Skip to main content

ສຕລ ຮັບຮອງຫຼາຍວຽກງານສໍາຄັນໃນປີ 2024

12/12/2023

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດກອງປະຊຸມໃຫຍ່ສະໄໝສາມັນ ປະຈໍາປີ 2023 ຂຶ້ນເມື່ອວັນທີ 10 ທັນວາ ຜ່ານມາ ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ວີເພັດ ສີຫາຈັກຣ໌ ປະທານ ສຕລ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສຕລ, ພ້ອມດ້ວຍຜູ້ຕາງໜ້າສະຫະພັນບານເຕະແຕ່ລະແຂວງ, ຄະນະບໍລິຫານງານ ສຕລ ແລະ ບັນດາສະໂມສອນໃນລາຍການເປບຊີ ລາວລີກ ລະດູການ 2023 ຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ, ໄດ້ຮັບຮອງເອົາຫຼາຍໜ້າວຽກງານສໍາຄັນ ເຊັ່ນ: ຮັບຮອງເອົາບົດບັນທຶກກອງປະຊຸມໃຫຍ່ ສຕລ ປະຈໍາປີ 2022 ຄັ້ງວັນທີ 27 ທັນວາ 2022, ຮັບຮອງເອົາບົດລາຍງານກວດສອບບັນຊີ ປະຈໍາປີ 2022, ຮັບຮອງເອົາແຜນການເຄືື່ອນໄຫວ ແລະ ງົບປະມານ ສຕລ ປະຈໍາປີ 2024, ຮັບຮອງຄະນະອະນຸກໍາມະການ ການເລືອກຕັ້ງຄະນະບໍລິຫານງານ ສຕລ ຊຸດປີ 2024-2028. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານການເຄື່່ອນໄຫວວຽກງານ ສຕລ ປະຈໍາປີ 2023, ລາຍງານການກວດສອບບັນຊີປະຈໍາປີ 2022 ແລະ ລາຍງານບົດສະຫຼຸບການເງິນ ປະຈໍາປີ 2023 ແລະ ສະເໜີແຜນການເຄືື່ອນໄຫວ ແລະ ງົບປະມານ ສຕລ ປະຈໍາປີ 2024.

ໂອກາດນີ້, ທ່ານ ວີເພັດ ສີຫາຈັກຣ໌ ໄດ້ຍົກໃຫ້ເຫັນວ່າ: ການແຂ່ງຂັນກິລາເຕະບານ ໃນປີ 2023 ຜ່ານມານີ້ ແມ່ນສະໂມສອນຊ້າງນ້ອຍ ເອັບຊີ ຄອງແຊ໋ມເຕະບານເປບຊີ ລາວລີກ 1, ສະໂມສອນ ຊ້າງນ້ອຍ ເອັບຊີ ຄອງແຊ໋ມເຕະບານລາວລີກຍິງ, ສະໂມສອນ ເບ ສະຫວັນ ຄອງແຊ໋ມຟຸດຊໍລີກ, ຊ້າງນ້ອຍ ເອັບຊີ ຄອງແຊ໋ມເຕະບານຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ສະໂມສອນ ຊ້າງນ້ອຍ ເອັບຊີ ຄອງແຊ໋ມເຕະບານ ຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 18 ປີ. ນອກຈາກນີ້, ສຕລ ໄດ້ເປີດສູນຝຶກຈໍາປີ-ຈໍາປາ ເປີດແລ້ວ 5 ສູນ ໃນນີ້ ນະຄອນຫຼວງວຽງຈັນມີ 2 ສູນ, ຈໍາປາສັກ, ຫຼວງນໍ້າທາ ແລະ ຫຼວງພະບາງ ພາກສ່ວນລະ 1 ສູນ.

ໃນກອງປະຊຸມ, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາວົງການກິລາລາວຕະ ຫຼອດໄລຍະຜ່ານມາ ໂດຍມີຫຼາຍດ້ານພົ້ນເດັ່ນ ສາມາດສ້າງຊື່ສຽງ ແລະ ກຽດສັກສີມາໃຫ້ຊາດລາວ. ພ້ອມກັນນີ້, ທ່ານໄດ້ສະເໜີໃຫ້ ສຕລ ແລະ ບັນດາສະຫະພັນບານເຕະແຂວງ/ນະຄອນຫຼວງ ໃນທົ່ວປະເທດສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ເພື່ອພັດທະນາໃຫ້ກິລາເຕະບານສືບຕໍ່ເປັນກິລາຍອດນິຍົມຂອງປະຊາຊົນລາວໃຫ້ຫຼາຍຂຶ້ນກວ່າເກົ່າ, ທັງຊຸກຍູ້ສົ່ງເສີມພໍ່ແມ່ ກໍຄື ຜູ້ປົກຄອງນັກຮຽນຫັນມາມີສ່ວນຮ່ວມໃນວຽກງານກິລາໃຫ້ຫຼາຍຂຶ້ນ. ການຂັບເຄື່ອນກິລາເຕະບານໃນໂຮງຮຽນໃຫ້ເປັນຂະບວນກວ້າງຂວາງກວ່າເກົ່າ, ອັນໃດເປັນມູນທີ່ດີຕ້ອງໄດ້ສືບຕໍ່, ອັນໃດທີ່ຍັງເຮັດບໍ່ທັນໄດ້ດີຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ແລະ ອື່ນໆ.

ຫຼັງຈາກນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ໂອ້ລົມເພື່ອຊີ້ທິດເຍືອງທາງ ໂດຍໄດ້ສະເໜີໃຫ້ ສຕລ ກໍຄື ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ 4 ວຽກງານໃຫຍ່ສໍາຄັນ ຄື: ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ມີນະໂຍບາຍທີ່ດີກວ່າເກົ່າຕໍ່ນັກກິລາທີມຊາດ ເວົ້າລວມ, ເວົ້າສະເພາະແມ່ນນັກກິລາເຕະບານທີມຊາດລາວ, ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະທ້ອງຖິ່ນທົ່ວປະເທດມີການປະສານງານກັບ ສຕລ ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອເຮັດແນວໃດໃຫ້ມວນຊົນຫັນມາສົນໃຈກິລາເຕະບານໃຫ້ຫຼາຍຂຶ້ນກວ່າເກົ່າ, ສະເໜີໃຫ້ບັນດາຫົວໜ່ວຍທຸລະກິດທີ່ມີຄວາມສາມາດເຂົ້າມາມີສ່ວນຮ່ວມໃນການອຸປະຖຳນັກກິລາເຕະບານທີມຊາດໃຫ້ຫຼາຍຂຶ້ນ ເນື່ອງຈາກຄວາມສາມາດຂອງລັດຖະບານໃນດ້ານນີ້ຍັງມີຈໍາກັດ ແລະ ສະເໜີຄະນະບໍລິຫານງານ ສຕລ ສືບຕໍ່ບຸກບືນເຄື່ອນໄຫວວຽກງານຢ່າງສະເໝີຕົ້ນສະເໝີປາຍກວ່າເກົ່າ ເພື່ອກຽດສັກສີຂອງບ້ານເມືອງ ກໍຄື ປະເທດຊາດ.

ໂດຍ ສົງການ ພັນແພງດີ