ຫຼານນ້ອຍ ດັບເບິນຢູໄອຈີ ແຊ໋ມ ທາ ອາຊີ ຮອບຄັດເລືອກ ກັບເຖິງລາວແລ້ວ ພ້ອມຖືກຕ້ອນຮັບຢ່າງອົບອຸ່ນ

ຫຼານນ້ອຍທີມເຕະບານ ຢູ-10 ສະໂມສອນ ດັບເບີນຢູໄອຈີ ນາຄາ ຫຼື W.I.G NAGA ຊຸດສ້າງຜົນງານໄດ້ໂດດເດັ່ນ ໃນການຄວ້າແຊ໋ມເຕະບານ ລາຍການ ທາ ອາຊີ ຮອບຄັດເລືອກ 2023 (TAR Asia Qualifiers 2023) ໄດ້ເດີນທາງກັບມາຮອດ ສປປ ລາວ ເປັນທີ່ຮຽບຮ້ອຍ ພ້ອມທັງໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກຄະນະນຳ ແລະ ພໍ່ແມ່ປະຊາຊົນຊາວລາວ ກໍຄື ຊາວນະຄອນຫຼວງວຽງຈັນ ຂະນະທີ່ ການນຳນະຄອນຫຼວງວຽງຈັນ ຍັງໄດ້ມອບເງິນຈຳນວນ 10 ລ້ານກີບ ເພື່ອສືບຕໍ່ກຽມຄວາມພ້ອມທີມເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍ ທີ່ເມືອງບາເຊໂລນ່າ ປະເທດແອັດສະປາຍ (ປະເທດສະເປນ) ໃນປີ 2024.
ໃນຕອນເຊົ້າຂອງວັນທີ 19 ທັນວາ 2023, ຄະນະນຳ, ຄູຝຶກ ແລະ ນັກກິລາຂອງສະໂມສອນ ດັບເບີນຢູໄອຈີ ນາຄາ ໄດ້ເດີນທາງກັບມາເຖິງ ສປປ ລາວ ຢ່າງເປັນທາງການ ພ້ອມກັບຜົນງານຄັ້ງປະຫວັດສາດ ໃນລາຍການ TAR Asia Qualifiers 2023 ໂຊນອາຊີ ຈັດຂຶ້ນລະຫວ່າງວັນທີ 15-17 ທັນວາ ຜ່ານມາ ທີ່ນະຄອນຫຼວງບາງກອກ ປະເທດໄທ ນຳພາໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບີນຢູໄອຈີ ນາຄາ ພ້ອມທັງເຂົ້າພົບຄະນະນຳ ນະຄອນຫຼວງວຽງຈັນ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຊຶ່ງໃຫ້ກຽດຕ້ອນຮັບຢ່າງສົມກຽດຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ທ່ານ ຫຸມແພງ ສີສົມບັດ ວ່າການເລຂາຊາວໜຸ່ມນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ມອບເງິນສະໜັບສະໜູນຈໍານວນ 10 ລ້ານກີບໃຫ້ກັບຫຼານນ້ອຍ ເພື່ອສືບຕໍ່ກຽມຄວາມພ້ອມທີມເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍ ທີ່ເມືອງບາເຊໂລນ່າ ປະເທດແອັດສະປາຍອີກດ້ວຍ.
ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບີນຢູໄອຈີ ນາຄາ ໄດ້ໃຫ້ສໍາພາດວ່າ: ການທີ່ສ້າງສະໂມສອນ ດັບເບີນຢູໄອຈີ ນາຄາ ຂຶ້ນມາກໍເພື່ອຢາກສົ່ງເສີມ ແລະ ໃຫ້ໂອກາດເດັກນ້ອຍລາວ ໄດ້ມີເວທີເຄື່ອນໄຫວ, ຫ່າງໄກຈາກສິ່ງເສບຕິດ, ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ພັດທະນາທັກສະດ້ານການຫຼິ້ນກິລາຄຽງຄູ່ກັບການສຶກສາໃຫ້ເກີດປະໂຫຍດ ພ້ອມກ້າວຂຶ້ນເປັນນັກກິລາໃນລະດັບລີກ ແລະ ທີມຊາດໃນອະນາຄົດ ໂດຍເປົ້າໝາຍເບຶ້ື້ອງຕົ້ນແມ່ນຕັ້ງເປົ້າພາຍໃນ 3 ປີແມ່ນຈະພາທີມໄປແຂ່ງຂັນທີ່ປະເທດແອັດສະປາຍໃຫ້ໄດ້ ແລະ ມາຮອດທ້າຍປີ 2023 ກໍເຮັດໄດ້ໄວເກີນຄາດ ເປັນສິ່ງທີ່ຂ້າພະເຈົ້າໄດ້ມີຄວາມພາກພູມໃຈທີ່ສຸດ ສະນັ້ນ ເພື່ອສືບຕໍ່ສ້າງຜົນງານໃຫ້ອອກມາດີໃນການແຂ່ງຂັນທີ່ປະເທດແອັດສະປາຍ.
ຂະນະດຽວກັນ, ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູຝຶກ ດັບເບີນຢູໄອຈີ ນາຄາ ກ່າວວ່າ: ຜົນງານຄັ້ງນີ້ ເປັນຜົນສໍາເລັດທີ່ເກີນຄາດ ເພາະພວກເຮົາຕ້ອງແຂ່ງຂັນກັບທີມລະດັບແຖວໜ້າຂອງອາຊີເຖິງ 56 ທີມ ມີທີມຈາກຍີ່ປຸ່ນ, ສປ ຈີນ, ມາເລເຊຍ, ສິງກະໂປ, ອິນໂດເນເຊຍ ແລະ ໄທ, ແຕ່ຍ້ອນພວກເຮົາຝຶກຊ້ອມຢ່າງໜັກ ຈົນສາມາດຜ່ານມາໄດ້ ແລະ ເປັນແຊ໋ມໃນຮອບຄັດເລືອກ ພ້ອມເປັນຕົວແທນອາຊີ ໄປແຂ່ງທີ່ປະເທດແອັດສະປາຍ ຊຶ່ງແນ່ນອນຕ້ອງຂໍຂອບໃຈພໍ່ແມ່ປະຊາຊົນທີ່ໃຫ້ການຊ່ວຍເຫຼືອ ແລະ ເຊຍພວກເຮົາມາໂດຍຕະຫຼອດ ໂດຍສະເພາະແມ່ນ ປະທານສະໂມສອນ ດັບເບີນຢູໄອຈີ ນາຄາ ທີ່ທຸ້ມເທທັງວັດຖຸ, ເຫື່ອແຮງ ແລະ ຈິດໃຈ ສ້າງທີມຂຶ້ນມາ ຖ້າມີປະທານສະໂມສອນແບບເພິ່ນອີກຫຼາຍໆຄົນເຊື່ອວ່າບານເຕະລາວຈະໄປໄດ້ໄກວ່ານີ້ແນ່ນອນ.
ສໍາລັບ TAR Asia Qualifiers 2023 ໂຊນອາຊີ ແມ່ນມີເຖິງ 56 ທີມເຂົ້າຮ່ວມຊີງໄຊໃນຮຸ່ນອາຍຸບໍ່ເກີນ 10 ປີ, ແບ່ງອອກເປັນ 8 ກຸ່ມໆລະ 7 ທີມ ທີ່ມາຈາກ 8 ຊາດ ກໍຄື ໄທ ເຈົ້າພາບຮອບຄັດເລືອກ, ສປ ຈີນ, ຍີ່ປຸ່ນ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ, ລາວ ແລະ ໄຕຫວັນ ຊຶ່ງດັບເບີນຢູໄອຈີ ນາຄາ ຖືກຈັດຢູ່ກຸ່ມ C ຮ່ວມກັບທີມຈາກໄທ 5 ທີມ ແລະ ສປ ຈີນ 1 ທີມ ລົງສະໜາມຮອບແບ່ງກຸ່ມ 6 ນັດ ຊະນະ 5 ແລະ ສະເໝີ 1 ຜ່ານເຂົ້າຮອບ 32 ທີມກໍສາມາດຊະນະລວດຈົນເຖິງຮອບຊີງຊະນະເລີດພົບກັບທີມຈາກອິນໂດເນເຊຍ ກໍສາມາດເອົາຊະນະໄປຂາດຮອຍ 4-1 ຄວ້າແຊ໋ມໄປຄອງ ພ້ອມສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນປີ 2024 ໃນຖານະສະໂມສອນຕົວແທນຈາກອາຊີ ຊຶ່ງຈະມີທີມບາເຊໂລນ່າ ເຈົ້າພາບ, ຣີ ມາດຣິດ ແລະ ບັນດາສະໂມສອນຊັ້ນນໍາໃນເອີຣົບເຂົ້າຮ່ວມຊີງໄຊ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ




