ວພສ ຈັດແຂ່ງຂັນເຕະບານ ຄູອາຈານ-ນັກສຶກສາ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ
29/11/2023

ວິທະຍາໄລພະລະສຶກສາ ຫຼື ວພສ ຮ່ວມມືກັບ ສະໂມສອນ ຊຸງຊານ ເອັບຊີ (Sung San FC) ຈາກ ສ. ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ ຈັດການແຂ່ງຂັນກິລາເຕະບານລະດັບນັກສຶກສາ ຮ່ວມກັບ ພະນັກງານ, ຄູອາຈານ ພາຍໃນ ວພສ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກຮາກຖານ ວພສ ແນໃສ່ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໃຫ້ເປັນຂະບວນການຟົດຟື້ນ.
ກິດຈະກຳແຂ່ງຂັນກິລາເຕະບານ ພາຍໃນວິທະຍາໄລດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 28 ພະຈິກ 2023 ທີ່ສະໜາມກິລາຂອງ ວພສ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ບຸນໂຮມ ສີຣິຜົນ ຮອງຜູ້ອຳນວຍການວິທະຍາໄລພະລະສຶກສາ ແລະ ທ່ານ ຫົງ ອິນ ວອງ (Hong In Woong) ປະທານສະໂມສອນ ຊຸງຊານ ເອັບຊີ ຈາກ ສ ເກົາຫຼີ ປະຈຳ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ກໍໄດ້ມີການຜ່ານຂໍ້ຕົກລົງຂອງວິທະຍາໄລພະລະສຶກສາ ວ່າດ້ວຍການຍ້ອງຍໍໃຫ້ແກ່ຄະນະນຳຂອງສະໂມສອນ ຊຸງຊານ ເອັບຊີ ທີ່ມີຜົນງານໃນການປະກອບສ່ວນຊ່ວຍເຫຼືອດ້ານວັດຖຸ, ອຸປະກອນຮັບໃຊ້ກິລາບານເຕະ ແລະ ຝຶກຊ້ອມກິລາດັ່ງກ່າວໃຫ້ແກ່ນັກສຶກສາພາຍໃນວິທະຍາໄລ. ຫຼັງຈາກນັ້ນ, ກໍໄດ້ມີການແຂ່ງຂັນກິລາເຕະບານຍິງ-ຊາຍ ຈຳນວນ 13 ຄູ່ ຊຶ່ງເປັນການປະສົມກັນລະຫວ່າງນັກສຶກສາ ແລະ ພະນັກງານຄູອາຈານ ທີ່ເຂົ້າຮ່ວມເກືອບ 100 ຄົນ, ໃນນັ້ນ ປະເພດທີມຍິງ ມີ 3 ທີມ ປະກອບມີ ໜ່ວຍພັກວິຊາການ ແລະ ສູນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ່ວຍພັກກວດກາ, ປະເມີນຜົນ ແລະ ພາກວິຊາພະລະສຶກສາ ແລະ ໜ່ວຍພັກບໍລິຫານ ແລະ ຄຸ້ມຄອງກິດຈະກຳນັກສຶກສາ ສ່ວນປະເພດທີມຊາຍ ປະກອບມີ 6 ທີມ ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ພະແນກກວດກາ, ຕິດຕາມ, ປະເມີນ ແລະ ປະກັນຄຸນນະພາບ, ສູນສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກຄຸ້ມຄອງ ແລະ ສົ່ງເສີມກິດຈະກຳ, ພະແນກວິຊາການ ແລະ ພັດທະນາວິຊາຊິບຄູ ແລະ ພາກວິຊາຄູພະລະສຶກສາ.
ຜ່ານການແຂ່ງຂັນຜົນປະກົດວ່າແຊ໋ມປະເພດທີມຍິງ ເປັນຂອງໜ່ວຍພັກບໍລິຫານ ແລະ ຄຸ້ມຄອງກິດຈະກຳນັກສຶກສາ ສ່ວນຊະນະເລີດປະເພດທີມຊາຍ ຊະນະເລີດ ແມ່ນທີມພາກວິຊາຄູພະລະສຶກສາ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




