Skip to main content

ແລ່ນ-ລານຄົນພິການລາວ ຮ່ວມກັບ ສະມາຄົມມັງກອນທອງ ມອບເຄື່ອງ-ອຸປະກອນກິລາຫຼາຍລາຍການ ໃຫ້ທະຫານແຂວງອຸດົມໄຊ

25/01/2024

ສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດ ແລະ ຈິດອາສາສະມາຄົມມັງກອນທອງ ມອບອຸປະກອບກິລາ ແລະ ເຄື່ອງກິລາ ຫຼາຍລາຍການ ລວມມູນຄ່າ 25 ລ້ານກີບ ໃຫ້ກອງພົນທະຫານລາບ ທີ 3 ກອງບັນຊາການທະຫານແຂວງອຸດົມໄຊ ເພື່ອນຳໄປໃຊ້ໃນການເຄື່ອນໄຫວພັດທະນາວຽກງານກິລາ ກໍຄື ນັກກິລາພາຍໃນກົມກອງ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຄຸນນະພາບ ເພື່ອກຽມຄວາມພ້ອມສົ່ງນັກກິລາເຂົ້າຮ່ວມແຂ່ງຂັນພາຍໃນແຂວງ, ລະດັບກະຊວງ ແລະ ລະດັບຊາດ ໃນຕໍ່ໜ້າ.
ພິທີມອບເຄື່ອງກິລາດັ່ງກ່າວ ຈັດຂຶ້ນ ໃນວັນທີ 24 ມັງກອນ 2024 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ເປັນການກ່າວມອບໂດຍ ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກິລາແລ່ນ-ລານຄົນພິການແຫ່ງຊາດລາວ ທັງເປັນປະທານຈິດອາສາສະມາຄົມມັງກອນທອງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ມີບັນດາສະມາຊິກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນໂອກາດດັ່ງກ່າວ, ທ່ານ ວັດທະນາໄຊ ລາດສະວົງສິງ ກໍໄດ້ລາຍງານການເຄື່ອນໄຫວການປະກອບສ່ວນຊ່ວຍເຫຼືອສັງຄົມລາວ ໃຫ້ທ່ານລັດຖະມົນຕີ ສສກ ຮັບຮູ້ວ່າ: ຕະຫຼອດໄລຍະຫຼາຍປີຜ່ານມາ ສະຫະພັນກິລາແລ່ນ-ລານຄົນພີການແຫ່ງຊາດ ແລະ ຈິດອາສາສະມາຄົມມັງກອນທອງ ໄດ້ຮ່ວມກັນເອົາໃຈໃສ່ຕໍ່ການປຸກລະດົມຂົນຂວາຍທັງງົບປະມານ ແລະ ວັດຖຸປັດໄຈ ນຳບັນດາພາກສ່ວນທຸລະກິດ ໂດຍສະເພາະແມ່ນບັນດາສະມາຊິກພາຍໃນອົງກອນ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ ກໍຄື ນັກຮຽນ-ນັກສຶກສາ ຢູ່ເຂດທ້ອງຖິ່ນພາຍໃນຂອບເຂດທົ່ວປະເທດ ຢ່າງຫຼວງຫຼາຍ ໂດຍສະເພາະເຂດພາກເໜືອ ກໍໄດ້ມອບອຸປະກອນການສຶກສາ ແລະ ກິລາ ຕະຫຼອດຮອດການເກັບກຳຂໍ້ມູນການປຸກສ້າງຫໍພັກຄູ-ອາຈານ ແລະ ນັກຮຽນ, ການປັບປຸງການກໍ່ສ້າງອາຄານຮຽນຕ່າງໆ ແລະ ລວມເຖິງໂຄງການ “ຮ່ວມໃຈຊ່ວຍເຫຼືອ ຕ້ານໄພໜາວ ແລະ ປີນີ້ ກໍຈະສືບຕໍ່ຄົ້ນຄວ້າເງື່ອນໄຂຕ່າງໆ ໄປຕາມແຜນການທີ່ໄດ້ວາງໄວ້ ພ້ອມກັນຈັດຕັ້ງໃຫ້ປະກົດຜົນເປັນຈິງ.
ສຳລັບເຄື່ອງທີ່ນຳມອບໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ໃນຄັ້ງນີ້ ເພື່ອຈະນຳໄປມອບຕໍ່ໃຫ້ແກ່ກອງພົນທະຫານລາບ ທີ 3 ທີ່ແຂວງອຸດົມໄຊ ໃນເດືອນກຸມພານີ້ ເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ, ໃນນັ້ນ ປະກອບມີ ບານເຕະ, ບານສົ່ງ ແລະ ກະຕໍ້ ຢ່າງລະ 20 ໜ່ວຍ, ເຄື່ອງກິລາ 50 ຊຸດ, ຕາໜ່າງບານສົ່ງ ແລະ ກະຕໍ້ ປະເພດລະ 5 ດ່າງ ລວມມູນຄ່າທັງໝົດ 25 ລ້ານກວ່າກີບ.

ຂ່າວໂດຍ ສົງການ ພັນແພງດີ