Skip to main content

ດັບເບິນຢູໄອຈີ ນາຄາ ພາຂັນແຊ໋ມຈາກ ສປ ຈີນ ເດີນທາງກັບເຖິງ ສປປ ລາວແລ້ວ ພ້ອມຈະສືບຕໍ່ກຽມບິນຂ້າມທະວີບອາຊີ ໄປແອັດສະປາຍ

06/02/2024

ຫຼານນ້ອຍສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 11 ປີ ນຳໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ນຳພາຂັນແຊ໋ມຂັນແຫ່ງຊົງກຽດໃນລາຍການ Qionghai Guantang College Town-Flyin Cup ທີ່ເມືອງຊົງຫາຍ ແຂວງຫາຍໜານ ສປ ຈີນ ລະຫວ່າງ ວັນທີ 27 ມັງກອນ ຫາ 2 ກຸມພາ 2024 ໄດ້ເດີນທາງກັບມາເຖິງແຜ່ນດິນບ້ານເກີດ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນທີ 3 ກຸມພາ ຜ່ານມາ ທີ່ສະໜາມບິນສາກົນວັດໄຕ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ. ຂະນະທີ່ປະທານສະໂມສອນດັ່ງກ່າວ ຢືນຢັນພ້ອມຈະສືບຕໍ່ສົ່ງເສີມນັກກິລາຊຸດນີ້ເກັບຕົວຝຶກຊ້ອມ ເພື່ອກຽມຄວາມພ້ອມທີມກຽມບິນຂ້າມທະວີບອາຊີ ຮ່ວມລາຍການໃຫຍ່ ທີ່ເມືອງບາເຊໂລນ່າ ປະເທດແອັດສະປາຍ (ສະເປນ) ໃນເດືອນເມສາ 2024ນີ້.


ໂອກາດນີ້, ທ່ານ ວຽງໄຊ ວິໄລກຸນ ໃຫ້ສຳພາດວ່າ: ສິ່ງທີ່ພວກເຮົາພາກພູມໃຈທີ່ສຸດໃນການຄວ້າແຊ໋ມລາຍການນີ້ ມາເປັນຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນລາວ ໃນນາມສ່ວນຕົວຂອງຂ້າພະເຈົ້າແມ່ນສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະຄູຝຶກ ແລະ ນັກກິລາ ທີ່ພາກັນຕັ້ງໃຈຝຶກຝົນຫຼໍ່ຫຼອມສ້າງຜົນສຳເລັດ ເພາະລາຍການດັ່ງກ່າວ ຈັດຂຶ້ນທີ່ເມືອງຊົງຫາຍ ແຂວງຫາຍໜານ ສປ ຈີິນ ຊຶ່ງມີປະຊາກອນເຖິງມີ 10 ລ້ານກວ່າຄົນ ແລະ ກໍມີບັນດາທີມລະດັບຊັ້ນນຳຂອງ ສປ ຈີນ ເຂົ້າຮ່ວມແຂ່ງຂັນຫຼາຍສະໂມສອນ ຈາກຜົນງານແຊ໋ມທາງ ທີມຈາກ ນະຄອນ ຊຽງໄຮ້ ກໍໄດ້ເຊີນພວກເຮົາເຂົ້າຮ່ວມແຂ່ງຂັນຕື່ມອີກ ແລະ ພວກເຮົາກໍຈະເຂົ້າຮ່ວມແຂ່ງຂັນຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າມີຄວາມຮູ້ສຶກຕື້ນຕັນໃຈຫຼາຍ ທີ່ສາມາດສ້າງຜົນງານໃຫ້ແກ່ປະເທດໄດ້ ແລະ ມື້ນີ້ ກໍໄດ້ນຳເອົາຂັນແຊ໋ມອັນຊົງກຽດຈາກ ສປ ຈີນ ມາຕ້ອນມາຝາກປະເທດລາວ ພວກເຮົາຈະພ້ອມກັນສືບຕໍ່ສົ່ງເສີມການພັດທະນາເດັກນ້ອຍຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າກ້າວໄປສູ່ຈຸດມຸ້ງຫວັງອັນສູງສຸດ ກໍຄື ກາຍເປັນນັກກິລາລະດັບອາຊີບ ແລະ ຮັບໃຊ້ທີມຊາດໃນອະນາຄົດ ໂດຍສະເພາະຈະສືບຕໍ່ສົ່ງເສີມນັກກິລາຊຸດນີ້ເກັບຕົວຝຶກຊ້ອມ ເພື່ອກຽມຄວາມພ້ອມທີມກຽມບິນຂ້າມທະວີບອາຊີ ຮ່ວມແຂ່ງຂັນລາຍການໃຫຍ່ ທີ່ເມືອງບາເຊໂລນ່າ ປະເທດແອັດສະປາຍ (ສະເປນ) ໃນເດືອນເມສາ 2024ນີ້ ເດັກນ້ອຍລາວຈະມີໂອກາດໄດ້ແລກປ່ຽນກັບບັນດາສະໂມສອນຍັກໃຫຍ່ໃນທະວີບຢູໂຣ ແລະ ອື່ນໆ ແລະ ເຊື່ອໝັ້ນວ່າເດັກນ້ອຍລາວຈະສາມາດເກັບກ່ຽວປະສົບການເປັນປະໂຫຍດສູງສຸດໃນຕໍ່ໜ້າ.

ສຳລັບຜົນງານຂອງຫຼານນ້ອຍສະໂມສອນ ດັບເບີນຢູໄອຈີ ນາຄາ ລົງສະໜາມແຂ່ງຂັນໃນລາຍການດັ່ງກ່າວ ຈຳນວນ 9 ນັດທໍາອິດ
ນັດທໍາອິດ ດັບເບິນຢູໄອຈີ ນາຄາ ຊະນະ ເຮັງເຈິ້ນ (Hengjun) 8-1 ປະຕູ, ນັດທີ 2 ດັບເບິນຢູໄອຈີ ນາຄາ ຊະນະ ມິງກວາງ 14 ດຣາກ້ອນ (Mingguang 14 dragon) 7-0 ປະຕູ, ນັດທີ 3 ດັບເບິນຢູໄອຈີ ນາຄາ ຊະນະ ຈິໜານ ເອັບ90 ຫຼື Jinan F90 ດ້ວຍສະກໍ 4-0 ປະຕູ, ນັດທີ 4 ດັບເບິນຢູໄອຈີ ນາຄາ ສະເໝີ ສາງໄຫ່ ຢາງຜູ່ (Shanghai Yangpu) 0-0 ປະຕູ, ນັດທີ 5 ດັບເບິນຢູໄອຈີ ນາຄາ ຊະນະ ໄຮໜານ (Hainan Youth) 11-1 ປະຕູ, ນັດທີ 6 ດັບເບິນຢູໄອຈີ ນາຄາ ຊະນະ ກວາງໄຫ່ ຊິຕີ (Qionghai city) 23-0 ປະຕູ, ນັດທີ 7 ດັບເບິນຢູໄອຈີ ນາຄາ ຊະນະ ຮໍບໍ ສະຕາ Harbor Star Flag 8-0 ປະຕູ, ນັດທີ 8 ດັບເບິນຢູໄອຈີ ນາຄາ ຊະນະ ກວາງໄຫ່ ຢູໄນເຕັດ Qionghai United 25-0 ແລະ ນັດທີ 9 ດັບເບິນຢູໄອຈີ ນາຄາ ຊະນະ ໄຮ ຄິກເກີ (HI KICKER) 5-1 ປະຕູ.

ຂ່າວໂດຍ: ສົງການ ພັນແພງດີ