ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ລົງຊີ້ນໍາການພັດທະນາການສຶກສາ ແລະ ແກ້ໄຂບັນຫາຄູ ຢູ່ ວິທະຍາໄລຄູສາລະວັນ
14/09/2026

ໃນຕອນບ່າຍຂອງວັນທີ 8 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ວິທະຍາໄລຄູສາລະວັນ ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາຄະນະບໍລິຫານງານພັກແຂວງສາລະວັນ, ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການປົກຄອງແຂວງສາລະວັນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ພ້ອມດ້ວຍຄະນະພັກ, ຄະນະນຳ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້, ທ່ານ ວັດທະນາ ໝັ້ນວິໄລ ຜູ້ອຳນວຍການວິທະຍາໄລຄູສາລະວັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຮອບດ້ານໃນໄລຍະຜ່ານມາ. ວິທະຍາໄລຄູສາລະວັນ ເປັນສະຖາບັນການສຶກສາທີ່ສ້າງ ແລະ ຝຶກອົບຮົມຄູໃນລະດັບຊັ້ນສູງ ແລະ ປະລິນຍາຕີ (ລະບົບ 11+2 ແລະ 11+4) ໃນສາຂາຄູອະນຸບານ, ປະຖົມ, ມັດທະຍົມ, ICT, ພາສາລາວ, ພູມສາດ ແລະ ເຄມີສາດ; ນອກນີ້ ຍັງມີໂຮງຮຽນສາທິດທີ່ເປີດສອນຕັ້ງແຕ່ຊັ້ນອະນຸບານ ຮອດ ມັດທະຍົມປາຍ ເຊິ່ງມີນັກຮຽນທັງໝົດ 598 ຄົນ (ຍິງ 269 ຄົນ).
ດ້ານບຸກຄະລາກອນ, ວິທະຍາໄລມີພະນັກງານ, ຄູ-ອາຈານ ທັງໝົດ 122 ຄົນ (ຍິງ 65 ຄົນ). ໃນນັ້ນ, ເປັນຄູສອນຢູ່ວິທະຍາໄລຄູ 86 ຄົນ (ຍິງ 45 ຄົນ) ແລະ ໂຮງຮຽນສາທິດ 26 ຄົນ (ຍິງ 20 ຄົນ). ດ້ານວຸດທິການສຶກສາ ປະກອບມີ: ປະລິນຍາເອກ 4 ຄົນ, ປະລິນຍາໂທ 43 ຄົນ, ປະລິນຍາຕີ 46 ຄົນ, ຊັ້ນສູງ 28 ຄົນ ແລະ ຊັ້ນກາງ 1 ຄົນ; ປັດຈຸບັນ ມີພະນັກງານກຳລັງສຶກສາຕໍ່ທັງພາຍໃນ ແລະ ຕ່າງປະເທດ 26 ຄົນ; ທັງມີຄູ-ອາຈານ ທີ່ໄດ້ຮັບຕຳແໜ່ງວິຊາການຄູ 45 ທ່ານ (ກວມເອົາ 38% ຂອງຄູ-ອາຈານທັງໝົດ).
ສຳລັບສົກຮຽນ 2025-2026, ວິທະຍາໄລ ມີນັກສຶກສາທັງໝົດ 696 ຄົນ (ຍິງ 399 ຄົນ), ແບ່ງເປັນນັກສຶກສາສາຍປົກກະຕິ 110 ຄົນ (ຍິງ 85 ຄົນ) ແລະ ນັກສຶກສາສາຍຕໍ່ເນື່ອງພັກສັ້ນ-ປົກກະຕິ 586 ຄົນ (ຍິງ 314 ຄົນ). ຄາດວ່າໃນທ້າຍປີ 2026 ຈະມີນັກສຶກສາສຳເລັດການສຶກສາ ແລະ ຮັບປະກາດສະນີຍະບັດ 294 ຄົນ.
ຄຽງຄູ່ກັບຜົນສຳເລັດ, ວິທະຍາໄລ ຍັງປະເຊີນກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນ ຈຳນວນນັກສຶກສາທີ່ເຂົ້າມາຮຽນຄູມີທ່າອ່ຽງຫຼຸດລົງ; ອາຄານສະຖານທີ່, ຫ້ອງຮຽນ ແລະ ອຸປະກອນການຮຽນ-ການສອນ ເກົ່າຊຸດໂຊມ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ທາງວິທະຍາໄລ ຈຶ່ງມີຂໍ້ສະເໜີ ດັ່ງນີ້: ສະເໜີສືບຕໍ່ຈັດຕັ້ງການຮຽນ-ການສອນສ້າງຄູ ຈົນຮອດປີ 2029; ຮັບນັກຮຽນສາມັນເຂົ້າຮຽນຢູ່ໂຮງຮຽນສາທິດ ເພື່ອແກ້ໄຂບັນຫານັກຮຽນຫຼຸດລົງ; ຂໍທິດທາງປັບປຸງ ຫຼື ພັດທະນາເປັນໂຮງຮຽນສາມັນວິຊາຊີບ ໃນອະນາຄົດ; ຂໍແຜນງົບປະມານ ເພື່ອປັບປຸງ-ແປງລະບົບໄຟຟ້າຢູ່ໂຮງຮຽນມັດທະຍົມສາທິດ ທີ່ຍັງຄ້າງການຊຳລະ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ຄະນະນຳ, ຄູ-ອາຈານ ແລະ ພະນັກງານ ວິທະຍາໄລຄູສາລະວັນ ນຳໄປຈັດຕັ້ງປະຕິບັດ. ທ່ານໄດ້ເນັ້ນໜັກວ່າ: ວິທະຍາໄລຄູ ມີພາລະບົດບາດອັນສຳຄັນຍິ່ງໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເຊິ່ງເປັນຮາກຖານຫຼັກໃຫ້ແກ່ການພັດທະນາປະເທດຊາດ. ເຖິງແມ່ນວ່າໃນ 2-3 ປີຜ່ານມາ ຈະໄດ້ມີການແກ້ໄຂບັນຫາຄູອາສາຢ່າງແຂງແຮງ, ແຕ່ຄວາມຕ້ອງການຄູຕົວຈິງໃນທົ່ວປະເທດແມ່ນມີຫຼາຍໝື່ນຄົນ ໃນຂະນະທີ່ໂຄຕ້າລັດຖະກອນໄດ້ຮັບພຽງ 500 ຫາ 2,500 ໂຄຕ້າ/ສົກຮຽນ ເຮັດໃຫ້ມີຄູອາສາຄົງຄ້າງ ແລະ ບໍ່ສາມາດບັນຈຸໄດ້ທັງໝົດ. ຄາດວ່ານັບມາຮອດສົກຮຽນ 2025-2026 ພວກເຮົາຈະຍັງຂາດແຄນຄູ 1,000 ຫາ 2,300 ກວ່າຄົນ ໂດຍສະເພາະໃນສາຂາວິທະຍາສາດທຳມະຊາດ (ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ), ສ່ວນວິທະຍາສາດສັງຄົມແມ່ນມີພຽງພໍສົມຄວນ. ນອກຈາກນີ້, ເມື່ອເວົ້າເຖິງຄຸນນະພາບການສຶກສາ ເຖິງວ່າອັດຕາການເສັງຈົບຊັ້ນຈະສູງເຖິງ 100%, ແຕ່ຄຸນນະພາບຕົວຈິງແມ່ນຢູ່ລະດັບ 50-60% ເທົ່ານັ້ນ (ນັກຮຽນບາງສ່ວນຍັງອ່ານ ແລະ ຄິດໄລ່ບໍ່ທັນໄດ້ດີ) ເຊິ່ງຕ້ອງໄດ້ຮີບຮ້ອນປັບປຸງ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີທິດທາງ ແລະ ວິທີແກ້ໄຂໃນຕໍ່ໜ້າ ໂດຍຊີ້ໃຫ້ເຫັນສັນຍານທີ່ດີຂຶ້ນ ເນື່ອງຈາກມີຜູ້ສົນໃຈເສັງເຂົ້າຮຽນຄູຢູ່ມະຫາວິທະຍາໄລ ແລະ ສະຖາບັນສ້າງຄູເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ພ້ອມດຽວກັນ, ທ່ານໄດ້ເນັ້ນໃສ່ 3 ມາດຕະການຕົ້ນຕໍ ດັ່ງນີ້ິ້: ປັບປຸງລະບົບການຮັບນັກຮຽນຄູ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງທ້ອງຖິ່ນ (ແຕ່ລະບ້ານ/ຕາແສງ); ບໍລິຫານຈັດການໂຮງຮຽນ ໂຮມ ຫຼື ຍຸບໂຮງຮຽນທີ່ມີນັກຮຽນໜ້ອຍເຂົ້າກັນ ເຊັ່ນ: ໂຮງຮຽນສູນກາງຕາແສງ ເພື່ອບໍລິຫານຈັດການຄູ ແລະ ງົບປະມານໃຫ້ມີປະສິດທິພາບ; ເພີ່ມທະວີການປະສານງານ ເພີ່ມພູນຄວາມຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ຄະນະອຳນວຍການ, ຄູ-ອາຈານ, ນັກຮຽນ, ຜູ້ປົກຄອງ ແລະ ອຳນາດການປົກຄອງທ້ອງຖິ່ນ.














