ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ
17/01/2024

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ປະກາດປັບປຸງກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ ກໍຄື ສະຫະພັນກິລາບານເຕະຄົນພິການຕາແຫ່ງຊາດລາວ ໂດຍແມ່ນທ່ານ ບຸນມີ ຫຼ່ຽມໄຊຍະຈັກ ເປັນປະທານ, ສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດ ທ່ານ ຄອນພະຈັນ ໄຊຍະສຸກ ເປັນປະທານ, ສະຫະພັນກິລາໂກນບານຄົນພິການແຫ່ງຊາດລາວ ທ່ານ ດຣ ທອງເພັດ ສິດທິວັນ ເປັນປະທານ, ສະຫະພັນກິລາບັອດເຊຍຄົນພິການແຫ່ງຊາດລາວ, ທ່ານ ອານຸຄິດ ແກ່ນວັນຄຳ ເປັນປະທານ ແລະ ສະຫະພັນກິລາຟັນດາບຄົນພິການແຫ່ງຊາດລາວ ທ່ານ ພອນ ພົມມະຈັນ ເປັນປະທານ.
ພິທີປະກາດກົງຈັກການຈັດຕັ້ງ 5 ສະຫະພັນກິລາຄົນພິການແຫ່ງຊາດລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນ ເມື່ອວັນທີ 16 ມັງກອນ 2024 ທີ່ຫ້ອງການກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບຂໍ້ຕົກລົງວ່າດ້ວຍການຮອງຮັບເອົາກົງຈັກການຈັດຕັ້ງ 5 ສະຫະພັນກິລາດັ່ງກ່າວຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ, ມີທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ບັນດາຄະນະບໍລິຫານງານ 5 ສະຫະພັນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກ່າວວ່າ: ກໍໄດ້ເນັ້ນໃຫ້ບັນດາທ່ານໃນຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນ 5 ປີ ຕໍ່ໜ້າ ແລະ ສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ, ບັນຫາຕ່າງໆ ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດ 9 ຄາດໝາຍ ແລະ 9 ວຽກຈຸດສຸມ ທີ່ໄດ້ກຳນົດ ໄວ້ໃນ ແຜນພັດທະນາກິລາຄົນພິການ ຂອງຄະນະກໍາມະການພາຣາແລມປິກແຫ່ງຊາດລາວ 4 ປີ (2022-2025); ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຄົ້ນຄ້ວາການແຕ່ງຕັ້ງ, ຊັບຊ້ອນບຸກຄະລາກອນ ເຂົ້າຮັບຜິດຊອບໜ້າວຽກອັນລະອຽດ, ຢູ່ໃນໜ້າວຽກຕ່າງໆ ໃຫ້ສອດຄ່ອງ ແລະ ເໝາະສົມຕາມທຳມະນູນຄະນະກຳມະການພາຣາແລມປິກແຫ່ງຊາດລາວ ສະບັບລົງວັນທີ 9 ກຸມພາ 2018 ແລະ ກົດລະບຽບ ຂອງ ສະຫະພັນກິລາຄົນພິການແຫ່ງຊາດລາວ ໃຫ້ຖືກຕ້ອງຕາມລະບຽບ ຫຼັກການ, ໃຫ້ແທດເໝາະກັບໜ້າວຽກຕົວຈິງ ຢ່າງຖືກຕ້ອງ; ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຄົ້ນຄວ້າ, ປຶກສາ ຫາລືໃນການກຳນົດແຜນການໃນການກໍ່ສ້າງຍົກລະດັບ ພັດທະນາຜູ້ບໍລິຫານ, ວິຊາການ, ແພດສະເພາະດ້ານ, ກຳມະການຕັດສິນ, ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ ຢູ່ພາຍໃນປະເທດ ແລະ ລະດັບສາກົນ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບແຜນການ, ແຜນງານ, ແຜນງົບປະມານຕົວຈິງ ໄດ້ວາງໄວ້ຢ່າງຖືກຕ້ອງ; ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ ຈັດຕັ້ັງປະຕິບັດ ແຜນຈຸດສຸມ ຄາດໝາຍ ເປັນຕົ້ນ: ລົງໂຄສະນາເຜີຍແຜ່ວຽກງານກິລາ-ກາຍຍະກຳຄົນພິການ, ສ້າງໜ່ວຍກິລາຂັ້ນບ້ານ, ສະໂມສອນກິລາຂັ້ນເມືອງ, ນະຄອນ, ແຂວງ, ນະຄອນຫຼວງ, ຈັດກອງປະຊຸມປະຈໍາປີ ເພື່ອຖອດຖອນບົດຮຽນ, ເລັ່ງໃສ່ ຝຶກອົບຮົມຍົກລະດັບ ກໍາມະການຕັດສິນ, ຄູຝຶກ ແລະ ນັກກິລາ ໃຫ້ມີຄຸນນະພາບ, ມີລະບຽບວິໄນ, ມີຄວາມເຂັ້ມແຂງ, ຮັບໃຊ້ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ແລະ ກໍມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ ຕໍ່ການຈັດການແຂ່ງຂັນກິລາຄົນພິການປະຈໍາປີ, ຈັດງານແຂ່ງຂັນກິລາຄົນພິການ ເພື່ອສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ-ວັນຄົນພິການສາກົນ ແລະ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ, ເຂົ້າຮ່ວມງານແຂ່ງຂັນກິລາຄົນພິການແຫ່ງຊາດ ແລະ ເຂົ້າຮ່ວມງານແຂ່ງຂັນຄັດເລືອກ (Qualification) ຢັ້ງຢືນສະຖິຕິ ໃນລະດັບຊາດ ແລະ ລະດັບພາກພື້ນ (APSF, APC) ແລະ ລະດັບສາກົນ (IPC) ແລະ ພິເສດ ໃຫ້ເອົາໃຈໃສ່ ຄັດເລືອກເອົານັກກິລາທີ່ດີເດັ່ນ ຕິດທີມຊາດ ເຂົ້າມາ ຝຶກແອບ-ຝຶກຊ້ອມຢ່າງເປັນປະຈໍາ ເພື່ອກະກຽມເຂົ້າຮ່ວມງານແຂ່ງຂັນກິລາ Asean Para Game, ກິລາ Asian Para Games, ກິລາ Paralympic Games ໃຫ້ ສາມາດຍາດໄດ້ຫຼຽນຄໍາ.
ສຳລັບການປັບປຸງກກົງຈັກການຈັດຕັ້ງ 5 ສະຫະພັນກິລາດັ່ງກ່າວ ໂດຍສະເພາະການແຕ່ງຕັ້ງສະຫະພັນກິລາບານເຕະຄົນພິການຕາແຫ່ງຊາດລາວ ທ່ານ ບຸນຕາ ເທບພະວົງ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແລະ ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເຊດຖາ ເປັນຄະນະປະທານທີ່ປຶກສາສ່ວນທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ເປັນປະທານ ແລະ ທ່ານ ບຸນມີ ໄຊຍະວົງ ແລະ ທ່ານ ຄອນສະຫວັນ ສິດທິໄທ ເປັນຮອງປະທານ ສ່ວນສະຫະພັນກິລາຍົກນໍ້າໜັກຄົນພິການແຫ່ງຊາດ ທ່ານ ຄອນພະຈັນ ໄຊຍະສຸກ ເປັນປະທານ ແລະ ທ່ານ ຮສ.ປອ ຄຳພຸດ ພິມມະສອນ ເປັນຮອງປະທານ-ເລຂາທິການ, ສະຫະພັນກິລາໂກນບານຄົນພິການແຫ່ງຊາດລາວ ທ່ານ ດຣ ທອງເພັດ ສິດທິວັນ ເປັນປະທານ ແລະ ທ່ານ ນາງ ກອງແກ້ວ ຕຸນາລົມ ເປັນຮອງປະທານ, ສະຫະພັນກິລາບອັດເຊຍຄົນພິການແຫ່ງຊາດລາວ ທ່ານ ອານຸຄິດ ແກ່ນວັນຄຳ ເປັນປະທານ ສ່ວນ ທ່ານ ໂກດະ ຟູໄມກິ, ທ່ານ ພູໄຊ ເທບພະວົງ, ທ່ານ ນາງ ໄຕຄຳ ຄຽມວິໄຊ ແລະ ທ່ານ ນິດຕະກອນ ສີປະເສີດ ເປັນຮອງປະທານ ແລະ ສະຫະພັນກິລາຟັນດາບຄົນພິການແຫ່ງຊາດລາວ ທ່ານ ພອນ ພົມມະຈັນ ເປັນປະທານ ສ່ວນທ່ານ ມົງຄຳຜິວ ບຸນໂຮມພອນ ເປັນຮອງປະທານ. ນອກຈາກນັ້ນ, ໃນຄະນະບໍລິຫານງານ ແຕ່ລະສະຫະພັນ ກໍຍັງມີການແຕ່ງຕັ້ງ ບັນດາເລຂາ ແລະ ບັນດາຮອງເລຂາ ຕະຫຼອດຮອດຄະນະກຳມະການອີກຈຳນວນໜຶ່ງອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
