Skip to main content

ເບເທີບີເຢບ ປະທະ ສະມິດ ການແຂ່ງຂັນຊົກມວຍຊີງແຊ໋ມໂລກ 3 ສະຖາບັນ ຈັດຂຶ້ນ 14 ມັງກອນນີ້

11/01/2024

ການແຂ່ງຂັນມວຍສາກົນຊີງແຊ໋ມໂລກ ຈາກ 3 ສະຖາບັນ ຮຸ່ນໄລເຮບວີເວດ (WBC, IBF, WBO) ລະຫວ່າງ ອາເທີ ເບເທີບີເຢບ ຂຶ້ນສັງວຽນຊົກ ເພື່ອປ້ອງກັນສາຍແອວແຊ໋ມກັບ ຄັນລໍາ ສະມິດ ຈະມີຂຶ້ນໃນວັນທີ 14 ມັງກອນ 2024 ເວລາ 10:00 ໂມງ ຕາມເວລາໃນສປປ ລາວ ທີ່ສູນວິເດໂອຕຣອນ ເມືອງຄວິເບກ ປະເທດການາດາ.
ຖືວ່າເປັນເວລາທີ່ເໝາະສົມ ແລະ ເລີກງາມຍາມດີແລ້ວສຳລັບທັງຄູ່ ຫຼັງການແຂ່ງຂັນຕ້ອງເລື່ອນມາເປັນເວລາດົນນານ ເນື່ອງຈາກການບາດເຈັບຂອງ ອາເທີ ເບເທີບີເຢບ ຍອດມວຍອັດສະລິຍະຜູ້ໜ້າເກງຂາມຈາກຣັດເຊຍ ທີ່ຖືກຍົກໃຫ້ເປັນອັນດັບໜຶ່ງຂອງຮຸ່ນໄລເຮບວີເວດ ໃນເວລານີ້ ເຈົ້າຂອງສາຍແອວແຊ໋ມໂລກ 3 ສະຖາບັນຫຼັກ (WBC, IBF, WBO) ດ້ວຍສະຖິຕິຊົກ 19 ນັດ, ຊະນະນັອກ 19 ນັດລວດ. ໂດຍຜູ້ກ່ຽວພ້ອມແລ້ວທີ່ຈະຂຶ້ນສັງວຽນດວນກໍາປັ້ນກັບຜູ້ທ້າຊີງຢ່າງ ຄັນລໍາ ສະມິດ ອະດີດແຊ໋ມໂລກຮຸ່ນຊຸເປີມິດເດິນເວດຈາກປະເທດອັງກິດ ເຈົ້າຂອງສະຖິຕິການຊົກ 30 ນັດ, ຊະນະ 29 ຄັ້ງ ແລະ ເສຍພຽງຄັ້ງດຽວໃນການຕໍ່ສູ້ແບບມືອາຊີບ.
ຈາກການໃຫ້ສໍາພາດຂອງ ຄັນລໍາ ສະມິດ ໄດ້ປະກາດວ່າເຂົາຮູ້ຈັກຮູບແບບການຊົກຂອງ ເບເທີບີເຢບ ເປັນຢ່າງດີ ແລະ ເຊື່ອວ່າຕົວເອງຈະສາມາດຢຸດຟອມອັນຮ້ອນແຮງຂອງ ເບເທີບີເຢບ ໄດ້ ໃນການຕໍ່ສູ້ທີ່ຈະມາເຖິງນີ້ ແລະ ຈະເປັນການຕໍ່ສູ້ທີ່ຍິ່ງໃຫຍ່ທີ່ແຟນມວຍພັນແທ້ທັງໂລກຈະຈື່ຈໍາ.
ການແຂ່ງຂັນມວຍຊີງແຊ໋ມໂລກ 3 ສະຖາບັນຄັ້ງນີ້ ຈະມີຂຶ້ນໃນຕອນເຊົ້າວັນທີ 14 ມັງກອນ 2024 ເວລາ 10:00 ໂມງ ຕາມເວລາໃນສປປ ລາວ ຊຶ່ງຈະມີການຖ່າຍທອດສົດ ທາງຊ່ອງ 36 ຫຼື ຕິດຕາມໄດ້ທາງເວັບໄຊ ແລະ YouTube.