ໄອເອັມຊີ ຢູໄນເຕັດ ຄອງແຊ໋ມເຕະບານ ເຟຣມຊິບ ຄັບ ກຸ່ມນໍ້າໃຈລາວ 2023 ຕ້ອນຮັບປີໃໝ່ 2024

ທີມເຕະບານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ໄອເອັມຊີ ຢູໄນເຕັດ ທີ່ຂຶ້ນກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກກສາ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ ສາມາດຄອງຂັນຊະນະເລີດ ການແຂ່ງຂັນກິລາເຕະບານ 8 ຄົນ ຫຼື ເຕະ 7 ຮັບ 1 ຮຸ່ນອາຍຸ 40 ປີ ຂຶ້ນໄປ ໃນລາຍການ ເຟຣມຊິບ ຄັບ ກຸ່ມນໍ້າໃຈລາວ 2023 ຄັ້ງທີ I ປະຈໍາປີ 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຸ່ມນໍ້າໃຈລາວ ຄົບຮອບ 10 ປີ ເນື່ອງໃນໂອກາດສະຫຼອງສົ່ງທ້າຍປີເກົ່າ 2023 ແລະ ຕ້ອນຮັບປີໃໝ່ 2024.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 30 ທັນວາ 2023 ທີ່ີສະໜາມບານເຕະຫຍ້າທ່ຽມ ຊ້າງ ເອັບຊີ (ເດີ່ນ 3) ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາຍໃຕ້ການນໍາພາກິດຈະກໍາຂອງທ່ານ ອາລີ ວິພົງໄຊ ປະທານກຸ່ມນໍ້າໃຈລາວ ທັງເປັນປະທານບໍລິສັດ ແອວແອນເອັນ (L&N) ອະສັງຫາລິມະສັບ ແລະ ວິສະວະກໍາກໍ່ສ້າງ ຈຳກັດຜູ້ດຽວ, ມີທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ທັງເປັນເຈົ້າຂອງສະໜາມກິລາບານເຕະຫຍ້າທຽມ ເບ ສະຫວັນ ເອັບຊີ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາທັງ 4 ພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນລາຍການນີ້ ມີ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ກຸ່ມນໍ້າໃຈລາວ ຫຼື ຮາດຣ໋ອກ ເອັບຊີ, ໄອເອັມຊີ ຢູໄນເຕັດ, ໝູ່ກັນ ເອັບຊີ ແລະ ສາຍລຸຍ ເອັບຊີ. ການແຂ່ງຂັນແມ່ນມີການຈົກສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາທີມຊະນະໄປຊີງຊະນະເລີດ ແລະ ທີມເສຍ ໄປຊີງອັນດັບທີ 3. ລາຍການດັ່ງກ່າວ ກໍານົດການແຂ່ງຂັນຕັ້ງລະ 20 ນາທີ ລວມສອງຕັ້ງ 40 ນາທີ ພ້ອມກຳນົດເງື່ອນໄຂນັກກິລາຕ້ອງອາຍຸ 40 ຂຶ້ນໄປ ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນໄດ້.
ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຊີງຊະນະເລີດ ທີມໄອເອັມຊີ ຢູໄນເຕັດ ໄລ່ຖະຫຼົ່ມທີມໝູ່ກັນໄປແບບຂາດຮອຍ 9 ປະຕູຕໍ່ 2 ຄວ້າແຊ໋ມລາຍການ ເຟຣມຊິບ ຄັບ ກຸ່ມນໍ້າໃຈລາວ 2023 ຄັ້ງທີ I ປະຈໍາປີ 2023 ໄປຄອງ. ສ່ວນທີມໝູ່ກັນໄດ້ພຽງອັນດັບທີ 2, ອັນດັບທີ 3 ເປັນຂອງສາຍລຸຍ ແລະ ອັນດັບທີ 4 ແມ່ນເຈົ້າພາບ ກຸ່ມນໍ້າໃຈລາວ.
ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ
- ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
- ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ
- ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
- ຈຳປາສັກ ພ້ອມເຂົ້າຮ່ວມແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
- ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ






