕາມ, ເຜີຍແຜ່ ແລະ ຊຸກຍູ້ເພື່ອສ້າງຄວາມເຂັ້ມແຂງໃຫ້ຫຼາຍພາກສ່ວນທົ່ວແຂວງ.
ໂອກາດນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ກໍໄດ້ມີຄຳເຫັນໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນໃນຂອບເຂດທົ່ວແຂວງ ຮັບຮູ້ເຂົ້າໃຈຕໍ່ກັບຜົນຮ້າຍຂອງຢາເສບຕິດໃຫ້ຫຼາຍຂຶ້ນກວ່າເກົ່າ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

