Skip to main content

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ລົງຊຸກຍູ້ການຮຽນ-ການສອນ ຢູ່ໂຮງຮຽນປະຖົມເກົ່າເກີງ ພ້ອມມອບອຸປະກອນການສຶກສາ-ກິລາ ໂອກາດເປີດສົກຮຽນໃໝ່

14/09/2026
ໃນຕອນບ່າຍວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ພ້ອມທັງມອບອຸປະກອນການສຶກສາ ແລະ ກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນເກົ່າເກີງ ເມືອງໂພນທອງ ແຂວງຈຳປາສັກ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027, ເຂົ້າຮ່ວມມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງຈຳປາສັກ; ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຜູ້ແທນຈາກມະຫາວິທະຍາໄລຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ໄກ່ມະນີ ກອງມະນີ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ ເກົ່າເກີງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນ ເກົ່າເກີງ ຕັ້ງຢູ່ບ້ານໜອງບົວ ເມືອງໂພນທອງ ແຂວງຈຳປາສັກ, ໃນສົກຮຽນ 2026-2027 ນີ້ ມີນັກຮຽນເຂົ້າຮຽນທັງໝົດ 314 ຄົນ (ຍິງ 164 ຄົນ) ແຕ່ຊັ້ນ ປ.1 ຫາ ປ.5 ໂດຍຈັດແບ່ງອອກເປັນ 10 ຫ້ອງຮຽນ ກວມເອົາເຂດບໍລິການການສຶກສາທັງໝົດ 4 ບ້ານອ້ອມຂ້າງ; ມີຄູ-ອາຈານ ທັງໝົດ 11 ທ່ານ (ຍິງ 10 ຄົນ) ທີ່ມີຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຕໍ່ການສິດສອນຢ່າງເຕັມຄວາມສາມາດ. ເຊິ່ງກ່ອນການໄຂສົກຮຽນໃໝ່, ທາງຄະນະອຳນວຍການໂຮງຮຽນ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ແລະ ຜູ້ປົກຄອງນັກຮຽນ ເພື່ອຈັດກອງປະຊຸມວາງແຜນ, ສຳຫຼວດເດັກໃນເກນອາຍຸຮຽນ, ອະນາໄມ ແລະ ບູລະນະສະຖານທີ່ຮຽນ ເພື່ອໃຫ້ສາມາດຮອງຮັບການຮຽນ-ການສອນໄດ້ຢ່າງທ່ວງທັນ.
ເຖິງຢ່າງໃດກໍດີ, ທາງໂຮງຮຽນຍັງປະເຊີນກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນສະພາບອາຄານຮຽນເກົ່າ ທີ່ຜ່ານການໃຊ້ງານມາເປັນເວລາດົນນານຈົນຊຸດໂຊມ, ເຊິ່ງອາດສົ່ງຜົນກະທົບຕໍ່ຄວາມປອດໄພຂອງຄູ ແລະ ນັກຮຽນ. ນອກຈາກນີ້, ເສັ້ນທາງຄົມມະນາຄົມລະຫວ່າງ 4 ບ້ານມາຫາໂຮງຮຽນ ເປັນທາງດິນແດງ ເຮັດໃຫ້ໃນລະດູຝົນເກີດຄວາມເປິເປື້ອນ ແລະ ສັນຈອນໄປມາລຳບາກ.
ຍ້ອນສະພາບຄວາມຫຍຸ້ງຍາກດັ່ງກ່າວ, ທາງຄະນະບໍລິຫານໂຮງຮຽນ ຈຶ່ງໄດ້ສະເໜີຂໍຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນຈາກຂັ້ນເທິງ ແລະ ພາກສ່ວນຕ່າງໆ ໃນການປັບປຸງອາຄານຮຽນ, ເສັ້ນທາງສັນຈອນ ພ້ອມທັງສ້າງອາຄານອະເນກປະສົງ (ສະໂມສອນ) ເພື່ອໃຊ້ເປັນບ່ອນຈັດກິດຈະກຳ ແລະ ເຕົ້າໂຮມຂອງນັກຮຽນໃນຊຸມຊົນ ໃຫ້ມີຄວາມສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນໃນອະນາຄົດ.
ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໂດຍເນັ້ນໃສ່ 3 ດ້ານສຳຄັນ ຄື: ຕ້ອງສຸມໃສ່ແກ້ໄຂບັນຫານັກຮຽນທີ່ຈົບ ປ.5 ແຕ່ອ່ານບໍ່ໄດ້, ຂຽນບໍ່ເປັນ ແລະ ຄິດໄລ່ເລກບໍ່ໄດ້ ຍ້ອນການບັນຈຸເນື້ອໃນບົດຮຽນຫຼາຍເກີນໄປໃນຜ່ານມາ. ເປົ້າໝາຍແມ່ນຕ້ອງຮັບປະກັນໃຫ້ນັກຮຽນທີ່ຈົບ ປ.5 ສາມາດອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເລກ 4 ປະການ (ບວກ, ລົບ, ຄູນ, ຫານ) ໄດ້ຢ່າງແທ້ຈິງ; ຫຼັກສູດໃໝ່ຈະເລີ່ມນຳໃຊ້ກັບຊັ້ນ ປ.1 ໃນສົກຮຽນ 2027–2028 ໂດຍຫຼັກສູດຊັ້ນ ປ.1–ປ.3 ຈະເນັ້ນຮູບແບບ “ຮຽນ ປົນ ກັບການຫຼິ້ນເກມ” ເພື່ອສ້າງຄວາມຮູ້ ແລະ ພັດທະນາສະຕິປັນຍາ (ຈັດການຮຽນໃນຕອນເຊົ້າ ແລະ ກິດຈະກຳ/ເກມໃນຕອນແລງ). ພ້ອມນີ້ ໄດ້ມອບໃຫ້ຄູ-ອາຈານຜູ້ສອນຕົວຈິງ ເກັບກຳຂໍ້ມູນບົດຮຽນທີ່ຍາກ ຫຼື ຍາວເກີນໄປໃນຫຼັກສູດເກົ່າ ສັງລວມສົ່ງໃຫ້ກະຊວງເພື່ອແກ້ໄຂໃຫ້ທັນເວລາກ່ອນເປີດໃຊ້ຫຼັກສູດໃໝ່ ພ້ອມທັງວາງແຜນອົບຮົມຄູຢ່າງທົ່ວເຖິງ; ເນັ້ນການມີສ່ວນຮ່ວມ ລະຫວ່າງ ຄູ-ອາຈານ, ອຳນາດການປົກຄອງ ແລະ ຜູ້ປົກຄອງນັກຮຽນ ລວມທັງນັກທຸລະກິດ ແລະ ຜູ້ປະກອບການ. ພ້ອມດຽວກັນນັ້ນ ໃຫ້ສົມທົບກັບເມືອງ ແລະ ແຂວງ ເພື່ອກຽມເພີ່ມຫ້ອງຮຽນ 2 ຫ້ອງ, ປະກອບໂຕະ, ຕັ່ງ, ກະດານ ຮອງຮັບນັກຮຽນທີ່ຈະເພີ່ມຂຶ້ນໃນສົກຮຽນ 2027–2028 ແລະ 2028–2029; ປັບປຸງຫ້ອງນ້ຳ, ສະຖານທີ່ອ້ອມຂ້າງ, ຝຶກນິໄສຮັກສາຄວາມສະອາດໃຫ້ນັກຮຽນ ແລະ ວາງແຜນປັບປຸງ ຫຼື ສ້າງສະໂມສອນ ເພື່ອໃຊ້ຈັດກິດຈະກຳ.
ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ໃຫ້ກຽດມອບອຸປະກອນການຮຽນ ແລະ ອຸປະກອນກິລາ ຈຳນວນໜຶ່ງ ເພື່ອຮັບໃຊ້ເຂົ້າໃນການຮຽນ-ການສອນ ແລະ ກິດຈະກຳຂອງໂຮງຮຽນ ໃນສົກຮຽນໃໝ່ 2026-2027 ນີ້ຕື່ມອີກ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ