Skip to main content

ມັດສະດາ ລາວ ຄອງສອງແຊ໋ມ ເຕະບານ 7 ຄົນ ບາງກອກ ອິນເຕີເນເຊິນນອນ ຊຸບເປີຄັບ 2023 ທີ່ປະເທດໄທ

05/12/2023

ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC ໜຶ່ງດຽວຈາກ ສປປ ລາວ ໂດຍສະເພາະ ມັດສະດາ ທີມ ເອ ຄອງແຊ໋ມການແຂ່ງຂັນ ເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມນານາຊາດທີ່ບາງກອກ ປະເທດໄທ (U9 Bangkok International Super cup 2023) ນະຄອນຫຼວງບາງກອກ ປະເທດໄທ ຂະນະທີ່ ມັດສະດາ ລາວ ທີມ ບີ ກໍບໍ່ໜ້ອຍໜ້າ ຄວ້າແຊ໋ມ ລະດັບດິວິຊັນ 1 ເປັນຂອງຂວັນລາງວັນ ໃຫ້ແກ່ພໍ່ແມ່ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢ່າງໜ້າພາກພູມໃຈ.


ການແຂ່ງຂັນເຕະບານເຍົາວະຊົນ ປະເພດ 7 ຄົນ ລາຍການ ບາງກອກ ອິນເຕີເນເຊິນນອນ ຊຸບເປີຄັບ 2023 ຫຼື ລາຍການ U9 Bangkok International Supercup 2023 ຈັດຂຶ້ນ ລະຫວ່າງວັນທີ 2-3 ທັນວາ 2023 ທີ່ເຂດໜອງຈອກ ນະຄອນຫຼວງບາງກອກ ປະເທດໄທ ຊຶ່ງມີການຊີງໄຊກັນຫຼາຍລາຍການ ສຳລັບສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ສົ່ງເຂົ້າຮ່ວມສະເພາະແຕ່ ຮຸ່ນອາຍຸ 9 ປີ ໃນຈຳນວນ 2 ທີມ ກໍຄື ທີມ ເອ ແລະ ທີມ ບີ ນຳໂດຍທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ MAZDA ພຽງຜູ້ດຽວໃນສປປ ລາວ ທັງເປັນປະທານ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ແລະ ທ່ານ ບຸນມາ ປະຖຳມະວົງ ຫົວໜ້າຄູຝຶກ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ.

ລາຍການນິ້ ມີ 32 ທີມ ຈາກ 8 ຊາດ ປະກອບມີ ໄທ, ລາວ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ, ຮົງກົງ, ສິງກະໂປ ແລະ ມາເກົາ ເຂົ້າຮ່ວມ. ສຳລັບ ມັດສະດາ ລາວ ຈີບີ ເອັບຊີ ທີມ ເອ ຖືກຈັດຢູ່ກຸ່ມ ຊີ ສ່ວນ ມັດສະດາ ລາວ ຈີບີ ເອັບຊີ ທີມ ບີ ຈັດຢູ່ກຸ່ມ ບີ ແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນ ພົບກັນໝົດ ຄັດເລືອກເອົາທີ 1-2 ຂອງແຕ່ລະກຸ່ມ ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມສຸດທ້າຍ ສ່ວນອັນດັບທີ 3-4 ໄປແຂ່ງຂັນໃນລາຍການດິວິຊັນ 1 ລາຍການນີ້ ແຂ່ງຂັນຕັ້ງດຽວ ຕັ້ງລະ 20 ນາທີ.

ສຳລັບຜົນງານຂອງ ມັດສະດາ ລາວ ຈີບີ ເອັບຊີ ທີມ ເອ ໃນຮອບຄັດເລືອກ ລົງສະໜາມ 5 ນັດ ບໍ່ເສຍໃຫ້ທີມໃດຊະນະລວດ 5 ນັດຊ້ອນ ມີ 15 ຄະແນນເຕັມ ພ້ອມຍິງປະຕູຄູ່ແຂ່ງຂັນໄປເກືອບ 30 ປະຕູ ຜ່ານເຂົ້າຮອບ 8 ທີມສຸດທ້າຍ, ຮອບ 4 ທີມ, ຮອບຊີງຊະນະເລີດ ແລະ ກໍເປັນໄປຕາມຄາດສາມາດຄອງແຊ໋ມລາຍການດັ່ງກ່າວ ມາຄອງ ສ່ວນຜົນງານຂອງ ມັດສະດາ ລາວ ຈີບີ ເອັບຊີ ທີມ ບີ ກໍລົງສະໜາມ 5 ນັດ ຊະນະ 3 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 10 ຄະແນນ ເປັນອັນດັບທີ 3 ຂອງກຸ່ມ ບີ ໄດ້ລົງໄປຫຼິ້ນໃນລາຍການດິວິຊັນ 1 ແລະ ກໍສາມາດແຈ້ງເກີດຄອງແຊ໋ມ ໃນລາຍການດັ່ງກ່າວໄປຄອງ ຊຶ່ງເປັນຜົນງານ ທາງຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງມັດສະດາ ລາວ ຈີບີ ເອັບຊີ ແມ່ນຂໍມອບເປັນຂອງຂວັນ ໃຫ້ແກ່ພໍ່ແມ່ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢ່າງໜ້າພາກພູມໃຈ.

ຂ່າວໂດຍ: ສົງການ ພັນແພງດີ