Skip to main content

ສສກ ຍ້ອງຍໍຜົນງານໂດດເດັ່ນ ດັບເບິນຢູໄອຈີ ນາຄາ ພ້ອມມອບເງິນ 10 ລ້ານກີບ ກຽມທີມຮ່ວມແຂ່ງຂັນທີ່ ບາເຊໂລນ່າ

05/01/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ມອບໃບຍ້ອງຍໍ ແລະ ເງິນໂບນັດ ຈໍານວນ 10 ລ້ານກີບໃຫ້ແກ່ຫຼານນ້ອຍນັກກິລາ ສະໂມສອນ ດັບເບິນໄອຈີ ນາຄາ ຫຼື WIG NAGA ທີ່ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ດ້ວຍການຄອງແຊ໋ມເຕະບານ 6 ຄົນ ຮັບ 1 ຄົນ ລາຍການ TAR Asia Qualifiers ຈາກໂຮງຮຽນ Oscar International School ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ກາຍເປັນຕົວແທນໃຫ້ແກ່ ສປປ ລາວ ແລະ ປະເທດໃນຂົງເຂດອາຊີ ກຽມສືບຕໍ່ເຂົ້າຮ່ວມການແຂ່ງຂັນຮອບສຸດທ້າຍຂອງລາຍການ ທີ່ຫຼາຍສະໂມສອນໃນທົ່ວໂລກໄຝຝັນຢາກຈະໄປເມືອງນີ້ ເມືອງບາເຊໂລນ່າ ປະເທດແອັດສະປາຍ ຈະຈັດຂຶ້ນໃນເດືອນເມສາ 2024 ນີ້.

ພິທີມອບ-ຮັບໃບຍ້ອງຍໍໃນຄັ້ງນີ້, ຈັດຂຶ້ນເມື່ອວັນທີ 29 ທັນວາ ຜ່ານມາ ທີ່ຫ້ອງການປະສານງານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ຕາງໜ້າມອບໂດຍ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ຕາງໜ້າຮັບໂດຍທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄອລ ພ້ອມດ້ວຍບັນດາຄະນະກົມ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ການຍ້ອງຍໍໃນຄັ້ງນີ້, ທາງກະຊວງ ສສກ ໄດ້ມອບໃຫ້ແກ່ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄະນະ, ທ່ານ ວຽງໄຊ ວິໄລກຸນ ຮອງຫົວໜ້າຄະນະ, ທ່ານ ບຸນມີ ໄຊຍະວົງ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເປັນຄະນະ. ນອກຈາກນັ້ນ, ຍັງມີຄະນະຄູຝຶກ ແລະ ນັກກິລາ ທີ່ໄດ້ຮັບການຍ້ອງຍໍຈາກກະຊວງດັ່ງກ່າວຢ່າງສົມກຽດອີກດ້ວຍ. ນອກຈາກນີ້, ຍັງໄດ້ມອບເງິນໂບນັດໃຫ້ທີມຫຼານນ້ອຍ ຈໍານວນ 10 ລ້ານກີບອີກດ້ວຍ.

ມາຮອດປັດຈຸບັນ, ມີຫຼາຍພາກສ່ວນໃຫ້ການສະໜັບສະໜູນຫຼານນ້ອຍ ສະໂມສອນ ດັບເບິນໄອຈີ ນາຄາ ໃນນັ້ນ ໄດ້ຮັບເງິນໂບນັດຈາກທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ຈຳນວນ 10 ລ້ານກີບ, ທະນາຄານ ພັດທະນາລາວ ຫຼື LDB BANK ສະໜັບສະໜູນ 150 ລ້ານກີບ, Miss ann kavanh ເປັນຄົນລາວໃນອາເມຣິກາ (ເມື່ອງຕຳປາເບ້, ຣັດຟໍຣິດ້າ) 100 ໂດລາ, Mr huang bo ຈຳນວນ 1 ລ້ານບາດ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ມອບນໍ້າດື່ມ 200 ແພັກ, ຮ້ານອາຫານຊີ້ນດາດ ໂຕໝູ ຈັດພາເຂົ້າລ້ຽງອາຫານແລງ ດາດໂຕໝູ ແລະ ຫຼ້າສຸດ ກະຊວງ ສສກ ມອບເງິນ 10 ລ້ານກີບ ໃຫ້ທີມຫຼານນ້ອຍດັ່ງກ່າວອີກດ້ວຍ.

ໂດຍ ສົງການ