Skip to main content

ສາວຊ້າງນ້ອຍ ຄອງແຊ໋ມ ເຕະບານ ລາວລີກຍິງ ປະຈຳປີ 2023

12/12/2023

ທັບນັກກິລາບານເຕະຍິງ ສະໂມສອນ ຊ້າງນ້ອຍ ເອັບຊີ ລົງສະໜາມແຂ່ງຂັນ 14 ນັດ, ຊະນະ 13 ນັດ ແລະ ເສຍພຽງ 1 ນັດ ລວມມີ 39 ຄະແນນ ສາມາດແຈ້ງເກີດຄວ້າແຊ໋ມ ການແຂ່ງຂັນເຕະບານ ລາວລີກຍິງ ປະຈຳປີ 2023 ຊຶ່ງເປັນຄັ້ງທໍາອິດທີ່ຈັດຂຶ້ນໃນປີນີ້ ພ້ອມທັງໄດ້ຮັບຫຼຽນຊະນະເລີດ ແລະ ເງິນລາງວັນ 100 ລ້ານກີບໄປຄອງ.

ພິທີປິດການແຂ່ງຂັນໄດ້ມີຂຶ້ນ ເມື່ອວັນທີ 10 ທັນວາ ຜ່ານມາ ທີ່ສະໜາມສູນຝຶກກິລາບານເຕະ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳໄພ ປຣະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດ, ຕະຫຼອດຮອດຄູຝຶກ, ນັກກິລາ, ແຟນບານ ແລະ ສື່ມວນຊົນເຂົ້າຮ່ວມ.

ການແຂ່ງຂັນເຕະບານ ລາວລີກຍິງ ປະຈຳປີ 2023 ເປັນຄັ້ງທໍາອິດ ທີ່ຈັດເປັນແບບລະບົບລີກ ເພື່ອເປັນການສົ່ງເສີມກິລາເຕະບານຍິງ ໄດ້ມີເວທີເຄື່ອນໄຫວຝຶກແອບແຂ່ງຂັນຢ່າງຕໍ່ເນື່ອງ ໂດຍງົບປະມານຫຼັກໃນການຈັດຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກສະຫະພັນບານເຕະນານາຊາດ (FIFA) ເພື່ອຈັດການແຂ່ງຂັນແບບຍືນຍົງ ແລະ ຈັດຂຶ້ນທຸກໆປີ ເພື່ອພັດທະນານັກກິລາ ທັງເປັນການຄັດເລືອກນັກກິລາສູ່ທີມຊາດ ຊຶ່ງນັບແຕ່ປີ 2023 ເປັນຕົ້ນໄປ ລີກບານເຕະທີມຍິງ ຈັດໃຫ້ຄຽງຄູ່ກັບທີມຊາຍ ແລະ ຈະເພີ່ມຈໍານວນທີມເຂົ້າຮ່ວມຂຶ້ນເລື້ອຍໆ ຕາມມາດຖານເງື່ອນໄຂ ແລະ ຈະມີການພິຈາລະນາວ່າຈະໃຫ້ມີການຕົກຊັ້ນເລື່ອນຊັ້ນໃນອະນາຄົດ.

ສໍາລັບການແຂ່ງຂັນເຕະບານ ລາວລີກ ປະຈຳປີ 2023 ເລີ່ມແຂ່ງຂັນມາແຕ່ວັນທີ 21 ຕຸລາ ແລະ ໄດ້ສຳເລັດວັນທີ 10 ທັນວາ 2023 ໂດຍມີ 8 ທີມເຂົ້າຮ່ວມ ຄື: ຊ້າງນ້ອຍ ເອັບຊີ, ມາສເຕີ ເຊເວັ້ນ ເອັບຊີ, ເອສຣາ ເອັບຊີ, ກອງທັບ ເອັບຊີ, ຫຼວງພະບາງ ເອັບຊີ, ຈຳປາສັກ ເອັບຊີ, ນໍ້າທາ ຢູໄນເຕັດ ແລະ ວຽງຈັນ ເອັບຊີ. ຜ່ານການແຂ່ງຂັນຜົນປະກົດວ່າ ຊະນະເລີດ ແມ່ນທີມຊ້າງນ້ອຍ ໄດ້ຮັບຂັນ, ຫຼຽນຊະນະເລີດ ແລະ ເງິນລາງວັນ 100 ລ້ານກີບ ໂດຍລົງສະໜາມ 14 ນັດ, ຊະນະ 13 ນັດ, ເສຍ 1 ນັດ, ມີ 39 ຄະແນນ. ສ່ວນອັນດັບທີ 2 ແມ່ນ ເອສຣາ ເອັບຊີ ໄດ້ຮັບເງິນ 50 ລ້ານກີບ ລົງສະໜາມ 14 ນັດ, ຊະນະ 8 ນັດ, ສະເໝີ 4 ນັດ ເສຍ 2 ນັດ ມີ 28 ຄະແນນ, ອັນດັບ 3 ມາສເຕີ ເຊເວັ້ນ ໄດ້ຮັບເງິນ 20 ລ້ານກີບ ລົງສະໜາມ 14 ນັດ, ຊະນະ 9 ນັດ, ສະເໝີ 1 ນັດ, ເສຍ 4 ນັດ ມີ 28 ຄະແນນ ເທົ່າກັບ ເອສຣາ ແຕ່ສະຖິຕິການພົບກັນຂອງສອງທີມ ແມ່ນ ເອສຣາ ເຮັດໄດ້ດີກວ່າ.

ຂະນະທີ່ ລາງວັນປະເພດບຸກຄົນ ເປັນຕົ້ນຄູຝຶກດີເດັ່ນ ຕົກເປັນຂອງທ່ານ ພຸດປະສົງ ແສງດາລາວົງ ຄູຝຶກຈາກສະໂມສອນ ຊ້າງນ້ອຍ, ລາງວັນຜູ້ຮັກສາປະຕູດີເດັ່ນ ນາງ ບັງອອນ ພອນໄຊ ຈາກສະໂມສອນ ຊ້າງນ້ອຍ ລົງສະໜາມ 11 ນັດ ເສຍພຽງ 7 ປະຕູ, ລາງວັນນັກກິລາດີເດັ່ນ ນາງ ວິລິນທອນ ວົງແສງທອງ ຈາກສະໂມສອນ ຊ້າງນ້ອຍ ລົງສະໜາມ 14 ນັດ ຍິງໄດ້ 2 ປະຕູ ແລະ ລາງວັນຜູ້ຍິງປະຕູສູງສຸດ ນາງ ໃຈຄຳ ໄຊຍະປະເສີດ ຈາກສະໂມສອນ ມາສເຕີ ເຊເວັ້ນ ລົງສະໜາມ 14 ນັດ ຍິງໄດ້ 31 ປະຕູ.

ໂດຍ ສົງການ ພັນແພງດີ