ເປຕັງ ຊີງຂັນຜູ້ອຳນວຍການໂຮງຮຽນເລກ 2 ວຽງໄຊ ສະຫຼອງ 20 ມັງກອນ ຈະເປີດສາກສຸກນີ້
09/01/2024

ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ແລະ ສວນອາຫານ-ເດີ່ນບານ 3 ອໍ ຈະເປີດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຊີງຂັນທ່ານ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຜູ້ອຳນວຍການໂຮງຮຽນ ເລກ 2 ວຽງໄຊ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ນະຄອນປາກເຊ ແຂວງຈຳປາສັກ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ລາຍງານໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 374/ຈຂ.ຈສ ລົງວັນທີ 6 ພຶດສະພາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ອີງຕາມໜັງສືສະເໜີຂອງຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ສະບັບເລກທີ 01/ກລສ, ລົງວັນທີ 4 ມັງກອນ 2024 ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຈຶ່ງໄດ້ຕົກລົງເຫັນດີອະນຸມັດໃຫ້ ຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ, ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sport) ແລະ ສວນອາຫານ-ເດີ່ນບານ 3 ອໍ ຈະເປີດການແຂ່ງຂັນກິລາເປຕັງປະເພດຄູ່ຊາຍ ຊີງຂັນທ່ານພົນຈັດຕະວາ ວົງມະນີຈັນ ສາມາວົງ ຜູ້ອຳນວຍການໂຮງຮຽນ ເລກ 2 ວຽງໄຊ ພ້ອມເງິນລາງວັນລວມເກືອບ 20 ລ້ານກີບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 75 ປີ ຂຶ້ນໃນລະຫວ່າງວັນທີ 12-13 ມັງກອນ 2024 ທີ່ສວນອາຫານ-ເດີ່ນບານ 3 ອໍ (ດ້ານຫຼັງໂຮງຮຽນ ເລກ 2 ວຽງໄຊ).
ເປີດຮັບສະໝັກແຕ່ມື້ນີ້ຮອດວັນທີ 11 ມັງກອນ 2024 ພ້ອມມີກອງປະຊຸມເຕັກນິກ ແລະ ຈັກສະຫຼາກແບ່ງສາຍໃນເວລາ 11:00 ໂມງ ທີ່ຫ້ອງປະຊຸມສະໜາມກິລາແຂວງຈຳປາສັກ (ຫຼັກ 2) ຊຶ່ງນັກກິລາທີ່ເຂົ້າຮ່ວມຕ້ອງລົງທະບຽນ 5 ແສນກີບຕໍ່ທີມ, ນັກກິລາປະສົມແຂວງ ຫຼື ທີມຊາດທັງເກົ່າ ແລະ ໃໝ່ ສາມາດເຂົ້າຮ່ວມແຂ່ງຂັນໄດ້ທີມລະ 1 ຄົນ (ນັກກິລາທີມຊາດ ແລະ ປະສົມແຂວງບໍ່ສາມາດຈັບຄູ່ກັນໄດ້, ການແຕ່ງກາຍນັກກິລາຕ້ອງນຸ່ງເສື້ອທີ່ມີສີດຽວກັນ, ໂສ້ງຂາສັ້ນ ຫຼື ຂາຍາວສຸພາບ ແລະ ເກີບຜ້າໃບ ແຕ່ຖ້ານັກກິລາທີມໃດແຕ່ງກາຍບໍ່ຖືກຕາມລະບຽບທີ່ວາງໄວ້ແມ່ນຈະບໍ່ໃຫ້ເຂົ້າຮ່ວມແຂ່ງຂັນ.
ສ່ວນປະເພດຂອງລາງວັນ ຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ໄດ້ຮັບເງິນສົດ 5 ລ້ານກີບ ແລະ ອັນດັບທີ 3 ໄດ້ຮັບເງິນສົດ 3 ລ້ານກີບ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




