Skip to main content

ກົມສາມັນສຶກສາ ຊະນະ ກົມຮ່ວມມືສາກົນ ກະຊວງແຜນການ 4-3 ເຕະບານມິດຕະພາບ ສະຫຼອງວັນຊາດ ຄົບຮອບ 48 ປີ

30/11/2023

ທີມກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ສາມາດເອົາຊະນະ ທີມກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ໄປໄດ້ແບບຫວິດຫວິດ 4-3 ປະຕູ ໃນການແຂ່ງຂັນເຕະບານມິດຕະພາບນັດພິເສດ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດ ໂດຍສະເພາະແມ່ນວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.


ການແຂ່ງຂັນເຕະບານມິດຕະພາບລະຫວ່າງສອງພາກສ່ວນໃນຄັ້ງນີ້ ໄດ້ມີຂຶ້ນເມື່ອຕອນແລງວັນທີ 30 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ມະໂນສິນ ມາສະວົງດີ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກູ່ທອງ ສົມມາລາ, ທ່ານ ສີສົມພອນ ເພັດດາວເຮືອງ ແລະ ທ່ານ ວັນເພັງ ແສງມະໂນທອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ຕະຫຼອດຮອດບັນຫາຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທອງສອງພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ນອກຈາກເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກຂອງຊາດ ໂດຍສະເພາະແມ່ນວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນແລ້ວ ຍັງເພື່ອເປັນການຮັດແໜ້ວຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານວິຊາການທັງສອງພາກສ່ວນໃຫ້ມີຄວາມແໜ້ນແຟ້ນ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ເຮັດໃຫ້ການປະສານພົວພັນວຽກງານມີຄວາມສະດວກສະບາຍ ພ້ອມທັງເຮັດໃຫ້ພະນັກງານໄດ້ອອກກຳລັງກາຍເພື່ອໃຫ້ສະໝອງປອດໂປ່ງ ແລະ ມີສຸຂະພາບແຂງແຮງ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຢ່າງມີຜົນສຳເລັດ.

ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ທີມກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼິ້ນໄດ້ດີກວ່າ ສາມາດເອົາຊະນະ ທີມກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ໄປໄດ້ແບບຫວິດຫວິດ 4-3 ປະຕູ ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ, ນັກກິລາທັງສອງຝ່າຍຫຼິ້ນກັນດ້ວຍນ້ຳໃຈນັກກິລາ, ມີໄມຕີຈິດມີຕິພາບ ແລະ ຮູ້ໄດ້ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.
ຢ່າງໃດກໍຕາມ, ກ່ອນໜ້າກິດຈະກຳໃນຄັ້ງນີ້ ຈະເລີ່ມຂຶ້ນ ບໍລິສັດ ວິໄລວອນ ອອກແບບ ແລະ ກໍ່ສ້າງ ມອບເຄື່ອງກິລາ ຈຳນວນ 20 ຊຸດ ໃຫ້ກັບກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນການຈັດກິດຈະກຳກິລາດັ່ງກ່າວອີກດ້ວຍ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ