Skip to main content

ສະຖາພອນ ແຂ່ງຂັນກິລາໂຮງຮຽນ ຄັ້ງທີ III ສົກ 2023-2024 ສົ່ງເສີມ 3 ລັກສະນະ 5 ຫຼັກມູນການສຶກສາ

18/12/2023

ໂຮງຮຽນລ້ຽງເດັກອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ ໄດ້ຈັດການແຂ່ງຂັນກິລາພາຍໃນໂຮງຮຽນ ຄັ້ງທີ III ປະຈຳສົກຮຽນ 2023-2024 ເພື່ອສົ່ງເສີມການຈັດຕັ້ງປະຕິບັດ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຕາມແນວທາງນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ປະກົດຜົນເປັນຈິງ.

ການແຂ່ງຂັນກິລາພາຍໃນໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 15 ທັນວາ ຜ່ານມາ ທີ່ສະໜາມກິລາລ້ານຊ້າງສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ, ທ່ານ ນາງ ຄໍາສິລິພອນ ສູນທະວົງ ຜູ້ອໍານວຍການໂຮງຮຽນ ແລະ ທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານໂຮງຮຽນ ລ້ຽງເດັກອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນສະຖາພອນ ທັງເປັນປະທານໃນການຈັດງານຄັ້ງນີ້ ພ້ອມດ້ວຍບັນດາຕາງໜ້າສະມາຄົມຜູ້ປົກຄອງນັກຮຽນ, ຄູອາຈານ ແລະ ບັນດາກ້ອນກຳລັງນັກຮຽນ-ນັກກິລາໃນແຕ່ລະຊັ້ນພາຍໃນໂຮງຮຽນຢ່າງເປັນຂະບວນການຟົດຟື້ນ.

ໂອກາດນີ້, ທ່ານ ນາງ ຄໍາສິລິພອນ ສູນທະວົງ ໄດ້ກ່າວເປີດງານວ່າ: ການຈັດງານແຂ່ງຂັນກິລາພາຍໃນໂຮງຮຽນໃນຄັ້ງນີ້ ເປັນຄັ້ງທີ III ແລ້ວ ໂດຍມີຈຸດປະສົງຫຼັກ ເພື່ອສົ່ງເສີມການຈັດຕັ້ງປະຕິບັດ 3 ລັກສະນະ ຄື: ລັກສະນະຊາດ, ລັກສະນະວິທະຍາສາດ, ລັກສະນະມະຫາຊົນ ແລະ 5 ຫຼັກມູນການສຶກສາ ຄື: ພະລະສຶກສາ, ສິລະປະສຶກສາ, ປັນຍາສຶກສາ, ຄຸນສົມບັດສຶກສາ ແລະ ແຮງງານສຶກສາ ຕາມແນວທາງນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ຍັງເປັນການເສີມສ້າງທັກສະ ແລະ ພອນສະຫວັນທາງດ້ານກິລາໃຫ້ແກ່ນັກຮຽນຂອງພວກເຮົາ, ຊ່ວຍໃຫ້ເຂົາເຈົ້າເປັນຄົນກ້າສະແດງອອກ, ມີຄວາມກ້າຫານຫຼາຍຂຶ້ນ. ນອກຈາກນີ້, ຍັງເຫັນໄດ້ເຖິງຄວາມສຳຄັນຂອງວຽກງານກິລາ-ສິລະປະ ຊຶ່ງຍາມໃດກໍຄຽງຄູ່ກັບການສຶກສາຮໍ່າຮຽນຂອງນ້ອງນັກຮຽນ. ການຈັດກິດຈະກຳໃນຄັ້ງນີ້, ຍັງຊ່ວຍໃຫ້ນັກຮຽນຜ່ອນຄາຍຈາກການຮໍ່າຮຽນທີ່ອິດເມື່ອຍ ມາສູ່ຄວາມເບີກບານມ່ວນຊື່ນໃນໄວແຫ່ງການຮຽນຮູ້, ຊ່ວຍເສີມສ້າງທັກສະໃນການຮຽນຮູ້ຂອງນັກຮຽນ. ນອກຈາກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີປອງດອງເປັນຈິດໜຶ່ງໃຈດຽວກັນ, ຮູ້ຊ່ວຍເຫຼືອເບິ່ງແຍງແບ່ງປັນເຊິ່ງກັນ ແລະ ກັນຫຼາຍຂຶ້ນກວ່າເກົ່າຂອງນັກຮຽນແຕ່ລະຊັ້ນຮຽນຕື່ມອີກ. ການຈັດງານໃນຄັ້ງນີ້, ຍັງມີການສະແດງສິລະປະຫຼາກຫຼາຍລາຍການທີ່ບັນດານ້ອງໆນັກຮຽນນຳມາສະແດງ.

ສຳລັບການແຂ່ງຂັນກິລາໃນຄັ້ງນີ້, ປະກອບມີ 38 ລາຍການແຂ່ງຂັນ ຈາກບັນດາປະເພດກິລາຕ່າງໆ ແລະ ບາງປະເພດກິລາໄດ້ແຂ່ງຂັນໄປແລ້ວໃນລະຫວ່າງວັນທີ 21 ພະຈິກ ຫາ ວັນທີ 11 ທັນວາ 2023 ຊຶ່ງປະກອບມີ ກິລາເປຕັງ, ກະຕໍ້, ຕີດອກປີກໄກ່, ບານສົ່ງຍິງ-ຊາຍ, ກິລາແລ່ນ, ກິລາເຕະບານ, ກິລາດຶງເຊືອກ ແລະ ບັນດາກິດຈະກຳອື່ນໆອີກຫຼາຍຢ່າງ ຊຶ່ງໃນແຕ່ລະບັນດາກິດຈະກຳລ້ວນແຕ່ໄດ້ມາຈາກຫົວຄິດປະດິດສ້າງຂອງພະນັກງານ, ຄູອາຈານ ແລະ ນັກຮຽນ. ພາຍຫຼັງທີ່ແຂ່ງຂັນກິລາສຳເລັດລົງ ຍັງໄດ້ມີພິທີມອບ-ຮັບຂັນລາງວັນໃຫ້ນັກກິລາແຕ່ລະປະເພດໃນການແຂ່ງຂັນຄັ້ງນີ້ຕາມລຳດັບອີກດ້ວຍ.

ໂດຍ ສົງການ ພັນແພງດີ