Skip to main content

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ພົບປະໂອ້ລົມ ແລະ ມອບອຸປະກອນການສຶກສາ-ກິລາ ໃຫ້ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ

14/09/2026
ໃນຕອນບ່າຍວັນທີ 10 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຈາກສູນກາງ ແລະ ຄະນະນຳຂອງແຂວງຄຳມ່ວນ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບຄະນະຄູ-ອາຈານ ແລະ ນັກຮຽນ ຢູ່ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ບ້ານສອງເໝືອງ ເມືອງໜອງບົກ ແຂວງຄຳມ່ວນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027.
ການລົງຢ້ຽມຢາມຄັ້ງນີ້ ມີ ທ່ານ ສົມໃຈ ພານີຈັນ ຮອງເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະພະແນກ, ການນຳເມືອງໜອງບົກ, ຄະນະຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບອຸປະກອນການສຶກສາ, ອຸປະກອນກິລາ ແລະ ທຶນສະໜັບສະໜູນ ເພື່ອຊຸກຍູ້ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮຽນ-ການສອນຂອງໂຮງຮຽນ. ພ້ອມທັງໄດ້ຮັບຊາບສະພາບຄວາມເປັນຈິງ, ບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອຫາທິດທາງສະໜັບສະໜູນຢ່າງເໝາະສົມ.
ໃນໂອກາດພົບປະໂອ້ລົມ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນວ່າ: “ການສຶກສາແມ່ນພື້ນຖານອັນສຳຄັນຍິ່ງຂອງການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ, ສະຖານການສຶກສາທຸກແຫ່ງຕ້ອງເອົາໃຈໃສ່ທັງຄຸນນະພາບການສອນ, ການພັດທະນາຄູ-ອາຈານ ແລະ ການປັບປຸງສະພາບແວດລ້ອມການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ຫວັງຢ່າງຍິ່ງວ່າ ທາງໂຮງຮຽນຈະນຳໃຊ້ອຸປະກອນ ແລະ ປັດໄຈທີ່ໄດ້ຮັບມອບໃຫ້ໃນຄັ້ງນີ້ ເຂົ້າໃນການພັດທະນາການຮຽນ-ການສອນໃຫ້ເກີດປະໂຫຍດສູງສຸດ ໂດຍເນັ້ນໃສ່ຜົນປະໂຫຍດຂອງນັກຮຽນເປັນສຳຄັນ.”

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ