Skip to main content

ມສ ນາຊາຍທອງ ຄອງແຊ໋ມເຕະບານຊາຍ 11 ຄົນ ຊີງຂັນລັດຖະມົນຕີ ສສກ 5 ສະໄໝ

12/12/2023

ທີມເຕະບານໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ນາຊາຍທອງ ນະຄອນຫຼວງວຽງຈັນ ໄລ່ຖະຫຼົ່ມເອົາຊະນະ ໂຮງຮຽນມັດທະຍົມສຶກສາຕອນປາຍ (ມ.ປາຍ) ວຽງຈັນ-ໂຮຈິມິນ ໃນນັດຊີງຊະນະເລີດ ໄປແບບຂາດຮອຍ 5-1 ປະຕູ ຄອງແຊ໋ມການແຂ່ງຂັນກິລາເຕະບານ 11 ຄົນ ລະດັບນັກຮຽນມັດທະຍົມສຶກສາ ປະເພດຊາຍ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະຈຳປີ 2023 ສະໄໝທີ 5 ພ້ອມທັງໄດ້ຮັບຫຼຽນ ແລະ ເງິນລາງວັນ 70 ລ້ານກີບ. ຂະນະທີ່ແຊ໋ມປະເພດຍິງ ຕົກເປັນຂອງ ມສ ໂຄກສີວິໄລ ໄດ້ຮັບລາງວັນຄືກັນກັບເພດຊາຍ.

ພິທີປິດການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາສົມບູນທົ່ວປະເທດ ຫຼື ລາຍການ COPA Coca-Cola Laos 2023 ຈັດຂຶ້ນເມື່ອວັນທີ 7 ທັນວາ ຜ່ານມາ ທີ່ສະໜາມກິລາບານເຕະຫຍ້າທ່ຽມ ລ້ານຊ້າງສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະນຳຈາກກົມກິລາລະດັບສູງ, ສະຖາບັນກິລາ-ກາຍະກຳ, ຕາງໜ້າບໍລິສັດ ລາວໂຄຄາໂຄລາບ໋ອດຕລີ້ງ ຈໍາກັດ ຜູ້ໃຫ້ການສະໜັບສະໜູນຫຼັກ, ຄະນະນຳແຕ່ລະແຂວງ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດພະນັກງານ ຄູອາຈານ ແລະ ນ້ອງນັກຮຽນ ກໍຄື ກອງເຊຍເຂົ້າຮ່ວມຊົມ-ເຊຍ ຢ່າງຫຼວງຫຼາຍ.

ການແຂ່ງຂັນເຕະບານ ປະເພດຊາຍ-ຍິງ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຊີງຂັນລັດຖະມົນຕີ ສສກ ຄັ້ງທີ 6 ຫຼື ລາຍການ COPA Coca-Cola Laos 2023 ຈັດຂຶ້ນເພື່ອສົ່ງເສີມການຫຼິ້ນກິລາໃນໂຮງຮຽນ ແລະ ພັດທະນານັກກິລາເຕະບານທີ່ມີຄວາມສາມາດຈາກທົ່ວປະເທດ, ເປັນເວທີສະແດງຄວາມສາມາດໃຫ້ນັກກິລາສານຕໍ່ຮ່ວມການແຂ່ງຂັນລະດັບຊາດ ແລະ ກ້າວສູ່ການແຂ່ງຂັນໃນລະດັບສາກົນ ໂດຍຜ່ານມານັກກິລາທີ່ເຂົ້າຮ່ວມລາຍການດັ່ງກ່າວ ໄດ້ກາຍເປັນນັກເຕະລະດັບອາຊີບໃນປະເທດ ແລະ ກາຍເປັນນັກເຕະແຖວໜ້າຂອງປະເທດ.

ການແຂ່ງຂັນລາຍການນີ້, ໄດ້ດໍາເນີນມາເປັນເວລາເດືອນກວ່າ ຊຶ່ງຈັດແຂ່ງຂັນຄັດເລືອກເອົາທີມທີ່ເກັ່ງທີ່ສຸດຈາກ 3 ພາກ ຄື: ພາກກາງ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ພາກເໜືອ ຈັດຂຶ້ນທີ່ແຂວງຫຼວງນໍ້າທາ ແລະ ພາກໃຕ້ ຈັດຂຶ້ນທີ່ແຂວງຈຳປາສັກ ເພື່ອມາຊີງໄຊອັນດັບທີ 1 ທີ່ນະຄອນຫຼວງວຽງຈັນ. ຜ່ານການແຂ່ງຂັນຜົນປະກົດວ່າ ປະເພດທີມຊາຍ ຊະນະເລີດ ແມ່ນ ມສ ນາຊາຍທອງ, ອັນດັບທີ 2 ມ.ປາຍ ວຽງຈັນ ໂຮ່ຈິມິນ, ອັນດັບ 3 ແຂວງຫຼວງພະບາງ ແລະ ອັນດັບ 4 ແຂວງສາລະວັນ. ສ່ວນປະເພດທີມຍິງ ຊະນະເລີດ ແມ່ນ ມສ ໂຄກສີວິໄລ, ອັນດັບທີ 2 ແຂວງຫຼວງພະບາງ, ອັນດັບທີ 3 ມສ ສົມສະຫວາດ, ອັນດັບທີ 4 ແຂວງຈຳປາສັກ.

ສໍາລັບທີມແຊ໋ມທັງຍິງ ແລະ ຊາຍ ໄດ້ຮັບຂັນແຊ໋ມຂອງທ່ານລັດຖະມົນຕີ ສສກ ພ້ອມທັງເງິນລາງວັນ 50 ລ້ານກີບ ລວມກັບຜະລິດຕະພັນຕ່າງໆ ລວມມູນຄ່າ 70 ລ້ານກີບ, ອັນດັບທີ 2 ໄດ້ຮັບຂັນ ແລະ ເງິນລາງວັນ 30 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆ ລວມມູນຄ່າ 40 ລ້ານກີບ ແລະ ອັນດັບທີ 3 ໄດ້ຂັນ ແລະ ເງິນລາງວັນ 15 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆ ລວມມູນຄ່າ 20 ລ້ານກີບ. ຂະນະທີ່ ລາງວັນດີເດັ່ນອື່ນໆ ໂດຍສະເພາະລາງວັນຜູ້ຮັກສາປະຕູດີເດັ່ນ ທີມຍິງ ແມ່ນ ນາງ ຕຸ່ນ ອິນທະວົງ ຈາກ ມສ ໂຄກສີວິໄລ ແລະ ທີມຊາຍ ທ້າວ ທະນະກອນ ໄຊຍະວຽງສັກ ຈາກ ມສ ນາຊາຍທອງ. ສ່ວນລາງວັນຜູ້ຈ່າຍບານໃຫ້ໝູ່ຍິງປະຕູສູງສຸດ ທີມຍິງ ນາງ ສາຍຝົນ ທະມະນີ ຈາກແຂວງຫຼວງພະບາງ ແລະ ທີມຊາຍ ທ້າວ ບິນລີ້ ໂດນສະໜູພິດ ຈາກ ມສ ນາຊາຍທອງ ແລະ ລາງວັນດາວຍິງສູງສຸດ ທີມຍິງ ນາງ ນິສາ ຈາກ ມສ ໂຄກສີວິໄລ ແລະ ທີມຊາຍ ທ້າວ ອານຸຊາດ ສິງຫາລາດ ຈາກ ມສ ນາຊາຍທອງ ຂະນະທີ່ ນັກເຕະດີເດັ່ນ ທີມຍິງ ນາງ ສີມອນ ຈາກແຂວງຫຼວງພະບາງ ແລະ ທີມຊາຍ ທ້າວ ບິນລີ້ ໂດນສະໜູພິດ ຈາກ ມສ ນາຊາຍທອງ.​

ໂດຍ ສົງການ ພັນແພງດີ