ສູນໂຄສະນາຂ່າວສານ ສສກ ແລະ ໂທລະພາບແຫ່ງຊາດ ແຂ່ງຂັນເຕະບານມິດຕະພາບ ຕ້ອນຮັບວັນຊາດ ແລະ ວັນສ້າງຕັ້ງ ທຊລ ຢ່າງຟົດຟື້ນ
01/12/2023

ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ສະຖານີໂທລະພາບແຫ່ງຊາດລາວ ຫຼື ທຊລ ຈັດກິດຈະກຳແຂ່ງຂັນກິລາເຕະບານນັດພິເສດ ມິດຕະພາບ ໃນວັນທີ 30 ພະຈິກ 2023 ທີ່ສະໜາມກິລາ ທຊລ ບ້ານຈອມມະນີ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ຈັກກີ ພອນປະເສີດ ຜູ້ຊ່ວຍພະແນກຂ່າວພາຍໃນ ທຊລ ທັງເປັນຫົວໜ້າທີມເຕະບານ ທຊລ ພ້ອມດ້ວຍບັນດາຄະນະອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ ອ້ອມຂ້າງ ທຊລ ແລະ ສະມາຊິກຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ.
ການແຂ່ງຂັນເຕະບານ ນັດພິເສດ ມິດຕະພາບ ຂອງທັງສອງພາກສ່ວນດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນສ້າງຕັ້ງສະຖານີໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ (1 ທັນວາ 1983-1 ທັນວາ 2023) ໃຫ້ມີຄວາມໝາຍຢ່າງເຊິ່ງ ແລະ ຟົດຟື້ນ ພ້ອມທັງເປັນການສ້າງໂອກາດໃຫ້ພະນັກງານທັງສອງພາກສ່ວນ ກໍຄື ໃນສາຍອາຊີບສື່ມວນຊົນດ້ວຍກັນ ໄດ້ພົບປະ ແລະ ແລກປ່ຽນປະສົບການບົດຮຽນໃຫ້ເຊິ່ງກັນ ແລະ ກັນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.
ຜ່ານການແຂ່ງຂັນແມ່ນດຳເນີນໄປດ້ວຍບັນຍາກາດຄຶກຄື້ນ ແລະ ມ່ວນຊົນ ສ່ວນຜົນການແຂ່ງຂັນປະກົດວ່າ: ເປັນຝ່າຍທາງທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ເປັນຝ່າຍໄລ່ເອົາຊະນະ ທີມສະຖານີໂທລະພາບແຫ່ງຊາດລາວ ໄປແບບຫວຸດຫວິດ 6-5 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
