ເອັນແອນເອັນ ເອັບຊີ ຄອງແຊ໋ມເຕະບານ 8 ຄົນ ລາວ-ໄທ ຊີງຂັນ ສີສົມບັດ ຣາຊາ ລູກຊີ້ນ ຄັບ 2023

ສະໂມສອນ ເອັນແອນເອັນ ເອັບຊີ ຫຼື N&N FC ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໄລ່ເອົາຊະນະທີມຣາຊາລູກຊີ້ນ+ພີທີ ໂອໂຕ ໄປແບບຂາດຮອຍ 7 ປະຕູຕໍ່ 2 ໃນນັດຊີງຊະນະເລີດ ຄອງແຊ໋ມໃນການແຂ່ງຂັນເຕະບານ 8 ຄົນ ນັດພິເສດ ມິດຕະພາບ ເພື່ອເຊື່ອມສາຍສຳພັນສອງຊາດ ລາວ-ໄທ ຮຸ່ນອາຍຸ 40 ປີຂຶ້ນໄປ ຄັ້ງທີ l ຊີງຂັນຮ້ານສີສົມບັດ ຣາຊາ ລູກຊີ້ນ ປະຈຳປີ 2023 ຫຼື ລາຍການ ຣາຊາລູກຊີ້ນ ຄັບ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ.
ການແຂ່ງຂັນເຕະບານນັດພິເສດ ເຊື່ອມສາຍສຳພັນສອງຊາດ ລາວ-ໄທ ຮຸ່ນອາຍຸ 40 ປີຂຶ້ນໄປ ຄັ້ງທີ l ລາຍການ ຣາຊາລູກຊີ້ນ ຄັບ 2023 ຈັດຂຶ້ນເມື່ອວັນທີ 16 ທັນວາ 2023 ທີ່ສະໜາມກິລາບານເຕະຫຍ້າທຽມ ລ້ານຊ້າງ ສະເຕດ້ຽມ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ກົງສະຫວັດ ສີສົມບັດ ເຈົ້າຂອງຮ້ານ ສີສົມບັດ ຣາຊາລູກຊີ້ນ, ມີທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນຄົນພິການຕາແຫ່ງຊາດລາວ ທັງເປັນປະທານສະໂມສອນ ເອັນແອນເອັນ ເອັບຊີ ພ້ອມດ້ວຍຜູ້ຕາງໜ້າສອງທີມຈາກແຂວງອຸດອນທານີ ປະເທດໄທ, ຄະນະນຳທີມ 4 ພາກສ່ວນຈາກນະຄອນຫຼວງວຽງຈັນ ແລະ ບັນດາກອງເຊຍເຂົ້າຮ່ວມຢ່າງຄຶກຄື້ນ.
ການຈັດແຂ່ງຂັນບານເຕະດັ່ງກ່າວ, ແມ່ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃຫ້ເປັນຂະບວນການຟົດຟື້ນ. ພ້ອມກັນນັ້ນ, ຍັງເປັນການສ້າງໂອກາດໃຫ້ບັນດາພາກສ່ວນ ກໍຄື 4 ທີມ ຈາກນະຄອນຫຼວງວຽງຈັນ ແລະ ອີກ 2 ທີມ ທີ່ມາຈາກແຂວງອຸດອນທານີ ໄດ້ພົບປະແລກປ່ຽນທາງດ້ານການຫຼິ້ນກິລາດັ່ງກ່າວໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແນໃສ່ສົ່ງເສີມການທ່ອງທ່ຽວສອງຊາດ ເວົ້າສະເພາະແມ່ນ ສປປ ລາວ ໃຫ້ກັບມາຄຶກຄັກອີກຄັ້ງ.
ລາຍການນີ້ ມີ 6 ພາກສ່ວນເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ສຳລັບກຸ່ມ ເອ ປະກອບມີ ທີມພີທີ ໂອໂຕ+ຣາຊາລູກຊີ້ນ, ທີມອຸດອນທານີ ແລະ ທີມນ້ອຍ&ຕີ້ ແລະ ກຸ່ມ ບີ ມີ ທີມເອັນແອນເອັນ ເອັບຊີ, ທີມ BK&ຊ້າງເຜືອກ ແລະ ທີມເມືອງລາວ. ຜ່ານການແຂ່ງຂັນໃນວັນດັ່ງກ່າວ ຄູ່ຊີງຊະນະເລີດ ລະຫວ່າງ ເອັນແອນເອັນ ເອັບຊີ ພົບກັບເຈົ້າພາບ ຈັດການແຂ່ງຂັນ ທີມປະສົມ ທີມຣາຊາລູກຊີ້ນ+ພີທີ ໂອໂຕ ຜົນປາກົດວ່າ: ເອັນແອນເອັນ ເອັບຊີ ເປັນຝ່າຍເອົາຊະນະໄປແບບຂາດຮອຍ 7 ປະຕູຕໍ່ 2 ຄວ້າແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນທີມຣາຊາລູກຊີ້ນ+ພີທີ ໂອໂຕ ໄດ້ອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງເມືອງລາວ ເອັບຊີ ແລະ ທີ 4 ນ້ອຍ&ຕີ້ ຂະນະທີ່ ສອງທີມຈາກໄທ ແມ່ນຕົກຮອບຄັດເລືອກ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ
- ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ
- ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ
- ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ
- ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026
- ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ





