ເປີດສາກແລ້ວ ການແຂ່ງຂັນມວຍລາວ ຊີງແຊ໋ມສາຍແອວກຽດຕິຄຸນທ່ານນາຍົກ ເຟັ້ນຫານັກກິລາດາວເດັ່ນລະດັບຊາດໜຶ່ງດຽວ
23/01/2024

ເປີດສາກລະເບີດຄວາມມັນຢ່າງເປັນທາງການແລ້ວ ການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ຊີງແຊ໋ມສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ໃນຕໍ່ໜ້າ ແລະຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024. ຂະນະທີ່ ນ້ອງໂອ ວິທະຍາຄານ ວສປ ແລະ ລຳນ້ຳຂອງ ຂວັນໃຈສີໂຄດ ຜ່ານຮອບທຳອິດແບບບໍ່ມີບັນຫາ ໃນຮຸ່ນ 65 ກິໂລ.
ການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນຄັ້ງນີ້ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 20 ມັງກອນ 2024 ທີ່ເວທີມວຍຊົ່ວຄາວເດີ່ນສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຊົມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເອກະພັນ ພະພິທັກ ປະທານສະຫະພັນມວຍລາວແຫ່ງຊາດ ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ທັງເປັນຮອງປະທານສະຫະພັນມວຍລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາມວຍລາວແຫ່ງຊາດ, ແຂກຖືກເຊີນ, ບັນດານັກທຸລະກິດ ຕະຫຼອດຮອດແຟນມວຍລາວພັນແທ້ທົ່ວນະຄອນຫຼວງວຽງຈັນ ຮ່ວມຊົມແບບເຊິ່ງໜ້າ ກໍຄືແຟນມວຍລາວທົ່ວປະເທດ ຮ່ວມຊົມຜ່ານທາງອອນລາຍ.
ການແຂ່ງຂັນມວຍລາວໃນຄັ້ງນີ້ ແມ່ນເປັນການແຂ່ງຂັນຮອບທຳອິດ ຫຼັງຈາກນັ້ນຈະຄັດເລືອກຜູ້ຊະນະເລີດພຽງໜຶ່ງດຽວໃນ 3 ຮຸ່ນ ຄື: ຮຸ່ນ 51 ກິໂລ, 57 ກິໂລ ແລະ 65 ກິໂລ ເພື່ອຄວ້າສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໃນມື້ນີ້ມີການຂຶ້ນສັງວຽນຟາດຄາງກັນທັງໝົດ 14 ຄູ່ ໃນນີ້ເປັນມວຍຮອບ 10 ຄູ່ ແລະ ມວຍປະກອບລາຍການ 4 ຄູ່. ຜ່ານການແຂ່ງຂັນຜົນປະກົດວ່າ ຄູ່ທໍາອິດ ຮຸ່ນ 57 ກິໂລ ທົ່ວໄປຊາຍ ສວງ ຊຽນສານຝັນ ຊະນະ ຄຸນເພັດ ສສ ໂວວີນາມ, ຮຸ່ນ 50 ກິໂລ ທົ່ວໄປຊາຍ ນາລຸໂຕະ ມວຍລາວລ້ານຊ້າງ ເສຍໃຫ້ ໜຶ່ງພະຍັກ ປະກາຍທອງຢີມ, ຮຸ່ນ 46 ກິໂລ ທົ່ວໄປຊາຍ ເພັດຕາວັນ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ຊະນະ ສືບທອດ ແດນຈຳປາ, ຮຸ່ນ 51 ກິໂລ ມວຍຮອບ ມັງກອນຂາວ ເສ້ຍປ໋ອງ ສວນຢາງພາລາຫຼັກ 19 ຊະນະ ຄອມພິວເຕີ ສິດຊຽນນິຍົມ, ຮຸ່ນ 51 ກິໂລ ມວຍຮອບ ນ້ອງເບຍ ຂຸນວັງຫຼວງ ຊະນະ ຄາວີ ສິດຄູອ໋ອດ ເມືອງໂພນທອງ, ຮຸ່ນ 51 ກິໂລ ມວຍຮອບ ຫຼ່ຽມເພັດເຫຼັກ ຊີເອັດຊີ ຊະນະ ອາຊັນ ສູນຝຶກກິລາວູຊູແຫ່ງຊາດ, ຮຸ່ນ 51 ກິໂລ ມວຍຮອບ ຄຳພີ ແຂວງສາລະວັນ ເສຍໃຫ້ ຍອດສາລະວັນ ສິດຂຸນຊ້າງ, ຮຸ່ນ 65 ກິໂລ ມວຍວີໄອພີ ຫັດສະໄນ ຊີເອັດຊີ ເສຍໃຫ້ ໂຈພັນລ້ານ ເອໄອດີຊີ, ຮຸ່ນ 57 ກິໂລ ມວຍຮອບ ເພັດຈຳປາ ສະໂລຄອບຟີ ສ.ເຊກອງ ເສຍຟາວໃຫ້ ໃຈເພັດ ຊີເອັດຊີ (ເພັດຈຳປາ ນ້ຳໜັກເກີນ), ຮຸ່ນ 57 ກິໂລ ມວຍຮອບ ເທບຫຼວງ ສິດພຣະອາຈານດາວ ຊະນະ ສິນໄຊ ສອນທອງຄຳ, ຮຸ່ນ 57 ກິໂລ ມວຍຮອບ ກ້ອງໂພໄຊ ເອໄອດີຊີ (ປະກາຍທອງຢີມ) ຊະນະ ແສນເກັ່ງ ຄ້າຍມວຍ ຈໍ 11, ຮຸ່ນ 57 ກິໂລ ມວຍຮອບ ເພັດນຸສອນ ສະຖາບັນກິລາ-ກາຍະກຳ ເສຍໃຫ້ ເພັດພັນແທ້ ລູກບ້ານດຸງ, ຮຸ່ນ 65 ກິໂລ ມວຍຮອບ ລຳນ້ຳຂອງ ເຈດີບີ ສິດຄ້ຳຄູນ ຊະນະ ບຸນພິຊິດ ຂວັນໃຈສີໂຄດ ແລະ ຮຸ່ນ 65 ກິໂລ ມວຍຮອບ ນ້ອງໂອ ວິທະຍາຄານ ວສປ (ເສ້ຍຕ້າ ຂຸນວັງຫຼວງ) ຊະນະ ບຸນຈັນ ຄ້າຍມວຍລາວ-ຈີນ ແຂວງບໍ່ແກ້ວ.
ການແຂ່ງຂັນມວຍລາວລະດັບຊາດຄັ້ງນີ້ ກໍເພື່ອເປັນການຊອກຫານັກກິລາດາວເດັ່ນໜຶ່ງດຽວຂອງສປປ ລາວ ໃນຮຸ່ນນ້ຳໜັກ 51 ກິໂລ, ຮຸ່ນ 57 ກິໂລ ແລະ ຮຸ່ນ 65 ກິໂລ ແນໃສ່ເປັນການຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ເກັ່ງໆລະດັບຕົ້ນໆຂອງປະເທດ ເພື່ອຕິດທີມຊາດ ກຽມສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນກຽມຄວາມພ້ອມໃຫ້ແກ່ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນປີ 2025. ຄຽງຄູ່ກັນນີ້ ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະ ສະເຫຼີມສະຫຼອງການເປີດປີທ່ອງທ່ຽວລາວ ປີ 2024 ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ສ່ວນປະເພດເງິນລາງວັນ ຮຸ່ນນ້ຳໜັກ 57 ກິໂລ ແລະ ຮຸ່ນ 65 ກິໂລ ຊະນະເລີດ ໄດ້ຮັບສາຍແອວກຽດຕິຄຸນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມເງິນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 50 ລ້ານກີບ. ສ່ວນຮຸ່ນນ້ຳໜັກ 51 ກິໂລ ໄດ້ຮັບສາຍແອວ ພ້ອມເງິນລາງວັນ 60 ລ້ານກີບ ແລະ ຮອງຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
