ດັບເບິນຢູໄອຈີ ນາຄາ ໄດ້ເປັນຕົວແທນຊາດອາຊີ ຮ່ວມແຂ່ງຂັນທີ່ແອັດສະປາຍ ຫຼັງຄອງແຊ໋ມ ທາ ອາຊີ ຮອບຄັດເລືອກ

ທີມເຕະບານເຍົາວະຊົນ ອາຍຸບໍ່ເກີນ 10 ປີ ສະໂມສອນດັບເບິນຢູໄອຈີ ນາຄາ ໜຶ່ງດຽວຈາກ ສປປ ລາວ ຫຼື U-10 WIG NAGA ຄວ້າແຊ໋ມການແຂ່ງຂັນບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ ລາຍການ ທາ ອາຊີ ຮອບຄັດເລືອກ (TAR Asia qualifies 2023) ຫຼັງຈາກໃນຮອບຊີງຊະນະເລີດ ສາມາດໄລ່ຖະຫຼົ່ມທີມບັນດັງ ລີເຈນ (Bundung Legend) ຈາກປະເທດອິນໂດເນເຊຍ ໄປແບບຂາດຮອຍ 4-1 ປະຕູ ຄວ້າໂຄຕ້າເປັນຕົວແທນອາຊີ ເຂົ້າຮ່ວມຮອບສຸດທ້າຍ ທີ່ເມືອງບາຣເຊໂລນ່າ ປະເທດແອັດສະປາຍ ຫຼື ປະເທດສະເປນ ໃນປີ 2024.
ດັບເບິນຢູໄອຈີ ນາຄາ ໃນຮຸ່ນອາຍຸບໍ່ເກີນ 10 ປີ ສ້າງຜົນງານໄດ້ຢ່າງໂດດເດັ່ນໃນລາຍການ TAR Asia Qualifiers ຈັດຂຶ້ນທີ່ປະເທດໄທ ເພື່ອຄັດເລືອກທີມແຊ໋ມໄປຮອບສຸດທ້າຍທີ່ປະເທດແອັດສະປາຍ ໂດຍຮອບຄັດເລືອກ ແຂ່ງຂັນລະຫວ່າງວັນທີ 15-17 ທັນວາ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ. ສຳລັບຮອບຄັດເລືອກມີ 56 ທີມເຂົ້າຮ່ວມຊີງໄຊ, ແບ່ງອອກເປັນ 8 ກຸ່ມໆລະ 7 ທີມ ໂດຍມີທີມຈາກ 8 ຊາດ ຄື: ໄທ ເຈົ້າພາບໃນຮອບຄັດເລືອກ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ໄຕຫວັນ ແລະ ດັບເບິນຢູໄອຈີ ນາຄາ ຕາງໜ້າ ສປປ ລາວ ເຂົ້າຮ່ວມ.
ດັບເບິນຢູໄອຈີ ນາຄາ ຖືກຈັດຢູ່ກຸ່ມ C ຮ່ວມກັບທີມຈາກໄທ 5 ທີມ ແລະ ທີມຈາກ ສປ ຈີນ 1 ທີມ. ຜົນງານຂອງດັບເບິນຢູໄອຈີ ນາຄາ ຊະນະ 5 ນັດ ແລະ ສະເໝີ 1 ນັດ ຜ່ານເຂົ້າຮອບ 32 ທີມ ແລະ ກໍໂຊຜົນງານດີຕໍ່ເນື່ອງ ຊະນະລວດຈົນເຖິງຮອບຊີງຊະນະເລີດ ພົບກັບທີມຈາກອິນໂດເນເຊຍ ກ່ອນຈະໄລ່ຖະຫຼົ່ມເອົາຊະນະໄປແບບຂາດຮອຍ 4-1 ປະຕູ ຄວ້າແຊ໋ມໄປຄອງ ພ້ອມສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນປີ 2024 ໃນຖານະສະໂມສອນຕົວແທນຈາກອາຊີ ໄປຮ່ວມແຂ່ງຂັນກັບບາຣເຊໂລນ່າ ເຈົ້າພາບ, ຣີ ມາດຣິດ ແລະ ສະໂມສອນຊັ້ນນໍາໃນເອີຣົບ ໂດຍນັກກິລາໃນຊຸດນີ້ທີ່ໂດດເດັ່ນກໍມີ ອານຸສັກ ວິໄລກຸນ ຫຼື ນ້ອງບຽວເກດ ນັກເຕະອາຍຸພຽງ 8 ປີຈາກໂຮງຮຽນ ອອດສະກ້າ ສາມາດຍິງປະຕູໄດ້ເກືອບທຸກນັດ ແລະ ກໍຍັງມີ ແຟ້ງ, ໂດ້, ເສືອນ້ອຍ ແລະ ຄົນອື່ນໆທີ່ສ້າງຜົນງານໂດດເດັ່ນ ບໍ່ເສຍໃຫ້ທີມໃດ.
ຜົນງານຂອງດັບເບິນຢູໄອຈີ ນາຄາ ໃນໄລຍະຜ່ານມາ ແມ່ນໄປແຂ່ງຂັນລາຍການ 4 ເສົ້າທີ່ແຂວງສະຫວັນນະເຂດ ໃນເດືອນຕຸລາ 2022 ສາມາດຍາດໄດ້ແຊ໋ມຮຸ່ນອາຍຸບໍ່ເກີນ 10 ປີ, ຄວ້າອັນດັບ 3 ລາຍການໃຫຍ່ ແຊ໋ມຊົນແຊ໋ມ ທີ່ແຂວງຊຽງຣາຍ ປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີ ທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ, ຄວ້າແຊ໋ມ ຢູ-8 ແລະ ຢູ-11 ໃນລາຍການລະດັບນານາຊາດ ທີ່ແຂວງພັດທະຍາ ປະເທດໄທ ໃນທ້າຍປີ 2022.
ສ່ວນໃນປີ 2023 ຄວ້າແຊ໋ມເຕະບານ 7 ຄົນ ຊີງແຊ໋ມພາກອີສານ ຢູ-10 ປີ ທີ່ແຂວງໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 2023. ສ່ວນຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ, ຄວ້າແຊ໋ມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນເຕະບານ 7 ຄົນ ລາຍການ ໂຂງ-ຊີ-ມູ ຈູເນ່ຍ ຄັບ 2023 ທີ່ແຂວງມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023. ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີ ແມ່ນສາມາດຄວ້າຮອງແຊ໋ມໄດ້ອີກດ້ວຍ.
ນອກຈາກນັ້ນ, ຍັງສາມາດຍາດໄດ້ແຊ໋ມ ປະສານໃຈ ທີ່ ສປປ ລາວ ໃນປີ 2023, ຍາດໄດ້ແຊ໋ມ mazda challenge cup 2023 ໃນຮຸ່ນອາຍຸບໍ່ເກີນ 10 ປີ ແລະ 12 ປີ ຈາກທີມເຂົ້າຮ່ວມທັງໝົດ 40 ກວ່າທີມ ຈັດທີິ່ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມນອກ), ຍາດໄດ້ແຊ໋ມເຕະບານມາສະດ້າ ຢຸດລີກ 2023 ທີ່ ສປປ ລາວ ໄດ້ທັງ ຢູ-10 ກັບ ຢູ-12, ຍາດໄດ້ອັນດັບ 5 ລາຍການ JS CUP 2023 ທີ່ ສ.ເກົາຫຼີ ຈາກ 32 ທີມ ໃນ 8 ປະເທດເຂົ້າຮ່ວມຊີງໄຊ, ຍາດໄດ້ອັນດັບ 2 ລາຍການທີ່ ສປ ຈີນ ຈາກທີມເຂົ້າຮ່ວມ 32 ທີມ ໃນ 11 ປະເທດເຂົ້າຮ່ວມຊີງໄຊ ແລະ ຜົນງານຫຼ້າສຸດ ແມ່ນຄວ້າແຊ໋ມຮອບຄັດເລືອກ TAR Asia Qualifiers ທີ່ປະເທດໄທ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ







