ສຕລ ສືບຕໍ່ອະນຸມັດງົບ 120 ລ້ານກີບໃຫ້ບັນດາແຂວງທົ່ວປະເທດ ພັດທະນາເຕະບານປີ 2024

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ອະນຸມັດງົບປະມານຈຳນວນ 120 ລ້ານກີບໃຫ້ສະຫະພັນບານເຕະ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ສືບຕໍ່ຈັດກິດຈະກຳຕ່າງໆ ໂດຍສະເພາະຈັດການແຂ່ງຂັນ 5 ລາຍການໃນປີ 2024 ໃຫ້ມີຂະບວນການຄຶກຄັກກວ່າເກົ່າ ແນໃສ່ສົ່ງເສີມການພັດທະນານັກກິລາບານເຕະເຂດທ້ອງຖິ່ນໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າ ສາມາດກ້າວຂຶ້ນມາເປັນນັກກິລາລະດັບຊາດໃນອະນາຄົດ.
ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ເມື່ອວັນທີ 9 ທັນວາ ຜ່ານມາ ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມຈາກສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ທົ່ວປະເທດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ວີເພັດ ສີຫາຈັກຣ໌ ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນສັງເກດຕີລາຄືນບັນດາຜົນງານການເຄື່ອນໄຫວໃນວຽກງານການພັດທະນາກິລາບານເຕະທົ່ວປະເທດໃນໄລຍະໜຶ່ງປີທີ່ຜ່ານມາ ໂດຍໃນປີ 2024 ສຕລ ຈະສືບຕໍ່ໃຫ້ງົບປະມານຈັດການແຂ່ງຂັນ ຈໍານວນ 120 ລ້ານກີບໃຫ້ແກ່ທຸກໆສະຫະພັນບານເຕະແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ຄື: ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ), ການແຂ່ງຂັນລະດັບມັດທະຍົມຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ, ການແຂ່ງຂັນລະດັບມັດທະຍົມຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ, ການແຂ່ງຂັນລະດັບມັດທະຍົມຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ, ການແຂ່ງຂັນລະດັບມັດທະຍົມຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ. ນອກຈາກນັ້ນ, ທາງ ສຕລ ຍັງໄດ້ຮ່ວມກັບ ສຕຂ/ນະຄອນຫຼວງວຽງຈັນ ຈັດການແຂ່ງຂັນປະຈຳປີ 2023 ປະກອບມີການແຂ່ງຂັນລາວລີກ 2 ມີທັງໝົດ 9 ແຂວງທີ່ສາມາດຈັດແຂ່ງຂັນໄດ້ ໂດຍມີທັງໝົດ 62 ທີມ ມີນັກກິລາທັງ 1.740 ຄົນ, ນັດແຂ່ງຂັນທັງໝົດ 500 ນັດ, ມີສະໜາມແຂ່ງຂັນ 9 ສະໜາມ ແລະ ຄະນະຄູຝຶກທັງໝົດ 121 ຄົນ, ມັດທະຍົມຕອນຕົ້ນ-ຕອນປາຍ ຍິງ-ຊາຍ ມີທັງໝົດ 246 ທີມຈາກທັງໝົດ 8 ແຂວງ.
ໃນກອງປະຊຸມ, ບັນດາຜູ້ຕາງໜ້າສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ຍັງໄດ້ປະກອບຄວາມຄິດເຫັນໃນການປະຕິບັດວຽກງານໃນໄລຍະປີ 2023 ຜ່ານມາ ແລະ ຜ່ານແຜນຈັດຕັ້ງປະຕິບັດໃນປີ 2024 ແລະ ໃນກອງປະຊຸມ ແມ່ນໄດ້ຕົກລົງເຫັນດີເລືອກແຂວງບໍລິຄຳໄຊ ຈັດກິດຈະກຳ AFC WOMEN’S FOOTBALL DAY 2024 ໃນເດືອນມີນາ ແລະ ແຂວງຜົ້ງສາລີ ຈັດກິດຈະກຳ AFC GRASSROOTS FOOTBALL DAY 2024 ໃນເດືອນພຶດສະພາ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ພົບປະໂອ້ລົມ ແລະ ມອບອຸປະກອນການສຶກສາ-ກິລາ ໃຫ້ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ
- ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ຢູ່ໂຮງຮຽນ ມສ ຂົວເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ
- ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ
- ຫສວຊ ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ລົງຊີ້ນໍາການພັດທະນາການສຶກສາ ແລະ ແກ້ໄຂບັນຫາຄູ ຢູ່ ວິທະຍາໄລຄູສາລະວັນ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ລົງຊຸກຍູ້ການຮຽນ-ການສອນ ຢູ່ໂຮງຮຽນປະຖົມເກົ່າເກີງ ພ້ອມມອບອຸປະກອນການສຶກສາ-ກິລາ ໂອກາດເປີດສົກຮຽນໃໝ່
ຂ່າວທີ່ອ່ານຫຼາຍ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ພົບປະໂອ້ລົມ ແລະ ມອບອຸປະກອນການສຶກສາ-ກິລາ ໃຫ້ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ
- ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ຢູ່ໂຮງຮຽນ ມສ ຂົວເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ
- ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນ ເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ



