ເມືອງທ່າໂທມ ສ້າງຂະບວນການແຂ່ງຂັນກິລາ ຮັບຕ້ອນວັນສຳຄັນຂອງຊາດ
29/11/2023

ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ເປີດການແຂ່ງຂັນກິລາ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ກໍຄືວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 103 ປີ ແລະ ເນື່ອງໃນໂອກາດທີ່ຈະໄດ້ປະກາດເມືອງທ່າໂທມ ເປັນເມືອງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ໃນໃກ້ໆນີ້ ໃຫ້ເປັນຂະບວນການຟົດຟື້ນ.
ພິທີເປີດການແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 27 ພະຈິກ 2023 ທີ່ເດີ່ນໂຮງຮຽນ ມສ ທ່າໂທມ ເມືອງທ່າໂທມ ໂດຍການເຂົ້າຮ່ວມຂອງ ທ່ານ ສຸກສະເຫຼີມ ສົມມະນີ ເຈົ້າເມືອງທ່າໂທມ ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາຢ່າງພ້ອມພຽງ.
ໃນພິທີ, ທ່ານ ວັນດີ ທໍາມະຕານ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ກ່າວເປີດການແຂ່ງຂັນພ້ອມທັງລາຍງານການຫ້າງຫາກະກຽມສ້າງຂະບວນການດ້ານກິລາສະເຫຼີມສະຫຼອງວັນສຳຄັນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການສ້າງຂະບວນການແຂ່ງຂັນກິລາ ແມ່ນເພື່ອເປັນການແລກປ່ຽນບົດຮຽນທາງດ້ານກິລາ, ເພື່ອພົບປະຜູກແໜ້ນຄວາມສາມັກຄີກັນ ແລະ ເພື່ອເຮັດໃຫ້ມີສຸຂະພາບແຂງແຮງ ໃນການແຂ່ງຂັນກິລາທີ່ຈັດຂຶ້ນແມ່ນມີ 3 ປະເພດກິລາຄື: ເຕະບານຊາຍ, ບານສົ່ງຍິງ-ຊາຍ ແລະ ເປຕັງຍິງ-ຊາຍ. ໃນນີ້ເຕະບານຊາຍ ມີ 12 ທີມ, ບານສົ່ງຊາຍ ມີ 8 ທີມ, ບານສົ່ງຍິງ ມີ 11 ທີມ, ເປຕັງຊາຍ ມີ 33 ທີມ ແລະ ເປຕັງຍິງ ມີ 17 ທີມ.
ສ່ວນປະເພດຂອງລາງວັນ ຊະນະເລີດເຕະບານຊາຍ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 3 ລ້ານກີບ, ອັນດັບທີ 2 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ, ອັນດັບທີ 3 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 1 ລ້ານກີບ ແລະ ອັນດັບທີ 1 ໄດ້ຮັບເງິນລາງວັນ 5 ແສນກີບ; ບານສົ່ງຍິງ-ຊາຍ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 2 ລ້ານກີບ, ອັນດັບທີ 3 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 1,8 ລ້ານກີບ, ອັນດັບທີ 3 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 1,5 ລ້ານກີບ ແລະ ອັນດັບທີ 4 ໄດ້ຮັບເງິນລາງວັນ 1 ລ້ານກີບ; ເປຕັງຍິງ-ຊາຍ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 1,5 ລ້ານກີບ, ອັນດັບທີ 2 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 1 ລ້ານກີບ, ອັນດັບທີ 3 ໄດ້ຮັບຫຼຽນ ພ້ອມເງິນລາງວັນ 8 ແສນກີບ ແລະ ອັນດັບທີ 4 ໄດ້ຮັບເງິນລາງວັນ 5 ແສນກີບ. ພ້ອມນັ້ນ, ຕາງໜ້າກໍາມະການຕັດສິນກິລາແຕ່ລະປະເພດ ແລະ ຕາງໜ້ານັກກິລາແຕ່ລະປະເພດກໍໄດ້ຂຶ້ນປະຕິຍານຕົນເອງ.
ການສ້າງຂະບວນການແຂ່ງຂັນກິລາຄັ້ງນີ້ ແມ່ນເລີ່ມແຕ່ວັນທີ 27-30 ພະຈິກ 2023 ຈຶ່ງຈະສຳເລັດ.
ພາບ-ຂ່າວ: ພູເງິນ ວັນນະພາ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
