ກິລາເພາະກາຍລາວ ຮ່ວມມືກັບ ໂຮງແຮມດອນຈັນພາເລດ ກຽມຈັດແຂ່ງຂັນຊີງແຊ໋ມອາຊຽນ 2024
12/01/2024

ສະຫະພັນກິລາເພາະກາຍແຫ່ງຊາດລາວ ຫຼື ສພກລ ຈັບມືກັບ ໂຮງແຮມດອນຈັນ ພາເລດ ຮ່ວມກັນລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ເປັນເຈົ້າພາບ ຈະຈັດແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊຽນ ຄັ້ງທີ 18 ຊຶ່ງເປັນຄັ້ງປະຫວັດສາດຂອງວົງການກິລາເພາະກາຍລາວ ເພື່ອສ້າງຂະບວນການສະເຫຼີມສະຫຼອງກອງປະຊຸມຂອງລັດຖະບານໃນນາມເປັນປະທານ ອາຊຽນ ປີ 2024 ແນໃສ່ດຶງດູດການທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຄຽງຄູ່ກັນນັ້ນ, ກໍຍັງເປັນການກຽມຄວາມພ້ອມທັບນັກກິລາລາວກຽມຮ່ວມງານກິລາ ຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ລາຍການດັ່ງກ່າວຈະຈັດຂຶ້ນ ລະຫວ່າງວັນທີ 16-20 ພຶດສະພາ 2024 ຊຶ່ງຈະມີການຊີງໄຊເຖິງ 45 ຫຼຽນ ກໍຄື 25 ຫຼຽນຄຳ, 25 ຫຼຽນເງິນ ແລະ 25 ຫຼຽນທອງ.
ພິທີລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ທ່ານ ແສງດາວ ແກ້ວປະດິດ ຜູ້ຈັດການຝ່າຍການຕະຫຼາດ ໂຮງແຮມດອນຈັນ ພາເລດ ໄດ້ມີຂຶ້ນ ເມື່ອວັນທີ 11 ມັງກອນ 2024 ທີ່ໂຮງແຮມ ດອນຈັນ ພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານມີທ່ານ ປອ ມະໄລທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ທ່ານ ຈ້າວ ຢຸນເຊິງ ປະທານໂຮງແຮມດອນຈັນ ພາເລດ, ມີບັນດາຄະນະບໍລິຫານງານສະຫະພັນ, ຄະນະບໍລິຫານງານໂຮງແຮມດອນຈັນ ພາເລດ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານຮອງປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ກໍໄດ້ລາຍງານໃຫ້ຮູ້ວ່າ: ລາຍການດັ່ງກ່າວຈະຈັດຂຶ້ນລະຫວ່າງວັນທີ 16-20 ພຶດສະພາ 2024 ຊຶ່ງຈະມີການຊີງໄຊເຖິງ 45 ຫຼຽນ ກໍຄື 25 ຫຼຽນຄຳ, 25 ຫຼຽນເງິນ ແລະ 25 ຫຼຽນທອງ ໂດຍຄາດວ່າຈະມີນັກກິລາໃນບັນດາຂົງເຂດອາຊຽນເຂົ້າຮ່ວມ ໂດຍຈະນຳໃຊ້ໂຮງແຮມດັ່ງກ່າວ ເປັນທີ່ພັກ, ເປັນທີ່ອອກກຳລັງກາຍຂອງນັກກິລາ ແລະ ຮອງຮັບການແຂ່ງຂັນ ຊຶ່ງໃນຂໍ້ຕົກລົງສັນຍາຂອງສອງຝ່າຍ ແມ່ນໄດ້ເຫັນດີ 5 ຂໍ້ ກໍຄື ກຽມຕ້ອນຮັບຄະນະປະທານສະຫະພັນກິລາເພາະກາຍໂລກ ຈຶ່ງຈະເດີນທາງມາສປປ ລາວ ໃນວັນທີ 8-11 ກຸມພານີ້ ເພື່ອກວດສອບຮັບຮອງສະຖານທີ່ຈັດແຂ່ງຂັນເປັນທາງການ ແລະ ເພື່ອປະຊຸມການວາງແຜນຈັດແຂ່ງຂັນ 3 ຝ່າຍ ກໍຄື ສະຫະພັນກິລາເພາະກາຍໂລກ, ສພກລ ແລະ ໂຮງແຮມດອນຈັນ ພາເລດ, ສ້າງແບບແຜນໂຄສະນາປະຊາສຳພັນງານແຂ່ງຂັນ ເພື່ອລະດົມການຮັບຮູ້ໄປທົ່ວປະເທດ ເລີ່ມແຕ່ເດືອນມັງກອນເປັນຕົ້ນໄປ, ລະດົມຜູ້ສະໜັບສະໜູນໃນເຄືອທຸລະກິດ ຫຼື ພາດເນີ ຂອງໂຮງແຮມເພື່ອຊ່ວຍສະຫະພັນອີກແຮງໜຶ່ງ ເປັນງົບໃຊ້ຈ່າຍຕໍ່ການແຂ່ງຂັນ, ອອກແບບປ້າຍໂຄສະນາປະຊາສຳພັນ ເພື່ອຕິດຕັ້ງດ້ານໜ້າ-ດ້ານຫຼັງໃນໂຮງແຮມເລີ່ມແຕ່ເດືອນກຸມພາ 2024 ເປັນຕົ້ນໄປ ແລະ ຈັດຄະນະປະສານງານລະຫວ່າງທັງສອງຝ່າຍຂຶ້ນ ເພື່ອສະດວກໃນການປະສານງານແລກປ່ຽນຂໍ້ມູນໃຫ້ເຊິ່ງກັນ ແລະ ກັນ.
ໂອກາດດຽວກັນ, ທ່ານ ປອ ມະໄລທອງ ວົງໄຊ ກ່າວວ່າ: ການແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊຽນ ຄັ້ງທີ 18 ຊຶ່ງເປັນຄັ້ງປະຫວັດສາດ ທີ່ບໍ່ເຄີຍຈັດຜ່ານມາ ຢູ່ສປປ ລາວ ພໍດີແທດເໝາະກັບການກະຕຸ້ນດຶງດູດການທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ກໍຍັງເປັນການຕ້ອນຮັບກອງປະຊຸມຂອງລັດຖະບານໃນນາມເປັນປະທານ ອາຊຽນ ປີ 2024 ຊຶ່ງເຫັນໄດ້ເຖິງຄວາມຕັ້ງໃຈຂອງທັງສອງຝ່າຍ ສືບເນື່ອງຈາກປີ 2019 ແຕ່ຍ້ອນເຫດການພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການແຂ່ງຂັນເລື່ອນອອກໄປ ຈົນມາຮອດປີ 2024 ໂດຍເປັນບາດກ້າວສຳຄັນໃນການພັດທະນານັກກິລາເພາະກາຍລາວ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງສາມາດຍາດໄດ້ຫຼຽນຄຳ ແລະ ຫຼຽນຕ່າງໆ ເພື່ອກຽມຄວາມພ້ອມເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ນີ້ອີກດ້ວຍ.
ສະຫະພັນກິລາເພາະກາຍແຫ່ງຊາດລາວ ກ່າວຕື່ມອີກວ່າ: ບັນດາທ່ານຂ້າພະເຈົ້າໄດ້ຮັບຮູ້ກ່ຽວກັບການແຂ່ງຂັນງານດັ່ງກ່າວ ຈະໄດ້ນຳໃຊ້ງົບປະມານເຖິງ 80.000 ໂດລາສະຫະລັດ ຊຶ່ງທາງ ສພກລ ກຳລັງລະດົມຂົນຂວາຍຂໍການສະໜັບສະໜູນກັບບັນດາພາກສ່ວນເອກະຊົນ ສະນັ້ນ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະໂຮງແຮມດອນຈັນ ພາເລດ ສືບຕໍ່ຊ່ວຍຊຸກຍູ້ອີກທາງໜຶ່ງດ້ວຍ ທັງນີ້ ກໍເພື່ອເຮັດໃຫ້ງານຂອງພວກເຮົາໄດ້ຮັບຜົນສຳເລັດຕາມຄາດໝາຍ ເປັນທີ່ທີ່ພາກພູມໃຈຂອງປວງຊົນລາວທັງຊາດ ສາມາດຍົກສູງບົດບາດໃຫ້ສປປ ລາວ ກ້າວສູ່ເວທີສາກົນໃນຕໍ່ໜ້າ. ສຳລັບການກຽມຄວາມພ້ອມສະຖານທີ່ ທີ່ໂຮງແຮມດອນຈັນ ພາເລດ ໃນປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍແລ້ວບໍ່ວ່າຈະເປັນທາງດ້ານທີ່ພັກ, ໂພຊະນາການ, ພາຫະນະ ແລະ ອື່ນໆ ໂດຍການປະກອບສ່ວນຂອງທາງໂຮງແຮມດັ່ງກ່າວ ແມ່ນລວມມູນຄ່າ 120.000.000 ກີບ ຫຼື ປະມານ 5.600 ໂດລາສະຫະລັດ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
