Skip to main content

ວຽງຈັນ ເອັບທີ ຍິງຈຸດໂທດດັບຝັນ ມັດສະດ້າ 3-1 ຄອງແຊ໋ມເຕະບານ ຢູ-13 ວຽງຈັນ ເອັບທີ ຄັບ 2024

17/01/2024

ທີມວຽງຈັນ ເອັບທີ ຍິງຈຸດໂທດດັບຝັນ ມັດສະດ້າ ລາວ ຈີບີ ເອັບຊີ 3-1 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ຊີງຂັນປະທານສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ຫຼື ຢູ-13 ລາຍການ ວຽງຈັນ ເອັບທີ ຄັບ 2024 (U-13 VINETIANE FT CUP 2024) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ແລະ ສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງເພື່ອພັດທະນາຕົນເອງກ້າວສູ່ລະດັບຊາດ ໄປຄອງ ແລະ ກໍເປັນແຊ໋ມລາຍການທີ 2 ຫຼັງກ່ອນໜ້ານີ້ ສາມາດຄອງແຊ໋ມລາຍການ ເຄເອັມທີ ຄັບ 2023.


ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ພາຍໃນມື້ດຽວ ເມື່ອວັນທີ 13 ມັງກອນ 2024 ທີ່ສະໜາມກິລາບານເຕະ ພູຜາ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງວັດສະດຸກໍ່ສ້າງຄົວເຮືອນຄົບວົງຈອນ ທັງເປັນປະທານສະໂມສອນ ອາຄາເດມີ ວຽງຈັນ ເອັບທີ, ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ ມັດສະດ້າ ພຽງຜູ້ດຽວ ໃນສປປ ລາວ ທັງເປັນສະໂມສອນ ມັດສະດ້າ ລາວ ຈີບີ ເອັບຊີ ແລະ ທ່ານ ສົມບູນ ພິສະນຸກັນ ຮອງປະທານສະມາຄົມພໍ່ແມ່ຜູ້ປົກຄອງສະໂມສອນ ອາຄາເດມີ ວຽງຈັນ ເອັບທີ ມີບັນດາຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະ ກອງເຊຍເຂົ້າຮ່ວມ.

ການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ລາຍການ ວຽງຈັນ ເອັບທີ ຄັບ 2024 ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ພ້ອມທັງເປັນການສົ່ງເສີມນ້ອງນ້ອຍນັກກິລາໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງສ້າງໂອກາດໃຫ້ເຂົາເຈົ້າມີການພັດທະນາຕົນເອງ ສາມາດກ້າວໄປຕາມຈຸດທີ່ໄຝ່ຝັນຢາກຕິດທີມຊາດໃນອະນາຄົດ ໃຫ້ປະກົດຜົນເປັນຈີງ ລາຍການດັ່ງກ່າວ ມີທັງໝົດ 8 ພາກສ່ວນເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ແຕ່ລະກຸ່ມແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ລາຍການນີ້ ກຳນົດເງື່ອນໄຂນັກກິລາຕ້ອງມີອາຍຸ 13 ປີ ຫຼື ເກີດໃນປີ 2011 ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນໄດ້ ແລະ ແຂ່ງຂັນສອງຕັ້ງ ຕັ້ງລະ 15 ນາທີ ພັກ 3 ນາທີ ລວມສອງຕັ້ງ 30 ນາທີ ສຳລັບ 8 ສະໂມສອນ ເຂົ້າຮ່ວມ ປະກອບມີ ເຈົ້າພາບ ວຽງຈັນ ເອັບທີ, ພົມມະທັດ ເອັບຊີ, ມັດສະດ້າ ລາວ ຈີບີ ເອັບຊີ, FHL ເອັບຊີ, KMT ເອັບຊີ, Speed ເອັບຊີ, ເອັບຊີ ຕາລັນຕ້າ ແລະ ສະຖາບັນສຶກສາ ບຸນເກີດ.
ຜ່ານການແຂ່ງຂັນ ຄູ່ຊີງຊະນະເລີດ ຜົນປະກົດວ່າ: ສະໂມສອນ ວຽງຈັນ ເອັບທີ ສາມາດຍິງຈຸດໂທດໄດ້ຄົມກວ່າເປັນຝ່າຍເອົາຊະນະ ສະໂມສອນ ມັດສະດ້າ ລາວ ຈີບີ ເອັບຊີ 3-1 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນ ສະໂມສອນ ມັດສະດ້າ ໄດ້ພຽງອັນດັບທີ 2 ສ່ວນອັນດັບທີ 3 ເປັນຂອງສະໂມສອນ ພົມມະທັດ ແລະ ອັນດັບທີ 4 ສະໂມສອນ ເຄເອັມທີ ເອັບຊີ ຂະນະທີ່ລາງວັນນັກກິລາດີເດັ່ນຊົງຄຸນຄ່າ ຫຼື MVP ເປັນຂອງ ທ້າວ ພູຜາ ຈັນທະວົງ ກອງໜ້າ ສະໂມສອນ ວຽງຈັນ ເອັບທີ ແລະ ລາງວັນດາວຊັນໂວແມ່ນ ທ້າວ ນັດທະພົນ ຈາກສະໂມສອນ ເຄເອັມທີ ຍິງຄົນດຽວ 7 ປະຕູ.

ຂ່າວໂດຍ: ສົງການ ພັນແພງດີ