Skip to main content

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ຢູ່ໂຮງຮຽນ ມສ ຂົວເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ

14/09/2026
ໃນຕອນບ່າຍວັນທີ 10 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ລົງຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2026–2027 ຢູ່ ໂຮງຮຽນມັດທະຍົມສົມບູນຂົວເຊ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະພະແນກ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນ ພາຍໃນໂຮງຮຽນ.
ການລົງພື້ນທີ່ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຕິດຕາມສະພາບການຮຽນ-ການສອນຕົວຈິງ ພ້ອມທັງຮັບຊາບຄວາມຕ້ອງການດ້ານອຸປະກອນການຮຽນຮູ້, ກິດຈະກຳກິລາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງໂຮງຮຽນ ເພື່ອຊອກຫາທິດທາງ ແລະ ວິທີການສະໜັບສະໜູນໃຫ້ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໝໍ່ເມກ ຍັງໄດ້ມອບອຸປະກອນການສຶກສາ, ອຸປະກອນກິລາ ແລະ ທຶນສະໜັບສະໜູນຈຳນວນໜຶ່ງ ເພື່ອຊຸກຍູ້ການເດີນໜ້າວຽກງານການສຶກສາຂອງໂຮງຮຽນໃຫ້ມີປະສິດທິພາບ.
ໃນໂອກາດພົບປະ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນວ່າ: “ການສຶກສາແມ່ນພື້ນຖານອັນສຳຄັນຍິ່ງຂອງການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ, ທາງໂຮງຮຽນຕ້ອງເອົາໃຈໃສ່ທັງຄຸນນະພາບການສອນ, ການພັດທະນາຄູ-ອາຈານ ແລະ ການປັບປຸງສະພາບແວດລ້ອມການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້ ຫວັງຢ່າງຍິ່ງວ່າທາງໂຮງຮຽນຈະນຳໃຊ້ອຸປະກອນ ແລະ ປັດໄຈທີ່ໄດ້ຮັບມອບໃຫ້ໃນຄັ້ງນີ້ ເຂົ້າໃນການພັດທະນາການຮຽນ-ການສອນໃຫ້ເກີດປະໂຫຍດສູງສຸດ ໂດຍເນັ້ນໃສ່ຜົນປະໂຫຍດຂອງນັກຮຽນເປັນສຳຄັນ.”

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ