ບໍລິສັດ ວຽງຈັນ ວິສະວະກຳໄຟຟ້າ ມອບອຸປະກອນກິລາ ໃຫ້ກະຊວງສຶກສາທິການ ແລະ ກິລາ
06/02/2024

ບໍລິສັດວຽງຈັນ ວິສະວະກຳໄຟຟ້າ ມອບອຸປະກອນກິລາ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອປະກອບສ່ວນຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນບັນດາໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດໄດ້ນຳໃຊ້.
ໃນວັນທີ 31 ມັງກອນ 2024 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີມອບອຸປະກອນກິລາ ໂດຍເປັນກຽດມອບຂອງ ທ່ານ ບຸນແຖວ ພົມມະໄຊສີ ປະທານກຸ່ມບໍລິສັດ ວຽງຈັນ ວິສະວະກຳໄຟຟ້າ ແລະ ຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີພະນັກງານ ແລະ ຕາງໜ້າຜູ້ຮັບຜິດຊອບວຽກງານເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບອຸປະກອນກິລາທີ່ນໍາມາມອບນັ້ນແມ່ນເປັນປະເພດບານເຕະ ຈໍານວນ 100 ໜ່ວຍ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະແມ່ນບັນດາໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດໄດ້ນຳໃຊ້.
ໂອກາດນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍສະແດງຄວາມດີໃຈ ແລະ ຂອບໃຈຢ່າງຍິ່ງທີ່ທາງບໍລິສັດດັ່ງກ່າວ ມີນຳໃຈນຳເອົາອຸປະກອນກິລາໂດຍສະເພາະແມ່ນບານເຕະ, ເພື່ອນຳໄປມອບໃຫ້ບັນດາໂຮງຮຽນຕ່າງໆ ທີ່ຢູ່ເຂດຫ່າງໄກໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນບັນດານ້ອງໆນັກຮຽນຈະໄດ້ຫັນມາຫຼິ້ນກິລາມີສຸຂະພາບແຂງແຮງ ແລະ ຫ່າງໄກຈາກຢາເສບຕິດ.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


