Skip to main content

ເອັບຊີ ຈັນທະບູລີ ຊະນະ ເຈົ້າພາບ ເຄເອັມທີ 1-0 ຄອງແຊ໋ມ ເຕະບານ ຢູ-16 ເຄເອັມທີ ຄັບ 2024

06/02/2024

ເອັບຊີ ຈັນທະບູລີ ຍິງປະຕູໄຊ ຊະນະ ເຈົ້າພາບ ເຄເອັມທີ ເອັບຊີ ທ້າຍເກມ ໄປແບບສຸດມ່ວນ 1-0 ປະຕູ ໃນນັດຊີງຊະນະເລີດ ຄອງແຊ໋ມການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2024 ຫຼື ຢູ-16 ລາຍການ ເຄເອັມທີ ທົວນາເມັນ ຄັບ 2024 (KMT TOURNAMENT U16 CUP 2024) ໄປຄອງ ສ່ວນ ເຄເອັມທີ ໄດ້ພຽງອັນດັບທີ 2 ແລະ ອັນດັບທີ 3 ເປັນຂອງ ທີມນ້ອງໃໝ່ ຂຸນຊ້າງມີໄຊ.


ການແຂ່ງຂັນເຕະບານເຍົາວະຊົນ 7 ຄົນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈຳປີ 2024 ຈັດຂຶ້ນ ລະຫວ່າງວັນທີ 3-4 ກຸມພາ ຜ່ານມາ ທີ່ສະໜາມກິລາບານເຕະຫຍ້າທຽມ ເຄເອັມທີ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ຄອນສະຫວັນ ສິດທິດໄທ ຮອງປະທານ-ເລຂາທິການສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ນາງ ບົວເງິນ ກໍ່າກາຊົມພູ ຮອງປະທານສະໂມສອນ ເຄເອັມທີ ເອັບທີ ແລະ ທ່ານ ນາງ ໂມນີ້ ກໍ່າກາຊົມພູ ຜູ້ຈັດການທີມສະໂມສອນ ເຄເອັມທີ ເອັບທີ ມີບັນດາຄະນະນຳແຕ່ລະສະໂມສອນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອເປັນການສ້າງໂອກາດໃຫ້ນັກກິລາເຍົາວະຊົນແຕ່ລະສະໂມສອນໄດ້ມີການເຄື່ອນໄຫວ ເພື່ອພັດທະນາຕົນເອງກ້າວສູ່ລະດັບຊາດ ກໍຄື ທີມຊາດໃນອະນາຄົດ. ພ້ອມກັນນັ້ນ, ກໍຍັງເປັນການສ້າງໂອກາດໃຫ້ນັກກິລາໃຊ້ເວລາຫວ່າງເປັນປະໂຫຍດຫ່າງໄກບັນຫາຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ລາຍການນີ້ ມີ 11 ທີມ ຈາກ 9 ສະໂມສອນເຂົ້າຮ່ວມຊີງໄຊ ຊຶ່ງໄດ້ຈັດແບ່ງອອກເປັນ 4 ກຸ່ມ ກໍຄື ກຸ່ມ ເອ ປະກອບມີ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ, ຂຸນຊ້າງ ເອັບຊີ ແລະ ເຄພີເອັດ ທີມ ເອ; ກຸ່ມ ບີ ເຄພີເອັດ ທີມ ບີ, ເອັບຊີ ຈັນທະບູລີ ແລະ ເຈົ້າພາບ ເຄເອັມທີ ທີມ ບີ; ກຸ່ມ ຊີ ເຈົ້າພາບ ເຄເອັມທີ ທີມ ເອ, ຢູໂຣ ເອັບຊີ, ເອັບເຮັດແອວ ເອັບຊີ; ກຸ່ມ ດີ ມີ ໝາປ່າ ແລະ ເອັບຊີ ຕາລັນ.

ຜ່ານການແຂ່ງຂັນໃນໄລຍະສອງວັນດັ່ງກ່າວ ຊະນະເລີດ ເປັນຂອງ ເອັບຊີ ຈັນທະບູລີ ໄດ້ຮັບຂັນ, ຫຼຽນຄຳ ແລະ ເງິນສົດ 5 ລ້ານກີບ ສ່ວນຮອງຊະນະເລີດແມ່ນ ເຄເອັມທີ ເອັບຊີ ທີມ ເອ ໄດ້ຮັບຂັນ, ຫຼຽນເງິນ ແລະ ເງິນສົດ 3 ລ້ານກີບ ແລະ ອັນດັບທີ 3 ເປັນຂອງ ຂຸນຊ້າງມີໄຊ ໄດ້ຮັບຂັນ, ຫຼຽນທອງ ແລະ ເງິນສົດ 1 ລ້ານກີບ. ນອກຈາກນັ້ນ, ສຳລັບລາງວັນ ນັກກິລາ ຊົງຄຸນຄ່າດີເດັ່ນ ຫຼື MVP ແມ່ນ ທ້າວ ພູຊະນະ ວົງວຽງຄຳ ກອງກາງສະໂມສອນ ເອັບຊີ ຈັນທະບູລີ, ລາງວັນຜູ້ຮັກປະຕູດີເດັ່ນ ທ້າວ ສຸລິສັກ ສຸວັນຄຳ ຜູ້ຮັກສາປະຕູສະໂມສອນ ເອັບຊີ ຈັນທະບູລີ ແລະ ລາງວັນດາວຍິງສູງສຸດ ຫຼື ດາວຊັນໂວແມ່ນ ທ້າວ ດາວພະຫັດ ກໍ່າກາຊົມພູ ກອງໜ້າ ສະໂມສອນ ເຄເອັມທີ ອັບຊີ.

ຂ່າວໂດຍ: ສົງການ ພັນແພງດີ