Skip to main content

ເອັດແອວ ຄອງແຊ໋ມເຕະບານຊາຍຊີງຂັນເຈົ້າແຂວງອຸດົມໄຊ 2024 ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

18/01/2024

ທີມສູນຝຶກ ເອັດແອວ ອາຄາເດມີ ເມືອງໄຊ ສາມາດເອົາຊະນະ ທີມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຫຼື ປກສ ແຂວງ ໄປໄດ້ 2-0 ປະຕູ ໃນໄລຍະຕໍ່ເວລາພິເສດ ຫຼັງໃນເວລາປົກກະຕິທັງສອງທີມບໍ່ສາມາດຍິງປະຕູຕັດສິນກັນໄດ້ສະເໝີ 0-0 ຄວ້າຂັນທ່ານເຈົ້າແຂວງອຸດົມໄຊ ປະຈຳປີ 2024 ໄປຄອງຢ່າງສົມສັກສີ ພ້ອມເງິນລາງວັນ ຈຳນວນ 10 ລ້ານກີບ ແລະ ປີ້ເຂົ້າຊົມຄອນເສີດ ຈຳນວນ 10 ບັດ ລວມມູນຄ່າ 5 ແສນກີບ.


ພິທີປິດການແຂ່ງຂັນກິລາເຕະບານຊາຍ ຊີງຂັນທ່ານເຈົ້າແຂວງອຸດົມໄຊ ປະຈໍາປີ 2024 ໂດຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ວັນບຸນປະເພນີບັນດາເຜົ່າ ແລະ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 16 ມັງກອນ 2024 ທີ່ສະໜາມກິລາແຂວງ ໂດຍການເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ແລະ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີຄະນະສະຫະພັນກິລາບານເຕະແຂວງ, ຂະແໜງການກ່ຽວຂ້ອງ ຕະຫຼອດຮອດມວນຊົນຊາວແຂວງອຸດົມໄຊຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ.

ການແຂ່ງຂັນກິລາເຕະບານຄັ້ງນີ້ ແມ່ນຈັດຂຶ້ນລະຫວ່າງວັນທີ 2-16 ມັງກອນ 2024 ຊຶ່ງມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 20 ທີມ ໂດຍແບ່ງອອກເປັນ 4 ກຸ່ມ. ຜ່ານການແຂ່ງຂັນເຂົ້າຮອບຊີງຊະນະເລີດ ລະຫວ່າງ ທີມ ປກສ ແຂວງ ພົບກັບ ທີມສູນຝຶກ ເອັດແອວ (SL) ອາຄາເດມີ ເມືອງໄຊ ຜົນປະກົດວ່າ ທັງສອງຝ່າຍສູ້ກັນໄດ້ຢ່າງສູສີ ເຮັດໃຫ້ຈົບ 90 ນາທີ ຍັງສະເໝີກັນຢູ່ 0-0 ຕ້ອງໄດ້ຕໍ່ເວລາພິເສດອອກໄປອີກ 30 ນາທີ ເພື່ອຫາທີມຊະນະເລີດ. ຜ່ານການແຂ່ງຂັນໃນໄລຍະຕໍ່ເວລາພິເສດຜົນປະກົດວ່າເປັນຝ່າຍທີມເອັດແອວທີ່ຫຼິ້ນໄດ້ດີກວ່າ ເອົາຊະນະ ໄປໄດ້ 2-0 ປະຕູ ຄວ້າຂັນທ່ານເຈົ້າແຂວງອຸດົມໄຊ ໄປຄອງຢ່າງສົມສັກສີ ພ້ອມເງິນສົດ ຈຳນວນ 10 ລ້ານກີບ ແລະ ປີ້ເຂົ້າຊົມຄອນເສີດ ຈຳນວນ 10 ບັດ ລວມມູນຄ່າ 5 ແສນກີບ, ອັນດັບທີ 2 ທີມ ປກສ ແຂວງ ໄດ້ຮັບເງິນສົດ 6 ລ້ານກີບ ພ້ອມປີ້ເຂົ້າຊົມຄອນເສີດ ຈຳນວນ 10 ບັດ ແລະ ອັນດັບທີ 3 ຮ່ວມ ທີມກອງບັນຊາການທະຫານແຂວງ ແລະ ທີມທະນາຄານ ແລະ ສະຖາບັນການເງິນ ໄດ້ຮັບເງິນສົດ ທີມລະ 3 ລ້ານກີບ ພ້ອມປີ້ເຂົ້າຊົມຄອນເສີດ ທີມລະ 5 ປີ້.

ຂ່າວ: ຄານມະນີ ຮຽນດໍຈັນ