ງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນທ້າຍປີນີ້
11/01/2024

ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນໃນເດືອນທັນວາ 2024 ຂະນະທີ່ເຈົ້າພາບ ປະກາດແຕ່ງຕັ້ງ 10 ກຳມະການ ແລະ 12 ສະຫະພັນກິລາ ເພື່ອຮັບໃຊ້ງານດັ່ງກ່າວ.
ພິທີປະກາດຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໄດ້ມີຂຶ້ນໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ, ປະທານສະມາຄົມກິລາ-ກາຍະກຳແຂວງ, ຮອງປະທານຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ມີທ່ານ ສິລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮອງປະທານສະມາຄົມກິລາ-ກາຍະກໍາແຂວງ, ກໍາມະການຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງກຳມະການຝ່າຍຕ່າງໆ, ກອງເລຂາກະກຽມຈັດງານຈາກກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
ໃນພິທີ, ທ່ານ ສິລິສັກ ຖະໜອມຮັກ ໄດ້ຜ່ານຂໍ້ຕົກລົງຂອງຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ, ສະບັບເລກທີ 03/ຄຈກຊ.VII, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ຊຶ່ງມີ 10 ກໍາມະການ ຄື: ກໍາມະການກອງເລຂາ, ກໍາມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະ ລະດົມທຶນ, ກຳມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງ, ກຳມະການທີ່ພັກ, ອາຫານ, ການຂົນສົ່ງ ແລະ ປະດັບປະດາ, ກຳມະການພິທີການ, ຕ້ອນຮັບ ແລະ ຍ້ອງຍໍ, ກຳມະການໂຄສະນາປະຊາສຳພັນ, ກຳມະການແພດ ແລະ ປະຖົມພະຍາບານ ແລະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງແຂວງສາລະວັນ ສະບັບເລກທີ 775/ຈຂ.ສວ. ລົງວັນທີ 12 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງສະຫະພັນກິລາ-ກາຍະກຳ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ປະກອບມີ: ສະຫະພັນກິລາມວຍ, ບານເຕະ, ບານສົ່ງ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ໝາກແລ້, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ ແລະ ສະຫະພັນກິລາແລ່ນ-ລານ.
ໂອກາດນີ້, ທ່ານ ສົມໃຈ ອຸ່ນຈິດ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ບໍ່ວ່າຈະພາກລັດ-ວິສາຫະກິດ ປະຊາຊາຊົນ ຕະຫຼອດຮອດ ແຕ່ລະອະນຸກຳມະການ ທີ່ໄດ້ແບ່ງຄວາມຮັບຜິດ-ຮັບຊອບຕາມຄວາມສາມາດ ສ້າງແຜນວຽກ-ແຜນງົບປະມານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ, ຕ້ອງກຽມຈິດ-ກຳລັງ ເພື່ອຕ້ອນຮັບ, ເປັນເຈົ້າພາບທີ່ດີ ໃນນາມແຂວງສາລະວັນເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເພດ ຄັ້ງທີ VII ປີ 2024. ແຕ່ລະອະນຸກຳມະການຮັບຜິດຊອບ ຕ້ອງປະສານພົວພັນ ແລະ ລາຍງານເປັນແຕ່ລະໄລຍະ ເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງທຸກເງື່ອນໄຂໃຫ້ມີຄວາມສະດວກ, ຄວາມປອດໄພ ຕະຫຼອດຮອດສຸຂະພາບ.
ພາບ-ຂ່າວ: ລັດຕະນາ ແສງສຸວັນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
