Skip to main content

ບໍລິຄໍາໄຊ ເປີດງານກິລາ-ສິລະປະນັກຮຽນ ທົ່ວແຂວງ ຄັ້ງທີ VI ເລືອກເຟັ້ນນັກກິລາດີເດັ່ນ

29/01/2024

ງານມະຫະກໍາກິລາ ແລະ ສິລະປະນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄຳໄຊ ຄັ້ງທີ VI ຢູ່ເມືອງວຽງທອງ ເປັນເຈົ້າພາບ ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 26 ມັງກອນ 2024 ທີ່ເດີ່ນຫ້ອງວ່າການເມືອງວຽງທອງ ພາຍໃຕ້ການການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ຄຳແພນ ວີລື້ທຳ ເຈົ້າເມືອງວຽງທອງ, ມີແຂກຖືກເຊີນ ພ້ອມດ້ວຍຄະນະກຳມະການຮັບຜິດຊອບກິລາ-ສິລະປະ ແລະ ນັກກິລາ-ສິລະປະ 7 ເມືອງພາຍໃນແຂວງ ເຂົ້າຮ່ວມ.


ງານມະຫະກໍາກິລາ – ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງ ຖືກຈັດຂຶ້ນຄັ້ງທີ I ໃນປີ 2012 ທີ່ເມືອງປາກຊັນ ເປັນເຈົ້າພາບ ມີ 7 ປະເພດກິລາ 19 ລາຍການແຂ່ງຂັນ, ຄັ້ງທີ II ເມືອງບໍລິຄັນ ເປັນເຈົ້າພາບຈັດຂຶ້ນໃນປີ 2014 ມີ 9 ປະເພດກິລາ, ຄັ້ງທີ III ຈັດຂຶ້ນຢູ່ເມືອງທ່າພະບາດ ໃນປີ 20216 ມີ 9 ປະເພດກິລາ 72 ລາຍການ, ຄັ້ງທີ IV ຈັດຂຶ້ນຢູ່ ເມືອງຄໍາເກີດເປັນເຈົ້າພາບ ປະກອບມີ 6 ປະເພດກິລາ ມີ 33 ລາຍການ ສໍາລັບສິລະປະ ມີ 2 ລາຍການຟ້ອນລວມໝູ່ ແລະ ດົນຕີພື້ນເມືອງ, ຄັ້ງທີ V ເມືອງປາກກະດິງ ເປັນເຈົ້າພາບ ປີ 2022 ມີ 6 ປະເພດກິລາ ຊຶ່ງມີການຊີງໄຊທັງໝົດ 36 ຫຼຽນຄໍາ ແລະ ຄັ້ງທີ VI ຢູ່ເມືອງວຽງທອງ ເປັນເຈົ້າພາບ ໃນປີ 2024 ນີ້ມີ 7 ປະເພດກິລາແຂ່ງຂັນ 52 ລາຍການ ແລະ 1 ລາຍການແຂ່ງຟ້ອນສິລະປະ.

ໃນພິທີໄດ້ຮັບຊົມການເດີນສວນສະໜາມຂອງກ້ອນກຳລັງເຍົາວະຊົນ-ຊາວໜຸ່ມ, ປ້າຍຄຳຂວັນ, ກ້ອນກຳລັງນັກກິລາ 7 ເມືອງພາຍໃນແຂວງບໍລິຄຳໄຊ ແລະ ກ້ອນກຳລັງຂອງຄູອາຈານ ຫຼັງຈາກນັ້ນປະທານຈັດງານກໍໄດ້ເປັນກຽດກ່າວເປີດງານ ພ້ອມທັງຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫະກຳກິລາ-ສິລະປະ ນັກຮຽນມັດທະຍົມສຶກສາທົ່ວແຂວງບໍລິຄຳໄຊ ຄັ້ງທີ VI ຢ່າງເປັນທາງການ.

ພາບ-ຂ່າວ: ສີສຸພັນ ສີສົມພອນ ( ສກຂ )