Skip to main content

ຮ້ານຂາຍຄຳທັນທິບ ຄອງແຊ໋ມກິລາກະຕໍ້ ຄູ່ຊາຍທົ່ວໄປ ລາຍການ ປ໋າພາບ ຄັບ 2023

01/12/2023

ທີມນັກກິລາກະຕໍ້ຮ້ານຄຳທັນທິບ ຈາກແຂວງມຸກດາຫານ ປະເທດໄທ ສາມາດເອົາຊະນະ ທີມບາລະມີແມ່ ຈາກນະຄອນຫຼວງວຽງຈັນ ໄປແບບຂາດຮອຍ 2-0 ເຊັດ ຄອງແຊ໋ມການແຂ່ງຂັນກິລາກະຕໍ້ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນປ໋າພາບ ປະຈຳປີ 2023 ຫຼື ລາຍການ ປ໋າພາບ ຄັບ 2023 ເພື່ອສົ່ງເສີມການພັດທະນານັກກິລາກະຕໍ້ໃນລາວ ເວົ້າສະເພາະແມ່ນນະຄອນຫຼວງວຽງຈັນ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ສາມາດກ້າວສູ່ລະດັບຊາດ ກໍຄື ສາມາດກ້າວຂຶ້ນໄປຮັບໃຊ້ທີມຊາດ ໃນອະນາຄົດ.


ໂຄງການພັດທະນານັກກິລາລາວ ສະຫະພັນກະຕໍ້ແຫ່ງຊາດລາວ ຈັດການແຂ່ງຂັນກິລາກະຕໍ້ ຮຸ່ນທົ່ວໄປ ແລະ ຮຸ່ນອາວຸໂສ ປະເພດຄູ່ຊາຍ ຊີງຂັນປ໋າພາບ ປະຈຳປີ 2023 ເມື່ອທ້າຍເດືອນພະຈິກ ຜ່ານມາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ຈ່າ ສີລາວົງ ປະທານບໍລິສັດ ເຈທີທີ (JTT) ຄອມມາໂດລາວ ມີບັນດາຄະນະນຳແຕ່ລະພາກສ່ວນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ-ເຊຍຢ່າງຟົດຟື້ນ.

ການແຂ່ງຂັນລາຍການດັ່ງກ່າວ ສະເພາະຮຸ່ນທົ່ວໄປ ມີທີມເຂົ້າຮ່ວມຊີງໄຊເຖິງ 26 ທີມ, ໃນນັ້ນ ມີທີມຈາກໄທ ເຂົ້າຮ່ວມ 3 ທີມ ແລະ ບັນດາສະໂມສອນ ໃນນະຄອນຫຼວງວຽງຈັນ 23 ທີມ ແລະ ຮຸ່ນອາວຸໂສ ມີ 22 ທີມ, ໃນນັ້ນ ທີມໄທ ມີ 2 ທີມ ແລະ ທີມໃນນະຄອນຫຼວງວຽງຈັນ ສົ່ງຮ່ວມ 20 ທີມ ທັງສອງຮຸ່ນດັ່ງກ່າວ ໄດ້ຈັດແບ່ງອອກເປັນ 4 ສາຍ ແຕ່ລະສາຍແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າຫຼີ້ນໃນຮອບຕໍ່ໄປ.

ຜ່ານການແຂ່ງຂັນໃນຮຸ່ນທົ່ວໄປຄູ່ຊີງຊະນະເລີດ ຜົນປະກົດວ່າ ຮ້ານຂາຍຄຳທັນທິບ ຈາກແຂວງມຸກດາຫານ ປະເທດໄທ ຊະນະ ທີມບາລະມີແມ່ 2-0 ເຊັດ ໄດ້ແຊ໋ມໄປຄອງ ສ່ວນ ທີມບາລະມີແມ່ ໄດ້ພຽງອັນດັບທີ 2 ແລະ ໂຄງການພັດທະນານັກກິລາລາວ ສ່ວນຮຸ່ນອາວຸໂສ ອັນດັບທີ 1 ເປັນຂອງທີມທ່ານບົວລຽນ, ອັນດັບທີ 2 ທິມມຸກມິວ ແລະ ອັນດັບທີ 3 ທີມນ້ຳກ້ອນເມືອງນ້ອຍ
ຂ່າວໂດຍ ສົງການ ພັນແພງດີ