ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ
18/01/2024

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງປະເພດຄູ່ຍິງ-ຄູ່ຊາຍ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນຕອນແລງວັນທີ 17 ມັງກອນ 2024 ທີ່ເດີ່ນເປຕັງຮ້ານກິນດື່ມແຟນໃໝ່ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ ແລະ ທ່ານ ສົມພອນ ສຸວັນນະກາສີ ຄະນະສະຫະພັນກິລາເປຕັງແຂວງຫຼວງນ້ຳທາ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການຕັດສິນ, ຄູຝຶກ, ນັກກິລາ ຕະຫຼອດຮອດກອງເຊຍແຕ່ລະພາກສ່ວນຢ່າງພ້ອມພຽງ.
ໃນພິທີ, ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງກິລາ-ກາຍະກຳ ແລະ ສິລະປະສຶກສາ ສກຂ ຫຼວງນ້ຳທາ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ລາຍງານໃຫ້ຮູ້ວ່າ: ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງມີທີມກິລາເປຕັງ ເຂົ້າຮ່ວມທັງໝົດ 59 ທີມ, ຍິງ 22 ທີມ, ມີຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 250 ກວ່າຄົນ.
ຜ່ານການແຂ່ງຂັນເປັນເວລາ 2 ວັນ ລະຫວ່າງວັນທີ 16-17 ມັງກອນ 2024 ຜົນປະກົດວ່າ: ປະເພດຄູ່ຊາຍ ຊະນະເລີດ ທີມບໍລິສັດທ່ອງທ່ຽວຢວນເຜິງ ໄດ້ຮັບຂັນເງິນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 2 ລ້ານກີບ, ຮອງຊະນະເລີດ ທີມ ຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນ້ຳທາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 1,5 ລ້ານກີບ ແລະ ອັນດັບທີ 3 ຮ່ວມ ທີມ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ທີມຮ້ານຂາຍລົດໂຟຕອນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 1 ລ້ານກີບ. ຂະນະທີ່ປະເພດຄູ່ຍິງ ຊະນະເລີດ ທີມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຂັນເງິນ 1 ໜ່ວຍ, ຫຼຽນຄຳ ພ້ອມເງິນສົດ 2 ລ້ານກີບ, ຮອງຊະນະເລີດ ທີມຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນ້ຳທາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 1,5 ລ້ານກີບ ແລະ ອັນດັບທີ 3 ຮ່ວມ ທີມພະແນກແຜນການ ແລະ ການລົງທຶນແຂວງ ແລະ ທີມພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຮັບຫຼຽນທອງ ພ້ອມເງິນສົດ 1 ລ້ານກີບ.
ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ (ສກຂ ຫຼວງນ້ຳທາ)
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
