ຄູສອນວິຊາພະລະສຶກສາ ສຕລ 80 ໂຮງຮຽນ ຮັບການຍົກລະດັບຄວາມຮູ້ດ້ານກິລາບານເຕະໃນໂຮງຮຽນ
29/11/2023

ສະຫະພັນບານເຕະນານາຊາດ ຫຼື ຟີຟາ ຮ່ວມກັບ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດພິທີເປີດຝຶກອົບຮົມກິລາບານເຕະໃນໂຮງຮຽນ (FIFA FOOTBALL FOR SCHOOLS) ໃນລະຫວ່າງວັນທີ 28-29 ພະຈິກ 2023 ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ (Fatimata Sow Sidibe) ຫົວໜ້າໂຄງການກິລາບານເຕະໃນໂຮງຮຽນ, ຜູ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄູອາຈານທີ່ສິດສອນວິຊາພະລະສຶກສາ ຈຳນວນ 80 ທ່ານ ຈາກ 80 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ສຳລັບການຝຶກອົບຮົມກິລາບານເຕະໃນໂຮງຮຽນໃນໂຄງການດັ່ງກ່າວນີ້ແມ່ນມີຈຸດປະສົງສົ່ງເສີມໃຫ້ນັກຮຽນ ໄດ້ເຂົ້າເຖິງການຫຼິ້ນກິລາບານເຕະພາຍໃນໂຮງຮຽນຫຼາຍຂຶ້ນ ແລະ ໄດ້ຮັບການຝຶກແອບຢ່າງຖືກວິທີ ສອນໂດຍຄູອາຈານພະລະສຶກສາພາຍໃນໂຮງຮຽນ ເພື່ອເປັນຕົວແບບ ແລະ ເປັນອີກໂຄງການໜຶ່ງສຳລັບປີຕໍ່ໆໄປ, ພາຍຫຼັງການຝຶກອົບຮົມສຳເລັດລົງພວກເຮົາຈະໄດ້ມີພິທີເປີດພິທີໂຄງການກິລາບານເຕະໃນໂຮງຮຽນ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023 ນີ້. ເຖິງຢ່າງໃດກໍດີ, ສະຫະພັນບານເຕະແຫ່ງຊາດລາວ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການພັດທະນາບານເຕະຂັ້ນພື້ນຖານໃຫ້ແກ່ນັກຮຽນ, ຊຶ່ງທີ່ຜ່ານມາ ໄດ້ມີການລົງເຮັດກິດຈະກຳບານເຕະຂັ້ນພື້່ນຖານ ແລະ ຈັດຝຶກອົບຮົມຄູຝຶກລະດັບ D ໃນທຸກໆແຂວງທົ່ວປະເທດ. ສໍາລັບໂຄງການນີ້ແມ່ນຈະສຸມໃສ່ການພັດທະນາບານເຕະໃນໂຮງຮຽນເປັນຫຼັກ ໂດຍແມ່ນບັນດານັກຮຽນ ແລະ ຄູພະລະເປັນເປົ້າໝາຍຫຼັກກຂອງໂຄງການດັ່ງກ່າວ.
ໂອກາດດຽວກັນ, ທ່ານ ນາງ ຟາຕີມາຕາ ໂຊ ຊີດີເບ ກໍໄດ້ກ່າວວ່າ: ຮູ້ສຶກເປັນກຽດທີ່ໄດ້ມາປະເທດລາວ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມກິລາບານເຕະໃນໂຮງຮຽນ ຊຶ່ງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນຫຼາຍປະເທດ ແລະ ໂຄງການນີ້ບໍ່ພຽງແຕ່ຝຶກແອບບານເຕະໃຫ້ນັກຮຽນເທົ່ານັ້ນ ແຕ່ຍັງຈະສອນໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງທັກສະການໃຊ້ຊີວິດອີກດ້ວຍ.ຫວັງຢ່າງຍິ່ງວ່າ ຜູ້ເຂົ້າຮ່ວມຈະນຳເອົາຄວາມຮູ້ໃນການເຂົ້າຮ່ວມໃນຄັ້ງນີ້ ເພື່ອໄປພັດທະນາໂຮງຮຽນຂອງຕົນເອງ ໄປສິດສອນກິລາບານເຕະໃຫ້ ກັບບັນດາເຍົາວະຊົນ ແລະ ສະແດງຄວາມຊົມເຊີມມາຍັງ ສຕລ ທີ່ສາມາດສ້າງແຜນຍຸດທະສາດພັດທະນາກິລາບານເຕະຍິງ ແລະ ຈັດການແຂ່ງຂັນລາວລີກຍິງ ເປັນຄັັ້ງທໍາອິດ.
ການຝຶກອົບຮົມໂຄງການດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 2 ວັນນັບຕັ້ງແຕ່ວັນທີ 28-29 ພະຈິກ 2023 ຊຶ່ງລວມມີພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ທີ່ສະໜາມ ແລະ ຍັງຈະໄດ້ເປີດພີທີໂຄງການ FIFA FOOTBALL FOR SCHOOLS ໃນວັນທີ 30 ພະຈິກ 2023 ສຳລັບໂຄງການນີ້ຖືວ່າເປັນໂຄງການໄລຍະຍາວ ແລະ ເປັນໂຄງການຮ່ວມມືລະຫວ່າງ ສະຫະພັນບານເຕະນານາຊາດ (FIFA) ກັບ ສະຫະພັນບານເຕະແຫ່ງຊາດລາວ ແລະ ກົມກິລາມວນຊົນ, ພະລະ ແລະ ສິລະປະ ກະຊວງສຶກສາທິການ ແລະ ກິລາ ເພື່ອພັດທະນາກິລາບານເຕະລະດັບເຍົາວະຊົນຂອງສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
